ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ

ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ - 70555 - ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ
ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ - kitchen vibe - ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ
ວັນທີ 3 ພະຈິກ 2021 ນີ້, ທີມແພດ-ໝໍ ແຂວງສະຫວັນນະເຂດ ໄດ້ມອບ– ສົ່ງຜູ້ຕິດເຊື້ອໂຄວິດ-19 ທີ່ສາມາດປິ່ນປົວດີຕື່ມອີກ ຈຳນວນ 32 ຄົນ  ຈາກໂຮງໝໍສະໜາມຫຼັກ 9. ເຊິ່ງມາຮອດປັດຈຸບັນ ແຂວງສະຫັວນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 7.605 ຄົນ, ປີ່ນປົວດີເເລ້ວສະສົມ 7.492 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 194 ຄົນ, ເສຍຊີວິດສະສົມ 12 ຄົນ.
ໃນການມອບ-ສົ່ງ ຄັ້ງນີ້ ກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ສຸຂະສຶກສາ ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວວ່າ: ພາຍຫລັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ;  ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ; ພ້ອມທັງເນັ້ນໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ - 4 - ແພດ-ໝໍ ແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍ ເພີ່ມອີກ 32 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!