ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ

ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ - FB IMG 1635914307451 1024x575 1 - ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ
ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ - Untitled design 1 - ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ

ໃນວັນທີ 2 ພະຈິກ 2021 ນີ້ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນ ງ 617 ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ສົມທົບກັບອໍານາດການປົກຄອງບ້ານອຸດົມໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງກວດກາແກ້ໄຂບັນຫາການລັກລອບປູກຝິ່ນ, ປູກກັນຊາ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ.

ໃນການລົງໄປກວດກາຄັ້ງນີ້ໄດ້ພົບເຫັນສວນປູກກັນຊາ ຈໍານວນ 8 ສວນ ມີເນື້ອທີ ປະມານ 4,2 ເຮັກຕາ, ມີ 4.447 ຂຸມ, ປະເມີນນໍ້າໜັກປະມານ 22 ກວ່າໂຕນ ພ້ອມທັງກັກຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 7 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງສວນ ຕໍ່ກັບສວນທີ່ຍັງບໍ່ທັນຮູ້ເຈົ້າຂອງນັ້ນເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາຄືນເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ.

ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ - Visit Laos Visit SALANA BOUTIQUE HOTEL - ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ

ຕໍ່ກັບສວນກັນຊາທີ່ພົບເຫັນ ເຈົ້າໜ້າທີໄດ້ພ້ອມກັນທໍາລາຍດ້ວຍການຕັດ, ຈູດໄຟຖີ້ມ. ການລົງແກ້ໄຂການລັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຄັ້ງນີ້ແມ່ນເພື່ອເປັນການເຮັດໃຫ້ການລັັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຢູ່ເມືອງວຽງທອງຫຼຸດໜ້ອຍຖອຍລົງຈົນກ່ວາບໍ່ມີ ແລະ ກໍ່ເປັນການປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.

ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ - lattana banner 1 - ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ
ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ -    AD conten website - ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ
ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ - lattana banner - ເມືອງວຽງທອງ​ ທໍາລາຍສວນກັນຊາ 4,2 ເຮັກຕາ ປະເມີນນໍ້າໜັກ 22 ກວ່າໂຕນ
error: Alert: ເນື້ອຫາຂ່າວມີລິຂະສິດ !!