ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ

ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ - 251024239 1755700564633716 1837382075694406658 n - ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ
ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ - Untitled design 1 - ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກ່າວຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸຸດທີ 9 ທີ່ພວມດຳເນີນຢູ່ໃນປັດຈຸບັນນີ້ວ່າ: ໃນໄລຍະທ້າຍປີ 2021, ຄາດວ່າປະເທດເຮົາຈະຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫລາຍດ້ານຈາກປັດໄຈການແຂງຄ່າຂອງເງິນຕາຕ່າງປະເທດສະກຸນຫລັກ ຕາມທ່າອ່ຽງການຟື້ນຕົວເສດຖະກິດທີ່ດີຂຶ້ນ, ການເພີ່ມຂຶ້ນ ລະດັບລາຄານ້ໍາມັນດິບ, ອັດຕາເງິນເຟີ້, ອັດຕາດອກເບ້ຍ ຢູ່ສາກົນ; ໃນຂະນະທີ່ເສດຖະກິດພາຍໃນເຮົາມີ ຫລາຍແຮງກົດດັນ ແລະ ຍັງຕ້ອງການເວລາໃນການຟື້ນຕົວ, ສະນັ້ນ, ເພື່ອໃຫ້ບັນລຸຕາມແຜນການໃນທ້າຍປີ 2021, ພາຍໃຕ້ການຊີ້ນໍາຂອງລັດຖະບານ, ຂະແໜງທະນາຄານຈະສຸມໃສ່ບັນດາໜ້າວຽກຕົ້ນຕໍຄື:

1. ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາຕາມທິດຊກຍູ້ການຂະຫຍາຍຕົວຂອງເສດຖະກິດດ້ວຍການສືບຕໍ່ຊຸກຍູ້ການສະໜອງແຫລ່ງທຶນເພື່ອຊຸກຍູ້ການຜະລິດ ແລະ ສົ່ງເສີມການສົ່ງອອກ ຕາມແຜນທີ່ກໍານົດໄວ້, ສະໜອງແຫລ່ງທຶນໃຫ້ແກ່ທະນາຄານນະໂຍບາຍ, ປະກອບແຫລ່ງທຶນໃຫ້ແກ່ກອງທຶນພັດທະນາໄຊສົມບູນ ຜ່ານກະຊວງການເງິນ;

ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ - Visit Laos Visit SALANA BOUTIQUE HOTEL - ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ

2. ສືບຕໍ່ກໍານົດອັດຕາແລກປ່ຽນຕາມກົນໄກໃໝ່ທີ່ໄດ້ປັບປຸງໄປຄຽງຄູ່ກັບການປັບປຸງລະບົບການຕິດຕາມສະພາບອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາຕ່າງປະເທດຂອງທົ່ວລະບົບ ໃຫ້ມີຄວາມຊັດ ເຈນ ແລະ ຄົບຖ້ວນ ຫລາຍຂຶ້ນ ເພື່ອເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາ ຂອງອັດຕາທາງການ ແລະ ຂອງອັດຕາຕະຫຼາດນອກລະບົບແຄບເຂົ້າກວ່າລະດັບປັດຈຸບັນ (ວັນທີ 31 ຕຸລາ 2021, ຢູ່ໃນລະດັບ 13,36% ສໍາລັບອັດຕາແລກປ່ຽນເງິນກີບທຽບເງິນໂດລາ ແລະ ຕໍ່າກວ່າ 1% ສໍາລັບອັດຕາແລກປ່ຽນເງິນກີບທຽບເງິນບາດ);

3. ສືບຕໍ່ຮ່ວມເຮັດວຽກກັບຂະແຫນງການກ່ຽວຂ້ອງປະຕິບັດມາດຕະການຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວແລກປ່ຽນເງິນຕາ ແລະ ເຄື່ອນໄຫວທຸລະກິດດ້ານການເງິນຮູບແບບອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;

4. ຕິດຕາມກວດກາຄືນການຈັດຕັ້ງປະຕິບັດລະບອບການຄຸ້ມຄອງລະຫວ່າງທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນ ໃຫ້ເປັນໄປຕາມລະບຽບການທີ່ໄດ້ວາງອອກ;

5. ສືບຕໍ່ທົບທວນ ແລະ ປັບປຸງບັນດານິຕິກໍາກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສະຫນັບສະໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນການຄຸ້ມຄອງການເຄື່ອນໄຫວແລກປ່ຽນເງິນຕາ, ການເປີດບັນຊີ ແລະ ການນໍາໃຊ້ບັນຊີ ເງິນຕາຕ່າງປະເທດ, ການຄຸ້ມຄອງລາຍຮັບເປັນຕາຕ່າງປະເທດ;

6. ສືບຕໍ່ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງລາຍຮັບຈາກການສົ່ງອອກສິນຄ້າໃນໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກ ແຮ່ທາດ ຜ່ານບັນຊີຄຸ້ມຄອງສະເພາະ ເພື່ອໃຫ້ເງິນຕາຕ່າງປະເທດລວມສູນຢູ່ລະບົບທະ ນາຄານຫລາຍຂຶ້ນ; ກະກຽມຄວາມພ້ອມດ້ານນິຕິກໍາ ແລະ ພື້ນຖານໂຄງລ່າງດ້ານການຊໍາລະເພື່ອຮອງຮັບການສະໜອງ ການບໍລິການດ້ານການເງິນ ຢູ່ຂົງເຂດສະຖານນີລົດໄຟ ແລະ ຫົວຫນ່ວຍບໍລິການ ຕິດພັນກັບໂຄງການທາງລົດໄຟລາວ-ຈີນ, ຢູ່ເຂດເສດຖະກິດພິເສດ;

7. ສືບຕໍ່ກະກຽມຄວາມພ້ອມສໍາລັບການປັບປຸງທະນາຄານນະໂຍບາຍ ໄປເປັນທະນາຄານພັດທະນາຊົນນະບົດ.

ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ -    AD conten website - ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ
ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ - lattana banner 1 - ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ
ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ - lattana banner - ທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ ຈະຈຸດສຸມໃສ່ 7 ບັນຫາຕົ້ນຕໍເພື່ອປັບປຸງລະບົບອັດຕາແລກປ່ຽນ ແລະ ນະໂຍບາຍເງິນຕາ
error: Alert: ເນື້ອຫາຂ່າວມີລິຂະສິດ !!