ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?

ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ? - baby shower skin - ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?
ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ? - Untitled design 1 - ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?

ການເບິ່ງແຍງສຸຂະພາບຂອງແມ່ມານ ຫລັກໆກໍແມ່ນການເອົາໃຈໃສ່ເລືອກກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ເຊິ່ງ ອາຫານທີ່ດີຍ່ອມຊ່ວຍຫລໍ່ລ້ຽງ ແລະ ບຳລຸງສຸຂະພາບຂອງລູກໃນທ້ອງໄປພ້ອມໆກັນ, ແຕ່ຫາກແມ່ຢາກໃຫ້ລູກເກີດມາມີຜິວງາມ ສຸຂະພາບດີ ຈະຕ້ອງເລືອກກິນອາຫານກຸ່ມນີ້ :

  1. ໝາກພ້າວ : ເປັນໝາກໄມ້ທີ່ອຸດົມໄປດ້ວຍສານອາຫານທີ່ມີປະໂຫຍດຫລວງຫລາຍ ບໍ່ວ່າຈະແມ່ນທາດການຊຽມ, ທາດເຫລັກ, ໂປຕັສຊຽມ, ວິຕາມິນ B, ກົດອະມິໂນ ແລະ ຍັງປະກອບໄປດ້ວຍຮໍໂມນເອສໂຕຣເຈັນຫລາຍ ຈຶ່ງຊ່ວຍ ກະຕຸ້ນການສ້າງຄໍລາເຈັນ ແລະ ອີລາສຕິນຢູ່ຜິວໜັງ ຊ່ວຍໃຫ້ສຸຂະພາບຜິວກ້ຽງງາມສົດໃສ, ອ່ອນນຸ້ມນວນ.
  2. ໝາກໄມ້ລົດຊາດສົ້ມ ຫລື ໝາກໄມ້ຕະກູນເບີຣີຕ່າງໆ : ເຊິ່ງຈະເອົາມາດື່ມເປັນນ້ຳໝາກໄມ້ສົດກໍໄດ້ຄືກັນ ບໍ່ວ່າຈະແມ່ນ ໝາກນາວ, ໝາກກ້ຽງ, ໝາກບລູເບີຣີ, ສະຕໍເບີຣີ, ຣາສເບີຣີ, ໝາກນັດ, ໝາກລະແຊັງ ເປັນຕົ້ນ ເຊິ່ງໝາກໄມ້ລົດຊາດ ສົ້ມທັງຫລາຍນັ້ນມີວິຕາມິນ C ຫລາຍ ແລະ ຍັງມີກົດ AHA ທີ່ເຂົ້າບຳລຸງຜິວໂດຍກົງ ເຊິ່ງເປັນສານຕ້ານອະນຸມູນອິດ ສະລະ.
  3. ຊີ້ນປາ : ໃນຊີ້ນປາມີໂປຣຕິນຫລາຍ ທີ່ຍ່ອຍ ແລະ ດູດຊຶມໄດ້ງ່າຍ ຊ່ວຍໃຫ້ໂຄງສ້າງຜິວມີຄວາມແຂງແຮງ ທັງຍັງມີ ກົດໄຂມັນໂອເມກ້າ 3 ແລະ ໂອເມກ້າ 6 ທີ່ຊ່ວຍໃຫ້ຜິວຊຸ່ມຊື່ນສຸຂະພາບດີ.
  4. ຖົ່ວເຫລືອງ ແລະ ຜະລິດຕະພັນຈາກຖົ່ວເຫລືອງຕ່າງໆ ເຊັ່ນ : ນ້ຳເຕົ້າຫູ້, ເຕົ້າຫູ້ຊະນິດຕ່າງໆ, ນົມຖົ່ວເຫລືອງ ໆລໆ ເພາະໃນຖົ່ວເຫລືອງນັ້ນອຸດົມໄປດ້ວຍໄອໂຊຟລາໂວນ ແລະ ຍັງມີກົດອະມິໂນທີ່ຊ່ວຍຕ້ານທານມົນລະພິດຕ່າງໆ ເຮັດ ໃຫ້ຜິວແຂງແຮງ ສົດໃສກ້ຽງງາມຂຶ້ນ.
  5. ທັນຍາພືດຊະນິດຕ່າງໆ ລວມໄປເຖິງໄຂ່ໄກ່ : ທັງໂປຣຕິນທີ່ຢູ່ໃນທັນຍາພືດ ແລະ ໄຂ່ໄກ່ນັ້ນຈະປ່ອຍສານພະລັງກັບ ເຄຣາຕິນ ຊ່ວຍໃນການປົກປ້ອງຜິວຈາກມົນລະພິດຕ່າງໆ, ປະສານແຊນຜິວ, ຟື້ນຟູເນື້ອເຍື່ອ, ຕໍ່ສູ້ກັບແບັກທີເຣຍ ເຮັດໃຫ້ຜິວແຂງແຮງ.
  6. ຂີ້ໝິ້ນ : ມີຄຸນສົມບັດເຮັດໃຫ້ຜິວໜັງແຂງແຮງ ເພາະມີສານຕ້ານອະນຸມູນອິດສະລະຫລາຍ ຈຶ່ງຊ່ວຍປ້ອງກັນແສງແດດ ຊ່ວຍເຜີຍຜິວນຽນໃສ ສີຜິວສະໝ່ຳສະເໝີ ແລະ ຍັງຊ່ວຍໃຫ້ແມ່ມານທີ່ມີອາການແພ້ທ້ອງຢູ່ນັ້ນຫລຸດຜ່ອນຄວາມ ຮຸນແຮງຂອງອາການແພ້ລົງ ນອກຈາກນີ້ຍັງຊ່ວຍໄລ່ນ້ຳນົມຫລັງເກີດລູກນຳອີກ.
  • ຈະເຫັນໄດ້ວ່າອາຫານກຸ່ມດັ່ງກ່າວມີຄຸນປະໂຫຍດຕໍ່ສຸຂະພາບຜິວຂອງແມ່ ເຊິ່ງຈະສົ່ງຜົນດີໄປຍັງສຸຂະພາບຜິວຂອງລູກ ໃນທ້ອງໄດ້ຄືກັນ ສະນັ້ນ ແມ່ມານຄວນບໍລິໂພກອາຫານກຸ່ມນີ້ເປັນປະຈຳ ເພື່ອໃຫ້ລູກເກີດມາມີສຸຂະພາບຜິວທີ່ດີຍິ່ງຂຶ້ນ.
ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ? - Visit Laos Visit SALANA BOUTIQUE HOTEL - ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?
ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ? -    AD conten website - ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?
ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ? - lattana banner 1 - ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?
ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ? - lattana banner - ຢາກໃຫ້ລູກເກີດມາຜິວງາມ ແມ່ມານຄວນກິນອາຫານໃນກຸ່ມໃດແດ່ ?
error: Alert: ເນື້ອຫາຂ່າວມີລິຂະສິດ !!