ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ

ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ - 251952490 1756877934515979 710724455448760566 n - ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ
ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ - Untitled design 1 - ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ໃນວັນທີ 3 ພະຈິກ 2021 ເວລາ 04:09 ແລະ 04:15 ໂມງ ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 2 ຄັ້ງ ໃນບໍລິເວນແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວມີດັ່ງນີ້:

-ໃນເວລາ 04:09:05 ຂອງໂມງທ້ອງຖິ່ນ ຈດສູນກາງເສັ້ນຂະໜານທີ 19.54 ອົງສາເໜືອ ແລະ ເສັ້ນແວງທີ 101.32 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.9 ຣີກເຕີ ເຊິ່ງມີຄວາມເລິກຈາກ ໜ້າດິນປະມານ 5 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນ ບ້ານນໍ້າສິບ ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວ ແມ່ນຫ່າງຈາກເທສະບານເມືອງຫົງສາ ປະມານ 18 ກິໂລແມັດ.

ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ - Visit Laos Visit SALANA BOUTIQUE HOTEL - ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ

-ໃນເວລາ 04:15:12 ຂອງໂມງທ້ອງຖິ່ນ ຈດສູນກາງເສັ້ນຂະໜານທີ 21.88 ອົງສາເໜືອ ແລະ ເສັ້ນແວງທີ 101.83 ອົງສາຕາເວັນອອກ, ຄວາມ ແຮງສັ່ນສະເທືອນວັດແທກໄດ້ 3.1 ຣີກເຕີ ມີຄວາມເລິກຈາກໜ້າດິນປະ ມານ 10 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍລິເວນບ້ານແສນດາວໃຕ້ ເມືອງບຸນເໜືອ ແຂວງຜົ້ງສາລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນຫ່າງ ຈາກເທສະບານເມືອງບຸນເໜືອ ປະມານ 29 ກິໂລແມັດ.

ເຫດການແຜ່ນດິນໄຫວດັ່ງກ່າວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ - lattana banner - ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ
ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ -    AD conten website - ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ
ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ - lattana banner 1 - ເກີດແຜ່ນດິນໄຫວ ໃນບໍລິເວນ ແຂວງຜົ້ງສາລີ ແລະ ໄຊຍະບູລີ
error: Alert: ເນື້ອຫາຂ່າວມີລິຂະສິດ !!