ນາຍົກ ຊີ້ແຈງ ການແກ້ໄຂບັນຫາເສດຖະກິດ ຕ້ອງເນັ້ນໃສ່ການປະຕິບັດຢ່າງຈິງຈັງ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາ ສສຊ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ພະຈິກ 2021 ນີ້, ວ່າ: ລັດຖະບານ ຊຸດທີ IX ຮັບໜ້າທີ່ຢ່າງເປັນທາງການ ໃນສະພາບການທີ່ເສດຖະກິດ-ສັງຄົມໃນປະເທດເຮົາ ພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ຮຸນແຮງຫຼາຍອັນ ສັງລວມມີ 9 ບັນຫາຫຼັກ ດັ່ງທີ່ໄດ້ລາຍງານໄປແລ້ວ ຊຶ່ງຂໍ້ຫຍຸ້ງຍາກເຫຼົ່ານັ້ນ ກໍາລັງສົ່ງຜົນກະທົບແຮງຕໍ່ລະບົບເສດຖະກິດ ຂອງປະເທດເຮົາໃນປັດຈຸບັນ ຊຶ່ງພວກເຮົາຕ້ອງຕັດສິນໃຈແກ້ໄຂບັນຫາເຫຼົ່ານັ້ນ ໃຫ້ຜ່ອນຄາຍລົງໃນໄລຍະເວລາອັນສັ້ນ ກໍຄືແຕ່ນີ້ ຮອດປີ 2023 ແລະ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນ.
ການແກ້ໄຂບັນດາບັນຫາດັ່ງກ່າວ, ລັດຖະບານ ໄດ້ດຳເນີນບົນຈິດໃຈ ຜັນຂະຫຍາຍ ແລະ ປະຕິບັດຕາມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ພັກ ທີ່ໄດ້ກຳນົດທິດຊີ້ນຳລວມ ແມ່ນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ. ບົນຈິດໃຈນັ້ນ, ລັດຖະບານ ໄດ້ກຳນົດ 3 ຫຼັກການ ເຂັ້ມງວດເດັດຂາດ, ໂປ່ງໃສ ແລະ ແລະ ມືອາຊີບ (ຕາມຫຼັກວິຊາການ) ຊຶ່ງພາຍຫຼັງສະພາແຫ່ງຊາດ ຮັບຮອງ 2 ວາລະແຫ່ງຊາດແລ້ວ ລັດຖະບານ ໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ທັນທີໂລດ; ສ່ວນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ສຳຄັນຈຳນວນໜຶ່ງນັ້ນຍັງແມ່ນຄວາມຮັບຮູ້ຄວາມເຂົ້າໃຈ ຕິດພັນກັບຄວາມຮັບຜິດຊອບການເມືອງຂອງພະນັກງານນໍາພາ-ຄຸ້ມຄອງ ຕະຫຼອດຮອດຜູ້ປະກອບການ ພາຍໃນປະເທດເຮົາຈຳນວນບໍ່ໜ້ອຍຍັງບໍ່ທັນມີການຫັນປ່ຽນເທົ່າທີ່ຄວນ ຊຶ່ງສະແດງອອກຍັງມີແນວຄິດຄອງເດີມ, ອືດອາດຊັກຊ້າ, ບໍ່ກ້າຄິດ-ບໍ່ກ້າເຮັດ-ບໍ່ກ້າຮັບຜິດຊອບຕໍ່ວຽກງານ, ຄວາມເສຍສະຫຼະຕໍ່ສ່ວນລວມກໍບໍ່ທັນສູງ; ຈຳນວນບໍ່ໜ້ອຍແກ້ໄຂວຽກງານຊັກຊ້າ, ເມີນເສີຍ, ບໍ່ກ້າຄົ້ນຄວ້າຫາມາດຕະການໃໝ່, ວິທີການໃໝ່ ເພື່ອຈັດຕັ້ງປະຕິບັດໃຫ້ມີຜົນໄດ້ຮັບອັນໃໝ່ທີ່ດີກວ່າ. ສິ່ງເຫຼົ່ານັ້ນແມ່ນການຄິດຄືເກົ່າ, ປະຕິບັດຄືເກົ່າ ພ້ອມກັນນັ້ນ ຍັງຖືຕົນເອງຢູ່ນອກຂະບວນການ, ມີແຕ່ທັກທ້ວງ ໂດຍບໍ່ມີຄວາມຮັບຜິດຊອບ ຖືວ່າໜ້າທີ່ ແລະ ຄວາມຮັບຜິດຊອບແມ່ນຂອງຜູ້ອື່ນ.
ສໍາລັບບັນຫາການແກ້ໄຂດ້ານຢາເສບຕິດ ແມ່ນມີຄວາມຫຍຸ້ງຍາກດ້ານທຶນຮອນ, ພາຫະນະ ແລະ ອຸປະກອນຮັບໃຊ້ທີ່ຈຳກັດ; ຄວາມເຂັ້ມແຂງຂອງພາກສ່ວນກ່ຽວຂ້ອງ ແລະ ອົງການທ້ອງຖິ່ນ ບວກກັບຄວາມຮັບຜິດຊອບນັ້ນ ກໍບໍ່ທັນສູງ; ກອງຫຼອນ, ປກສ ບ້ານ ບໍ່ກ້າເຮັດຫຍັງ. ແຕ່ລັດຖະບານ ຈະສູ້ຊົນໃຫ້ມີການຫັນປ່ຽນໃຫ້ດີຂຶ້ນເລື້ອຍໆ ແລະ ເຮັດຢ່າງຈິງຈັງ ຍາກກໍຕ້ອງບຸກ ຕາມ 5 ແຜນງານຈຸດສຸມຂອງວາລະແຫ່ງຊາດ ແລະ 6 ແຜນວຽກຈຸດສຸມ ໂດຍຂໍໃຫ້ຄະນະປະຈຳສະພາແຫ່ງຊາດ ກໍຄືບັນດາສະມາຊິກສະພາແຫ່ງຊາດ ໃຫ້ການຊີ້ແນະໃນທາງປະຕິບັດ ຊຶ່ງເປັນຕົ້ນຕໍຫຼັກ ເພາະລັດຖະບານໄດ້ມີທິດທາງ ແລະ ຂອບວຽກງານຈຸດສຸມຄົບຖ້ວນ ຕາມທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ.
ທ່ານນາຍົກກ່າວໃຫ້ຮູ້ຕື່ມວ່າ: ໃນເງື່ອນໄຂແຜ່ລະບາດຂອງໂຄວິດ-19, ລັດຖະບານຈະເຮັດໃຫ້ສັງຄົມມີການປັບຕົວເຂົ້າສູ່ວິຖີຊີວິດແບບໃໝ່ ແລະ ກ້າວເຖິງການເປີດປະເທດ ສູ່ການຟື້ນຟູເສດຖະ ກິດ ແລະ ຍົກລະດັບການຂະຫຍາຍຕົວຂອງ GDP ໃນປີ 2022 ໂດຍຈະໄດ້ເພີ່ມທະວີການຈັດຫາວັກຊິນ, ຢາປິ່ນປົ່ວ, ອຸປະກອນການແພດ ແລະ ສັກຢາວັກຊິນໃຫ້ໄດ້ຕາມແຜນ ຊຶ່ງປັດຈຸບັນແມ່ນ ໄດ້ 50% ຂອງພົນລະເມືອງແລ້ວ ແຕ່ຈະບືນຕົວໃຫ້ໄດ້ບໍ່ຫຼຸດ 70% ໃນທ້າຍປີນີ້ ແລະ ໝົດປີ 2022 ແມ່ນ 80-90%; ຈະໄດ້ສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈເຖິງວິທີການ ແລະ ມາດຕະການ ເພື່ອໃຫ້ປະຊາຊົນຮ່ວມມືໃນການຈັດຕັ້ງປະຕິບັດ ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ ໂດຍຫັນຈາກວິຖີຊີວິດປົກກະຕິແບບເກົ່າ ໄປສູ່ວິຖີຊີວິດປົກກະຕິແບບໃໝ່ ທີ່ທັງມີການປ້ອງກັນສຸຂະພາບ ແລະ ຊີວິດ, ທັງທຳມາຫາກິນ ພັດທະນາເສດຖະກິດ-ສັງຄົມ ຕ້ອງເຮັດໄປຄວບຄູ່ກັນ ຊຶ່ງສະເໜີໃຫ້ ສສຊ ຊ່ວຍສຶກສາອົບຮົມປະຊາຊົນ ລວມທັງປຸກລະດົມໃຫ້ປະຊາຊົນໄປສັກວັກຊິນ.
ສຳລັບການເປີດປະເທດ ແມ່ນເປັນທ່າອ່ຽງລວມຂອງໂລກ ຊຶ່ງປະເທດເຮົາແມ່ນຈະເຮັດເທື່ອລະກ້າວ, ເທື່ອລະຂະແໜງການ ແລະ ທ້ອງຖິ່ນທີ່ສາມາດເປີດໄດ້ ຕາມເງື່ອນໄຂຕົວຈິງ ກໍຄືມີການກຽມພ້ອມຮອບດ້ານ ຈຶ່ງເປີດໄດ້ ຊຶ່ງຈະເຮັດຢ່າງມີລະບົບ, ມີລະບຽບ ເຮັດໄປເທື່ອລະກ້າວ.