ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ

ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ - 252348527 1757622101108229 6375165850437810563 n - ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ
ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ - Untitled design 1 - ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ

ວັນທີ 4 ພະຈິກ 2021 ນີ້ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ(ສສຊ) ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຜ່ານລະບົບທາງໄກ ວ່າ:

ກະຊວງສຶກສາທິການ ແລະ ກິລາ ໄດ້ຕັດສິນໃຈ ເປີດສົກຮຽນໃໝ່ 2021-2022 ໃນວັນທີ 6 ກັນຍາ 2021 ໃນຮູບແບບທາງໄກ, ມາຮອດປັດຈຸບັນ ມີ 74 ເມືອງ ທີ່ສາມາດເປີດການຮຽນ-ການສອນປົກກະຕິ, ມີ 72 ເມືອງ/ນະຄອນ ໂຈະການຮຽນໃນສະ ຖານການສຶກສາ ແລະ ອີກ 2 ເມືອງ ໂຈະການຮຽນໃນໂຮງຮຽນບາງແຫ່ງ. ເຂດການລະບາດສ່ວນໃຫຍ່ແມ່ນຢູ່ໃນຕົວເມືອງໃຫຍ່ ແລະ ມີສັດສ່ວນຂອງຜູ້ຮຽນກວມເອົາສ່ວນຫລາຍ; ແຂວງ, ເມືອງທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ໂດຍສະເພາະເຂດຊົນນະບົດ ເຫັນວ່າການຮຽນ-ການສອນ ແມ່ນຍັງດຳເນີນໄປຢ່າງປົກກະຕິ.

ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ - Visit Laos Visit SALANA BOUTIQUE HOTEL - ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ

ແຕ່ເຖິງຢ່າງໃດກໍຕາມ, ເພື່ອສືບຕໍ່ປະຄັບປະຄອງ, ການຮຽນ-ການສອນຢ່າງຕໍ່ເນື່ອງ ທັງປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັນ ສໍາລັບການສຶກສາກ່ອນໄວຮຽນ ແລະ ສາຍສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ປັບຫລັກສູດໃຫ້ສາມາດຈັດການຮຽນ-ການສອນໄດ້ໃນເວລາທີ່ສັ້ນລົງ ໂດຍໄດ້ປັບປະຕິທິນຂອງສົກຮຽນ, ໂຄງສ້າງວິຊາຮຽນ ແລະ ເວລາຮຽນ, ປັບໂຄງສ້າງເນື້ອໃນວິຊາຮຽນ, ວິທີສອນ, ການປະເມີນຜົນ ແລະ ການສອບເສັງຈົບຊັ້ນ. ເພື່ອຮັບປະກັນໃຫ້ນັກຮຽນ ໄດ້ສືບຕໍ່ຮຽນໃນຮູບແບບໃດໜຶ່ງ ໃນເງື່ອນໄຂ ແລະ ຮູບແບບ/ວິທີການຄື: ບ່ອນບໍ່ມີການລະບາດ ແລະ ມີຄວາມສ່ຽງໜ້ອຍ ເປັນໂຮງຮຽນຂະໜາດນ້ອຍ ຫລື ກາງ ໃຫ້ຈັດການຮຽນ-ການສອນ ແບບປົກກະຕິໃນໂຮງຮຽນ ເຊິ່ງໄດ້ຜັດປ່ຽນກັນມາຮຽນ ຄື ມາຕອນເຊົ້າ ແລະ ມາຕອນບ່າຍ ຫລື ຜັດປ່ຽນກັນມາຮຽນວັນເວັ້ນວັນ ແລະ ອື່ນໆ.

ສ່ວນບ່ອນທີ່ເປັນເຂດແດງ ໃຫ້ຈັດການຮຽນ-ການສອນທາງໄກ ດ້ວຍວິທີການຕ່າງໆເຊັ່ນ: ໃຫ້ນັກຮຽນຮຽນຢູ່ເຮືອນ ໂດຍໃຊ້ເອກະສານ ແລະ ພົບຄູເປັນບາງຄັ້ງ, ຮຽນຜ່ານໂທລະພາບ, ວິທະຍຸ, ຮຽນແບບອອນລາຍ, ການຮຽນຜ່ານຖານການຮຽນຮູ້ຄັງປັນຍາລາວ, ຄຣິບວີດີໂອທີ່ຄູສ້າງຂຶ້ນ; ການຈັດການຮຽນ-ການສອນແບບປະສົມປະສານ ລະຫວ່າງການຮຽນ-ການສອນແບບປົກກະຕິຢູ່ໂຮງຮຽນ ກັບການຈັດການຮຽນ-ການສອນທາງໄກຕາມຄວາມເໝາະສົມ.

ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງຕື່ມວ່າ: ສາເຫດທີ່ເຮັດໃຫ້ການຮຽນ-ການສອນທາງໄກບໍ່ທົ່ວເຖິງ ແລະ ບໍ່ໄດ້ຄຸນນະພາບ ຍ້ອນຄວາມພ້ອມດ້ານພື້ນຖານໂຄງລ່າງ ເພື່ອສຸມໃສ່ການຫັນປ່ຽນຈາກການຮຽນແບບເຊິ່ງໜ້າປົກກະຕິ ມາເປັນການສຶກສາແບບທາງໄກໃຫ້ໄດ້ຄຸນນະພາບ ຕິດພັນກັບການຫັນເປັນທັນສະໄໝ ແລະ ວິຖີຊີວິດແບບໃໝ່ປົກກະຕິຍັງຈໍາກັດ; ມີພຽງນັກຮຽນຈຳນວນໜຶ່ງທີ່ພໍ່ແມ່-ຜູ້ປົກຄອງ ສາມາດຊື້ເຄື່ອງມືອີເລັກໂຕຣນິກ ເຊັ່ນ ແທບເລັດ/ ໂນດບຸກ ຫລື ສະມາດໂຟນໃຫ້ແກ່ລູກຫລານຂອງຕົນໄດ້; ຄ່າອິນເຕີເນັດຍັງແພງ; ໂຮງຮຽນຫລາຍແຫ່ງບໍ່ມີໄຟຟ້າໃຊ້; ການຊົມໃຊ້ຊ່ອງໂທລະພາບສຶກສາກິລາຂອງປະຊາຊົນ ຍັງຈຳກັດ, ລວມເຖິງຄວາມພ້ອມຂອງຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ແລະ ຄຸນນະພາບຂອງຄູ-ອາຈານ ຍັງບໍ່ທັນມີຄວາມພ້ອມສູງ; ງົບປະມານບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະ ນາການສຶກສາ ແລະ ກິລາ ໃນໄລຍະໃໝ່ ເຊັ່ນ ໃນປີ 2019 ຂະແໜງການສຶກສາ ແລະ ກິລາ ໄດ້ຮັບງົບປະມານພຽງແຕ່ 12,6% ຂອງລາຍຈ່າຍລັດຖະບານ, ປີ 2020 ໄດ້ 11,3% ແລະ ປີ 2021 ໄດ້ 12,73%; ການປຸກລະດົມປະຊາຊົນ, ພໍ່ແມ່ຜູ້ປົກຄອງ, ຜູ້ປະກອບການ ແລະ ພາກສ່ວນໃນສັງຄົມ ເພື່ອຍູ້ແຮງການພັດທະນາການສຶກສາ ແລະ ກິລາ ເພື່ອເຂົ້າຮ່ວມການປະຕິບັດສິດ ແລະ ພັນທະຕໍ່ການສຶກສາ ແລະ ກິລາ ຍັງເຮັດບໍ່ໄດ້ດີ ແລະ ເລິກເຊິ່ງເທົ່າທີ່ຄວນ.

ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ - lattana banner - ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ
ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ -    AD conten website - ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ
ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ - lattana banner 1 - ລມຕ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງການຈັດຕັ້ງການຮຽນ-ການສອນ ແບບອອນລາຍ

Comment

    Anonymous
    05/11/2021 - 2:34 am

    ຖ້າມັນບໍ່ໄດ້ປະສິດທີ່ພາບເທົ່າທີ່ຄວນ ແລະ ຜົນຄະແນນປະຈຳເດືອນຫລືຄະແນນພາກອອກມາບໍ່ດີຈະມີແນວທາງແກ້ໄຂບໍ່ ເພາະສຳລັບນັກຮຽນປີສຸດທ້າຍເຊັ່ນປີມ7 ຕ້ອງໄດ້ເອົາຄະເເນນເຫລົ່ານັ້ນເຂົ້າເປັນເອກສານຮຽນຕໍ່ ຖ້າຄະແນນອອກມາບໍ່ດີມັນຄືສິບໍ້ເປັນຜົນດີປານໄດ(ຂໍບໍ່ໃຫ້ໂທດວ່ານັກຮຽນບໍ່ຕັ້ງໃຈຮຽນເລີຍ ເພາະບາງເທື່ອຄັ້ງໃຈແຕ່ກໍບໍ່ເຂົ້າໃຈຢູ່ດີ) >ຝາກອັບເດດຂ່າວການສຶກສາແບບນີ້ເລື້ອຍໆເດີ້

Comments are closed.

error: Alert: ເນື້ອຫາຂ່າວມີລິຂະສິດ !!