ນາຍົກອິນເດຍປະກາດກາງກອງປະຊຸມ COP26 ພາອິນເດຍຫລຸດປ່ອຍແກັສເຮືອນແກ້ວ ເປັນສູນພາຍໃນປີ 2070

ນາຍົກລັດຖະມົນຕີອິນເດຍປະກາດເຈດຕະນາກາງກອງປະຊຸມ COP26 ພາອິນເດຍຫລຸດການປ່ອຍແກັສເຮືອນແກ້ວໃຫ້ເຫລືອສູນພາຍໃນປີ 2070.
ວັນທີ 2 ພະຈິກ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ປະກາດເຈດຕະນາຕໍ່ກອງປະຊຸມສະມັດຊາປະເທດພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ (COP26) ພາອິນເດຍບັນລຸເປົ້າໝາຍປ່ອຍແກັສເຮືອນແກ້ວເປັນສູນ ພາຍໃນປີ 2070.
ຜູ້ນຳອິນເດຍກ່າວປາໄສຕໍ່ກອງປະຊຸມ COP26 ວ່າ: ອິນເດຍມີປະລິນຍາກ່ຽວກັບບັນຫາໂລກຮ້ອນ 5 ປະການ ເຊິ່ງລວມທັງການໃຊ້ພະລັງງານທົດແທນໃຫ້ໄດ້ 50% ຂອງຄວາມຕ້ອງການພະລັງງານທັງໝົດພາຍໃນປີ 2070, ເພີ່ມກຳລັງຜະລິດພະລັງງານທີ່ບໍ່ແມ່ນຟໍຊິວເປັນ 500GW ແລະ ຫລຸດຄວາມເຂັ້ມຂຸ້ນຂອງການປ່ອຍແກັສເຮືອນແກ້ວໃນລະບົບເສດຖະກິດເຫລືອ 45% ພາຍໃນປີ 2030.
ເຖິງວ່າຄຳປະກາດດັ່ງກ່າວຈະຫ່າງໄກຕໍ່ເປົ້າໝາຍຫລັກຂອງກອງປະຊຸມ ເຊິ່ງຕັ້ງເປົ້າຈະຫລຸດການປ່ອຍແກັສເຮືອນແກ້ວພາຍໃນປີ 2050 ລວມທັງຍັງຕາມຫລັງອາເມລິກາເຖິງ 2 ທົດສະວັດ ແລະ ຊ້າກວ່າຈີນ 10 ປີ, ແຕ່ກໍສ້າງຄວາມປະຫລາດໃຈໃຫ້ກອງປະຊຸມ ເພາະກ່ອນໜ້ານີ້ ອິນເດຍໄດ້ອອກມາປະຕິເສດເປົ້າໝາຍການປ່ອຍແກັສເຮືອນແກ້ວເປັນສູນ ໂດຍໃຫ້ເຫດຜົນວ່າ: ການກຳນົດຕົວເລກບໍ່ສຳຄັນເທົ່າການທີ່ທົ່ວໂລກມີແນວທາງຫລຸດການປ່ອຍແກັສເຮືອນແກ້ວທີ່ປະຕິບັດເປັນຮູບປະທຳໄດ້ແທ້.
ທັງນີ້, ປັດຈຸບັນ ອິນເດຍເຊິ່ງເປັນປະເທດກຳລັງພັດທະນາທີ່ມີປະຊາກອນຫລາຍກວ່າ 1,3 ພັນລ້ານຄົນ ເປັນແຫລ່ງປ່ອຍແກັສເຮືອນແກ້ວໃຫຍ່ເປັນອັນດັບ 3 ຂອງໂລກຮອງຈາກອາເມລິກາ ແລະ ຈີນ.
ອ້າງອີງ: