ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19

ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 - BCEL - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19
ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 - Untitled design 1 - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ອອກແຈ້ງສະບັບເລກທີ 084/ທຄຕລ ລົງວັນທີ 2 ພະຈິກ 2021,  ກ່ຽວກັບມາດຕະການປ້ອງກັນ ຄວບຄຸມ ປ້ອງກັນການແພ່ລະບາດພະຍາດໂຄວິດ-19 ວ່າ:  ປັດຈຸບັນມີພະນັກງານ ທຄຕລ ຈໍານວນໜຶ່ງ ໄດ້ກວດພົບເຊື້ອພະຍາດໂຄວິດ-19,ພາຍຫລັງຜົນການກວດກາ ທຄຕລ ໄດ້ຈັດຕັ້ງປະຕິບັດໂດຍຜ່ານຂະບວນການຕິດຕາມ, ກວດກາ ຢ່າງລະອຽດທັນທີ ເພື່ອກໍານົດບັນດາຄວາມສ່ຽງ ແລະ ສະ ກັດກັ້ນການແພ່ຂະຫຍາຍຂອງເຊື້ອພະຍາດດັ່ງກ່າວພາຍໃນ ທຄຕລ.

ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 - 7811 211x300 - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19

ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19

ສໍາລັບພະນັກງານຜູ້ຕິດເຊື້ອ ແມ່ນໄດ້ເຂົ້າຮັບການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ, ສ່ວນພະນັກງານທີ່ໄດ້ພົວພັນກັບຜູ້ຕິດເຊື້ອ ແມ່ນໄດ້ໃຫ້ລາພັກກັກຕົວແຍກປ່ຽວ ແລະ ໄດ້ກວດຫາເຊື້ອພະຍາດໂຄວິດ-19, ພ້ອມທັງ ມີການຜັດປ່ຽນໝູນວຽນພະນັກງານມາປະຈໍາການໂດຍໃຫ້ມີການກວດວັດອຸນຫະພູມ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ. ພ້ອມດຽວກັນນີ້ທາງການຈັດຕັ້ງຂອງ ທຄຕລ ກໍໄດ້ຮີບຮ້ອນປະຕິບັດມາດຕະການຢ່າງເຂັ້ມງວດ ໂດຍສະເພາະແມ່ນການສີດຜົ່ນຢາຂ້າເຊື້ອ, ການທໍາຄວາມສະອາດສໍານັກງານຈຸດທີ່ພະນັກງານກວດພົບເຊື້ອ ຕະຫລອດເຖິງສະຖານທີ່ບໍລິການລູກຄ້າ ຢ່າງທັນທີທັນໃດ ແລະ ສືບຕໍ່ດໍາເນີນການທໍາຄວາມສະອາດເປັນປະຈໍາປົກກະຕິມື້ໜຶ່ງຫລາຍຄັ້ງ.

ດັ່ງນັ້ນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຍາມໃດກໍຖືສໍາຄັນຄວາມປອດໄພຂອງພະນັກງານ ແລະ ລູກຄ້າ ເປັນບູລິມະສິດອັນດັບໜຶ່ງ ແລະ ຂໍຢັ້ງຢືນວ່າບັນດາທ່ານຍັງສາມາດສືບຕໍ່ນໍາໃຊ້ບໍລິການຂອງ ທຄຕລ ໃນທົ່ວລະບົບໄດ້ຢ່າງເປັນປົກກະຕິດ້ວຍຄວາມປອດໄພ.

ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 - lattana banner 1 - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19
ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 - lattana banner - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19
ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19 -    AD conten website - ທະນາຄານການຄ້າຕ່າງປະເທດລາວ ແຈ້ງເຖິງລູກຄ້າກໍລະນີມີພະນັກງານຂອງຕົນຕິດເຊື້ອໂຄວິດ-19
error: Alert: ເນື້ອຫາຂ່າວມີລິຂະສິດ !!