ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ

ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ - 656454 - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ
ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ - Untitled design 1 - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ

ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸຸດທີ 9 ທີ່ພວມດຳເນີນຢູ່ມື້ທີ 4, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາແຮງງານລາວ ທີ່ກັບມາຈາກຕ່າງປະເທດ ແລະ ແຮງງານທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດວ່າ: ການລະບາດຂອງພະຍາດໂຄວິດ- 19 ໄດ້ສົ່ງຜົນກະທົບເຮັດໃຫ້ບັນດາຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ, ບໍລິສັດ ແລະ ໂຄງການລົງທຶນ ສ່ວນຫລາຍກໍຫລຸດຜ່ອນ ຫລື ໂຈະການດຳເນີນກິດຈະການຊົ່ວຄາວເປັນບາງໄລຍະ ຫລື ບາງບ່ອນກໍໄດ້ປິດກິດຈະ ການລົງ ອັນໄດ້ສົ່ງຜົນກະທົບຕໍ່ການມີວຽກເຮັດງານທຳ ຂອງແຮງງານລາວບໍ່ໜ້ອຍ.

ຜ່ານການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ລວມທັງອົງການຈັດຕັ້ງ 3 ຝ່າຍ ເກັບກຳຂໍ້ມູນຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ເຫັນວ່າມີຜູ້ຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ 439.082 ຄົນ. ໃນຂະນະທີຂໍ້ມູນແຮງ ງານ ທີ່ກັບມາຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ວ່າງງານພາຍໃນປະເທດ ມີຈໍານວນ 496.000 ຄົນ, ເທົ່າກັບ 21,8%, ໃນນີ້ ກັບມາຈາກຕ່າງປະເທດ 56.918 ຄົນ ແລະ ວ່າງງານພາຍໃນປະເທດຈໍານວນ 439.082 ຄົນ. ສໍາລັບຕົວເລກແຮງງານທີ່ໄປອອກແຮງງານ ຢູ່ຕ່າງປະເທດ ທີ່ເກັບກຳໄດ້ທັງໝົດນັບແຕ່ປີ 2020 ມາຮອດເດືອນ ກັນຍາ 2021 ມີ 224.118 ຄົນ. ໃນນີ້, ກັບຄືນມາໃນປີ 2020 ຈຳນວນ 158.753 ຄົນ. ໃນປີ 2021 ນັບແຕ່ເດືອນ ມັງ ກອນ ຫາ ກັນຍາ 2021 ຈຳນວນແຮງງານ ທີ່ໄດ້ກັບຄືນປະເທດ ມີ 56.918 ຄົນ ແລະ ຍັງຄ້າງ 8.447 ຄົນ.

ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ

 

ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ - 2523 300x191 - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ

 

ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງວ່າ: ເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍພໍສົມຄວນກໍຕາມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຊີ້ນໍາຂະແໜງການສາຍຕັ້ງ ປະຕິບັດບັນດາຄາດໝາຍທີ່ກຳນົດໃນມະຕິກອງປະຊຸມ ສະບັບເລກທີ 12/ສພຊ ພ້ອມທັງໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍທິດຊີ້ນຳ ກົມການເມືອງສູນ ກາງພັກ, ຄຳແນະນຳ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ແລະ ການຊີ້ນຳໂດຍກົງຂອງລັດຖະບານ ໂດຍໄດ້ສ້າງກົນໄກຕິດຕາມການເຄື່ອນໄຫວ ແລະ ຄວາມຕ້ອງການຂອງຕະຫລາດແຮງງານລາວ ທີ່ຢາກມີວຽກເຮັດງານທຳ ແລະ ຢາກຝືກວິຊາຊີບຕ່າງໆ ເຊັ່ນ: ອອກແຈ້ງການໃຫ້ພະແນກ ຮສສ ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອເກັບກຳຂໍ້ມູນແຮງ ງານດັ່ງກ່າວ, ໄດ້ສ້າງສູນບໍລິການຂໍ້ມູນເພື່ອຊ່ວຍເຫລືອແຮງງານ (Call Center), ສ້າງລະບົບໂຄສະນາ ແລະ ຂຶ້ນທະບຽນທາງອອນລາຍເຊັ່ນ: ເວບໄຊ, Facebook, Line, Whatsapp ເພື່ອເກັບກໍາຈໍານວນ ແລະ ຊ່ວຍເຫລືອໃນການຈັດຫາວຽກເຮັດງານທຳ ໃຫ້ແກ່ແຮງງານທັງພາຍໃນ ແລະ ແຮງງານທີ່ກັບຈາກຕ່າງປະເທດ.

ຜ່ານການປະຕິບັດຕົວຈິງ ໃນ 9 ເດືອນຕົ້ນປີ 2021 ສາມາດເກັບກຳຕຳແໜ່ງງານວ່າງໄດ້ທັງໝົດ 25.254 ຕໍາແໜ່ງ ແລະ ສາມາດຈັດຫາວຽກເຮັດງານທຳໄດ້ 7.167 ຄົນ, ຍິງ 3.120 ຄົນ. ອີງໃສ່ການປະສານງານຢ່າງໃກ້ຊິດກັບອົງການ 3 ຝ່າຍ, ເຂດເສດຖະກິດພິເສດ, ເຂດເສດຖະ ກິດສະເພາະ, ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ຫົວໜ່ວຍແຮງງານ ເຊິ່ງການລາຍງານເບື້ອງຕົ້ນ ຂອງສູນບໍລິການຂໍ້ມູນເພື່ອຊ່ວຍເຫລືອແຮງງານ ໃນເດືອນຕຸລາ 2021 ຜ່ານມານີ້ ສາມາດເກັບກຳຈຳນວນແຮງງານເຂົ້າສູ່ຕຳແໜ່ງໄດ້ຕື່ມຈຳນວນ 11.461 ຄົນ, ຍິງ 1.821 ຄົນ, ຄາດວ່າຈະສາມາດສະໜອງແຮງງານເຂົ້າສູ່ຕຳແໜ່ງງານໄດ້ທັງໝົດ 18.628 ຄົນ, ຍິງ 4.941 ຄົນ. ພ້ອມກັນນັ້ນ, ກໍເຫັນວ່າຍັງມີຕໍາແໜ່ງງານວ່າງຢ່າງໜ້ອຍ 6.626 ຕໍາແໜ່ງ ທີ່ພ້ອມຈະຮັບເອົາແຮງງານເຂົ້າເຮັດວຽກນຳ.

ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ -    AD conten website - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ
ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ - lattana banner - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ
ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ - lattana banner 1 - ລັດຖະມົນຕີ ຮສສ ຊີ້ແຈງຕໍ່ກອງປະຊຸມສະພາ ວ່າຈະເລັ່ງແກ້ໄຂແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດຖືກເລີກຈ້າງ ແລະ ໂຈະການເຮັດວຽກ
error: Alert: ເນື້ອຫາຂ່າວມີລິຂະສິດ !!