ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ

ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ - 76487e34 cf96 4af4 98ca 46744542d2d6 - ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ
ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ - Untitled design 1 - ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ

ວັນທີ 29 ຕຸລາ 2021 ທີ່ຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ຄັງເງິນແຫ່ງລັດ ສສ. ຫວຽດນາມ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ແລະ ແຜນຮ່ວມມືໄລຍະ (2021-2025), ພ້ອມທັງ ມອບ-ຮັບອຸປະກອນໄອທີຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍການເປັນທານຂອງທ່ານ ໜູເສີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ມີທ່ານ ນາງ ດາງ ທິ ທຸ໋ຍ ຮອງຫົວໜ້າຄັງເງິນແຫ່ງລັດ ສສ. ຫວຽດນາມ, ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.

ໃນກອງປະຊຸມທ່ານ ນາງ ດາງ ທິ ທຸ໋ຍ ຄັງເງິນແຫ່ງລັດ ສສ. ຫວຽດນາມຍັງໄດ້ນໍາສະເໜີການຈັດຕັ້ງປະຕິບັດກ່ຽວກັບພັນທະບັດຄັງເງິນ ໃນການລະດົມທຶນດ້ວຍການຈໍາໜ່າຍພັນທະບັດຄັງເງິນ ຂອງຄັງເງິນແຫ່ງລັດ ສສ ຫວຽດນາມ ແລະ ກົນໄກການຄຸ້ມຄອງໜີ້ສິນ, ພັນທະບັດຄັງເງິນ ແລະ ເງິນກູ້ໄລຍະສັ້ນ. ພ້ອມນັ້ນທັງສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລືທິດທາງ ແລະ ແຜນການຮ່ວມມືລະຫວ່າງສອງຄັງເງິນໃນໄລຍະ 5 ປີ (2021-2025)​ ໂດຍຜັນຂະຫຍາຍຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ສສ.ຫວຽດນາມ ແລະ ກະຊວງການເງິນສປປລາວ ໄດ້ເຊັນຮ່ວມກັນ.

ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ - Visit Laos Visit SALANA BOUTIQUE HOTEL - ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ

ທ່ານ ນາງ ໝາຍ ບຸນທະວີ ຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ ຄັງເງິນແຫ່ງຊາດ ກະຊວງການເງິນ, ໄດ້ນຳສະເໜີການຈັດຕັ້ງປະຕິບັດວຽກງານການລະດົມທຶນພາຍໃນດ້ວຍການຈໍາໜ່າຍພັນທະບັດ ຂອງຄັງເງິນແຫ່ງຊາດ ສປປລາວ, ຊຶ່ງປະກອບມີ 6 ເນື້ອໃນຫຼັກຄື: ນິຕິກໍາທີ່ເປັນບ່ອນອີງໃນການຈໍາໜ່າຍພັນທະບັດ, ຂໍ້ມູນທີ່ກ່ຽວກັບພັນທະບັດຄັງເງິນ, ຮູບແບບ ແລະ ຊ່ອງທາງຂອງການຈໍາໜ່າຍ, ຂັ້ນຕອນການຈໍາໜ່າຍ, ຜົນການຈໍາໜ່າຍພັນທະ ບັດຄັງເງິນ ໃນໄລຍະຜ່ານມາ ແລະ ການນໍາສະເໜີຄໍາເຫັນແລກປ່ຽນບົດຮຽນ.

ໃນຕອນທ້າຍກອງປະຊຸມ ຄັງເງິນແຫ່ລັດ ສສ ຫວຽດນາມ ຍັງໄດ້ມີພິທີມອບ-ຮັບອຸປະກອນໄອທີ (ອຸປະກອນຊ່ວຍເຫຼືອໃນແຜນການປີ 2020) ເປັນອຸປະກອນກ່ຽວກັບ (Video Conference) ຈໍານວນ 8 ຊຸດໃຫ້ແກ່ຄັງເງິນແຫ່ງຊາດ ສປປ ລາວ ນຳອີກດ້ວຍ.

ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ -    AD conten website - ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ
ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ - lattana banner 1 - ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ
ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ - lattana banner - ຄັງເງິນແຫ່ງຊາດລາວ-ຄັງເງິນແຫ່ງລັດຫວຽດນາມແລກປ່ຽນບົດຮຽນວິຊາສະເພາະ ແລະ ແຜນຮ່ວມມືໄລຍະ 5 ປີ
error: Alert: ເນື້ອຫາຂ່າວມີລິຂະສິດ !!