ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040

- 1501058072840 960x0 - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040
- kitchen vibe - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040

ລັດຖະບານ​ອັງກິດ​ຈະ​ຫ້າມ​ຈຳໜ່າຍ​ລົດ​ໃໝ່​ທີ່​ໃຊ້​ນ້ຳມັນ​ແອັດ​ຊັງ ​ແລະ ກາ​ຊວນ​ນັບ​ແຕ່​ປີ 2040 ​ເປັນຕົ້ນ​ໄປ ​ແລະ ຈະ​ເຮັດ​ໃຫ້​ຖະໜົນ​ປອດ​ຈາກ​ລົດ​ໃຊ້​ນ້ຳມັນ​ແອັດ​ຊັງ ​ແລະ ກາ​ຊວນ​ພາຍ​ໃນ 10 ປີ​ຕໍ່​ຈາກ​ນີ້.

ທ່ານ ​ໄມ​ເຄິລ ​ໂກ​ຟ ລັດຖະມົນຕີ​ສິ່ງ​ແວດ​ລ້ອມ​ອັງກິດ ​ໃຫ້​ສຳພາດ​ບໍລິສັດ​ກະຈາຍສຽງ​ອັງກິດ (BBC) ​ໃນ​ວັນ​ທີ 26 ກໍລະກົດ​ນີ້​ວ່າ: ພັກ​ອະນຸລັກ​ນິຍົມ​ປະກາດ​ນະ​ໂຍບາຍ​ຮັບປາກ​ກັບ​ປະຊາຊົນ​ໄວ້​ແລ້ວ​ວ່າ: ຈະ​ເຮັດ​ໃຫ້​ຖະໜົນ​ພາຍ​ໃນ​ປະ​ເທດ​ປາສະຈາກ​ລົດ​ທີ່​ໃຊ້​ນ້ຳມັນ​ແອັດ​ຊັງ ​ແລະ ກາ​ຊວນ​ພາຍ​ໃນ​ປີ 2050 ​ແລະ ນີ້​ພວມ​ເນັ້ນຈຸດ​ຢືນ​ດັ່ງກ່າວ ​ໂດຍ​ການ​ປະກາດ​ນະ​ໂຍບາຍ​ບໍ່​ໃຫ້​ມີ​ລົດ​ໃໝ່​ທີ່​ໃຊ້​ນ້ຳມັນ​ທັງ​ສອງ​ຊະນິດ​ນີ້​ພາຍ​ໃນ​ປີ 2040. ຂະນະ​ດຽວ​ກັນ ລັດຖະບານ​ຈະ​ຈັດ​ສັນ​ງົບປະມານ 200 ລ້ານ​ປອນ ​ໃຫ້​ທາງ​ການ​ທ້ອງ​ຖິ່ນ​ຈຳກັດ​ລົດ​ທີ່​ໃຊ້​ນ້ຳມັນ​ກາ​ຊວນ​ບໍ່​ໃຫ້​ເຂົ້າ​ໄປ​ແລ່ນ​ໃນ​ຖະໜົນ​ທີ່​ມີ​ບັນຫາ​ມົນ​ລະ​ພິດ​ຢູ່​ແລ້ວ. ລັດຖະມົນຕີ​ສິ່ງ​ແວດ​ລ້ອມ​ອັງກິດ​ເປີດ​ເຜີຍ​ວ່າ: ​ໂດຍ​ສ່ວນ​ຕົວ​ແລ້ວ​ສະໜັບສະໜູນ​ການ​ຈຳກັດ​ລົດ​ທີ່​ໃຊ້​ນ້ຳມັນ​ກາ​ຊວນ​ບໍ່​ໃຫ້​ແລ່ນ​ຕາມ​ຖະໜົນ​ໄປ​ແຕ່​ລະ​ເສັ້ນ ຫລາຍ​ກວ່າ​ການ​ຈຳກັດ​ທັງ​ໝົດ, ​ແຕ່​ຈະ​ບໍ່​ຂັດຂວາງ​ຖ້າ​ທາງ​ການ​ທ້ອງ​ຖິ່ນ​ເລືອກ​ໃຫ້​ຈຳກັດ​ທັງ​ໝົດ​.

- Visit Laos Visit SALANA BOUTIQUE HOTEL - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040
- Visit Laos Visit SALANA BOUTIQUE HOTEL - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040

ສ່ວນ​ສື່​ອັງກິດ​ລາຍ​ງານ​ວ່າ: ມາດ​ຕະການ​ດັ່ງກ່າວ​ຢູ່​ໃນ​ແຜນ​ຫລຸດ​ມົນ​ລະ​ພິດ​ໃນ​ອາກາດ​ມູນ​ຄ່າ 3.000 ລ້ານ​ປອນ ທີ່​ທ່ານ ​ໂກ​ຟ ຖະ​ແຫລ​ງ​ໃນ​ວັນ​ທີ 26 ກໍລະກົດ​ນີ້. ​ແຜນ​ດັ່ງກ່າວ​ຈະ​ຂໍ​ໃຫ້​ທາງ​ການ​ທ້ອງ​ຖິ່ນ​ສະ​ເໜີ​ມາດ​ຕະການ​ຫລຸດ​ລະດັບ​ໄນ​ໂຕຣ​ເຈີ​ນ​ໄດ​ອອກ​ໄຊ​ໃນ​ອາກາດ​ພາຍ​ໃນ​ເດືອນ​ມີນາ​ປີໜ້າ. ​ໄນ​ໂຕຣ​ເຈນ​ໄດ​ອອກ​ໄຊ​ເປັນ​ແກັສທີ່​ເກີດ​ຈາກ​ການ​ເຜົາ​ໄໝ້​ນ້ຳມັນ​ກາ​ຊວນ ​ແລະ ​ເປັນສາ​ເຫດ​ສຳຄັນ​ເຮັດ​ໃຫ້​ຊາວ​ອັງກິດ​ເສຍ​ຊີວິດ​ປີ​ລະ​ກວ່າ 40.000 ຄົນ​ຕາມ​ຕົວ​ເລກ​ຢ່າງ​ເປັນ​ທາງ​ການ.

- 5 - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040
- 4 - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040
- 3 - ອັງກິດຈະຫ້າມຂາຍລົດໃໝ່ທີ່ໃຊ້ ນ້ຳມັນແອັດຊັງ ແລະ ກາຊວນນັບແຕ່ປີ 2040