WHO ເຕືອນ ເອີຣົບອາດກັບມາເປັນ ສູນກາງລະບາດໂຄວິດອີກ ຫ່ວງຕາຍເພີ່ມເຄິ່ງລ້ານໃນ 4 ເດືອນ

Hans Kluge ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພື້ນເອີຣົບ ຖະແຫລງເຕືອນວ່າ: ທະວີບເອີຣົບອາດກາຍມາເປັນສູນກາງການແຜ່ລະບາດຂອງໂຄວິດອີກ ຫລັງສະຖານະການແຜ່ລະບາດທະວີຄວາມຮຸນແຮງ ແລະ ມີຜູ້ຕິດເຊື້ອເພີ່ມສູງໃນຫລາຍປະເທດ ເຊິ່ງເປັນໄປໄດ້ວ່າພາຍໃນເດືອນກຸມພາປີໜ້າ ຕົວເລກຜູ້ເສຍຊີວິດຈາກໂຄວິດໃນທະວີບເອີຣົບອາດເພີ່ມຂຶ້ນອີກ 500.000 ກວ່າຄົນ.
Kluge ຊີ້ວ່າ: ສາເຫດທີ່ເຮັດໃຫ້ການແຜ່ລະບາດຂອງໂຄວິດໃນເອີຣົບກັບມາທະວີຄວາມຮຸນແຮງເປັນຜົນມາຈາກການສັກວັກຊີນທີ່ບໍ່ພຽງພໍ ໂດຍອັດຕາການສັກວັກຊີນຂອງປະເທດຕ່າງໆທົ່ວພາກພື້ນນັ້ນຊ້າລົງໃນຫລາຍເດືອນຜ່ານມາ. ນອກຈາກນີ້ ຍັງເປັນຜົນມາຈາກການຜ່ອນຄາຍມາດຕະການຄວບຄຸມ ແລະ ປ້ອງກັນການຕິດເຊື້ອ.
ຂະນະທີ່ນາງ ມາເຣຍ ຟານ ເຄິກໂຮບ ຫົວໜ້າຝ່າຍເຕັກນິກດ້ານໂຄວິດຂອງ WHO ລະບຸວ່າ: ເຖິງວ່າຫລາຍປະເທດເອີຣົບຈະມີວັກຊີນ ແລະ ເຄື່ອງມືປ້ອງກັນການລະບາດທີ່ພຽງພໍ, ແຕ່ກໍລະນີການຕິດເຊື້ອໂຄວິດທົ່ວເອີຣົບຍັງເພີ່ມຂຶ້ນເກີນ 55% ໃນໄລຍະ 4 ອາທິດຜ່ານມາ.
ສຳລັບປະເທດເອີຣົບທີ່ຜະເຊີນສະຖານະການລະບາດທີ່ຮຸນແຮງຂຶ້ນຢ່າງຊັດເຈນຄືເຢຍລະມັນ ເຖິງວ່າຈະມີອັດຕາສັກວັກຊີນໃຫ້ປະຊາຊົນແລ້ວຫລາຍກວ່າ 68%, ແຕ່ໃນໄລຍະ 24 ຊົ່ວໂມງຜ່ານມາ ຍັງພົບຜູ້ຕິດເຊື້ອເພີ່ມສູງເປັນປະຫວັດການເກືອບ 34.000 ຄົນ ສົ່ງຜົນໃຫ້ໜ່ວຍງານສາທາລະນະສຸກກັງວົນວ່າ: ການລະບາດຮອບໃໝ່ນີ້ເຊິ່ງເປັນຮອບທີ 4 ອາດເຮັດໃຫ້ມີຜູ້ເສຍຊີວິດເພີ່ມອີກຈຳນວນຫລາຍ ແລະ ສົ່ງຜົນກະທົບຕໍ່ການຮອງຮັບຜູ້ຕິດເຊື້ອໃນລະບົບສາທາລະນະສຸກ.
ຂະນະທີ່ອັງກິດ ເຊິ່ງມີອັດຕາສັກວັກຊີນໃຫ້ປະຊາຊົນຄົບໂດສສູງກວ່າ 68% ຍັງພົບຜູ້ຕິດເຊື້ອເພີ່ມຂຶ້ນປະມານ 37.000-41.000 ຄົນຕໍ່ວັນໃນອາທິດຜ່ານມາ ແລະ ພົບຜູ້ເສຍຊີວິດສະເລ່ຍປະມານ 200 ຄົນຕໍ່ວັນ.
ສ່ວນປະເທດໃນເອີຣົບຕາເວັນອອກຄືຣັດເຊຍ ມີກໍລະນີການເສຍຊີວິດຈາກໂຄວິດເພີ່ມຂຶ້ນສູງສຸດ ເຊິ່ງໃນອາທິດຜ່ານມາ ພົບຜູ້ເສຍຊີວິດເພີ່ມຂຶ້ນວັນລະ 1.000 ກວ່າຄົນ ແລະ ພົບຜູ້ຕິດເຊື້ອແຕ່ລະວັນສະເລ່ຍ 40.000 ກວ່າຄົນ, ຖັດມາແມ່ນຢູເຄຣນພົບຜູ້ເສຍຊີວິດຈາກໂຄວິດວັນລະປະມານ 600-700 ຄົນ ໂດຍທັງ 2 ປະເທດນັ້ນມີອັດຕາການສັກວັກຊີນຂ້ອນຂ້າງຕໍ່າ.
ນອກຈາກນີ້ ຍັງມີອີກຫລາຍປະເທດເອີຣົບທີ່ພົບຜູ້ຕິດເຊື້ອ ຫລື ຜູ້ເສຍຊີວິດຈາກໂຄວິດເພີ່ມສູງເປັນປະຫວັດການ ໂດຍໂຣມາເນຍພົບຜູ້ເສຍຊີວິດຈາກໂຄວິດ 591 ຄົນໃນໄລຍະ 24 ຊົ່ວໂມງຜ່ານມາ ເຊິ່ງເປັນຕົວເລກສູງສຸດເທົ່າທີ່ເຄີຍມີການບັນທຶກ.
ສ່ວນຮົງກາຣີພົບຜູ້ຕິດເຊື້ອແຕ່ລະວັນເພີ່ມຂຶ້ນ 6.200 ກວ່າຄົນ ຫລາຍກວ່າອາທິດຜ່ານມາທົບເຄິ່ງ. ຂະນະທີ່ໂຄຣເອເຊຍພົບຜູ້ຕິດເຊື້ອໃໝ່ໃນວັນທີ 4 ພະຈິກ 6.300 ກວ່າຄົນ ເຊິ່ງສູງສຸດນັບແຕ່ເກີດການລະບາດ.
ດ້ານອິຕາລີທີ່ມີປະຊາກອນໄດ້ຮັບການສັກວັກຊີນຄົບໂດສແລ້ວຫລາຍກວ່າ 72% ຍັງມີລາຍງານຜູ້ຕິດເຊື້ອເພີ່ມຂຶ້ນໃນອາທິດຜ່ານມາຫລາຍກວ່າ 16,6%, ສ່ວນສະເປນເປັນພຽງໜຶ່ງໃນບໍ່ເທົ່າໃດປະເທດທີ່ສະຖານະການລະບາດຂອງໂຄວິດບໍ່ຮຸນແຮງຂຶ້ນ ໂດຍພົບຜູ້ຕິດເຊື້ອໃນອາທິດຜ່ານມາສະເລ່ຍປະມານ 2.000-3.000 ຄົນຕໍ່ວັນ ເຊິ່ງສະເປນນັ້ນມີອັດຕາສັກວັກຊີນໃຫ້ປະຊາຊົນສູງກວ່າ 80%.
ອ້າງອີງ: