ອັງກິດປະກາດມອບເງິນລົງທຶນໃຫ້ອາຊີ ສ້າງໂຄງລ່າງພື້ນຖານຮັກໂລກ


ລັດຖະມົນຕີຕ່າງປະເທດອັງກິດ ມອບເງິນທຶນກ້ອນໃຫຍ່ກ້ອນໃໝ່ໃຫ້ອາຊີ ເພື່ອສ້າງໂຄງລ່າງພື້ນຖານທີ່ບໍ່ປ່ອຍແກັສເຮືອນແກ້ວ ໃນວາລະທີ່ອັງກິດເປັນເຈົ້າພາບກອງປະຊຸມ COP26.
ໃນວັນທີ 3 ພະຈິກ 2021, ລັດຖະບານອັງກິດປະກາດຈະມອບເງິນຊ່ວຍເຫລືອກ້ອນໃໝ່ມູນຄ່າ 110 ລ້ານປອນ ໃຫ້ກຸ່ມປະເທດອາຊີຕາເວັນອອກສ່ຽງໃຕ້ເພື່ອສະໜັບສະໜູນໂຄງລ່າງພື້ນຖານທີ່ໃຊ້ເຕັກໂນໂລຊີສະອາດ ແລະ ການຟື້ນຟູປະເທດ ໂດຍເປັນມິດຕໍ່ສິ່ງແວດລ້ອມ ຫລື ຮູ້ຈັກໃນຊື່ “ກອງທຶນສີຂຽວ”.
ກອງທຶນນີ້ມີຊື່ທາງການວ່າ: ກອງທຶນເພື່ອການພັດທະນາໂຄງລ່າງພື້ນຖານອາຊຽນ (ASEAN Catalytic Green Finance Facility) ເປີດຕົວໃນກອງປະຊຸມສຸດຍອດສະພາບອາກາດ COP26 ໂດຍຈະຢູ່ພາຍໃຕ້ການເບິ່ງແຍງຂອງທະນາຄານພັດທະນາອາຊີ (Asian Development Bank) ເຊິ່ງຈະເພີ່ມການເຂົ້າເຖິງການເງິນທຶນເພື່ອໂຄງລ່າງພື້ນຖານທີ່ຈຳເປັນໃນກຸ່ມປະເທດອາຊຽນ ແລະ ຈະສະໜັບສະໜູນການພັດທະນາທີ່ຍືນຍົງຂອງໂຄງການດ້ານໂຄງລ່າງພື້ນຖານຕ່າງໆເຊັ່ນ: ພະລັງງານໝູນວຽນ, ການຄົມມະນາຄົມສະອາດ ແລະ ໂຄງລ່າງພື້ນຖານຂອງເມືອງໃນປະເທດກຳລັງພັດທະນາທົ່ວພາກພື້ນ.
ເງິນກ້ອນນີ້ຈະເປັນສ່ວນໜຶ່ງຂອງທຶນກວ່າ 5 ພັນລ້ານປອນ ເຊິ່ງລັດຖະບານອັງກິດ ແລະ ພັນທະມິດໃນອາຊຽນ ທັງພາກລັດ ແລະ ເອກະຊົນຮ່ວມກັນລະດົມ ເພື່ອກະຈາຍໄປໃນໂຄງການສີຂຽວຕ່າງໆທົ່ວພາກພື້ນ ໂດຍຈະຄັດເລືອກໃຫ້ເງິນທຶນສະເພາະໂຄງລ່າງພື້ນຖານໃນປະເທດກຳລັງພັດທະນາທີ່ບໍ່ປ່ອຍແກັສເຮືອນແກ້ວ ແລະ ເຊື່ອຖືໄດ້.
ລັດຖະບານອັງກິດຄາດຫວັງວ່າ: ເງິນລົງທຶນນີ້ຈະຊ່ວຍສານສຳພັນທາງເສດຖະກິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ເພີ່ມຕຳແໜ່ງວຽກໃໝ່ໆ ແລະ ສ້າງຄວາມຈະເລີນເຕີບໃຫຍ່ທາງເສດຖະກິດໃນປະເທດທີ່ໄດ້ຮັບເອງ ແລະ ໃນອັງກິດ ແລະ ເພື່ອໃຫ້ເປັນແຫລ່ງເງິນທຶນທາງເລືອກຈາກແຫລ່ງເງິນທຶນຕ່າງໆທີ່ມີຢູ່.