ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%

ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89% -           1 - ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%
ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89% - Untitled design 1 - ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%

ໄຟເຊີເຜີຍຜົນທົດລອງທາງຄລີນິກຢາ “ແພກໂລວິດ” ມີປະສິດທິພາບຫລຸດການເສຍຊີວິດ ແລະ ເຂົ້າໂຮງໝໍ 89% ສູງກວ່າ “ໂມລນູພິຣາເວຍ” ທີ່ມີປະສິດທິພາບ 50%.

ວັນທີ 5 ພະຈິກ 2021, ເວັບໄຊບລູມເບິກລາຍງານວ່າ: ໄຟເຊີ ອິງ ບໍລິສັດຢາລາຍໃຫຍ່ຂອງອາເມລິກາ ເປີດເຜີຍວ່າ: ຢາປິ່ນປົວພະຍາດໂຄວິດ-19 ຂອງບໍລິສັດຊ່ວຍຫລຸດການເຂົ້າປິ່ນປົວໃນໂຮງໝໍ ແລະ ການເສຍຊີວິດໃນຜູ້ຕິດເຊື້ອທີ່ມີຄວາມສ່ຽງສູງໄດ້ເຖິງ 89% ຖືວ່າເປັນຜົນໄດ້ຮັບທີ່ຈະຊ່ວຍຍົກລະດັບການປິ່ນປົວພະຍາດໂຄວິດ-19.

ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89% - Visit Laos Visit SALANA BOUTIQUE HOTEL - ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%

ໄຟເຊີເຜີຍໃນຖະແຫລງການວ່າ: ບໍລິສັດຈະບໍ່ຮັບຜູ້ຕິດເຊື້ອໃໝ່ເຂົ້າຮ່ວມການທົດລອງອີກຕໍ່ໄປ ເນື່ອງຈາກພົບຂໍ້ບົ່ງຊີ້ວ່າ: ຢາມີປະສິດທິພາບສູງໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລະ ຈະຟ້າວດຳເນີນການສົ່ງຜົນການທົດລອງນີ້ໃຫ້ສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ເພື່ອຂໍອະນຸມັດການນຳໃຊ້ຢາດັ່ງກ່າວເປັນກໍລະນີສຸກເສີນໂດຍໄວທີ່ສຸດ.

ໄຟເຊີລະບຸວ່າ: ຈາກການທົດລອງໃນອາສາສະໝັກຈຳນວນ 1.219 ຄົນ ຫລັງຈາກປິ່ນປົວດ້ວຍຢາເປັນເວລາ 5 ວັນ ພົບວ່າສາມາດຫລຸດອັດຕາການເຂົ້າໂຮງໝໍລົງໄດ້ຫລາຍ ເມື່ອກິນຢາຫລັງເລີ່ມມີອາການ 3-5 ວັນ.

ຢາດັ່ງກ່າວ ເຊິ່ງມີຊື່ວ່າ: “ແພກໂລວິດ” (Paxlovid) ຈະເຂົ້າໄປຈັບຕົວກັບເອັມໄຊທີ່ເອີ້ນວ່າໂປຣຕີນເອສ ເພື່ອຢຸດຢັ້ງການເພີ່ມຈຳນວນຂອງໄວຣັສ. ໃນລັກສະນະດຽວກັນຢາທີ່ໃຊ້ປິ່ນປົວ HIV ບາງຊະນິດ.

ຜົນການທົດລອງພົບວ່າ: ມີຜູ້ຕິດເຊື້ອທີ່ໄດ້ຮັບຢາຂອງໄຟເຊີພາຍໃນ 3 ວັນຫລັງມີອາການ ມີຈຳນວນພຽງ 0,8% ທີ່ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ບໍ່ມີຜູ້ໃດເສຍຊີວິດ ໂດຍອັດຕາດັ່ງກ່າວໃກ້ຄຽງກັບຜູ້ທີ່ໄດ້ຮັບຢາພາຍໃນ 5 ວັນຫລັງມີອາການ. ຂະນະທີ່ຜູ້ໄດ້ຮັບຢາຫລອກຈຳນວນ 7% ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ບາງຄົນເສຍຊີວິດໃນເວລາຕໍ່ມາ.

ການເປີດເຜີຍຫລ້າສຸດຂອງໄຟເຊີຖືເປັນອີກໜຶ່ງຄວາມຫວັງໃນການປິ່ນປົວພະຍາດໂຄວິດ-19 ດ້ວຍຢາເມັດທີ່ສາມາດຮັບປະທານເອງຢູ່ເຮືອນ ເຊິ່ງຖືກເບິ່ງວ່າຈະມາເປັນເຄື່ອງມືສຳຄັນໃນການຄວບຄຸມວິກິດການແຜ່ລະບາດທົ່ວໂລກ.

ກ່ອນໜ້ານີ້, ເມີກ ແອນ ໂຄ ແລະ ຣິດແບັກ ໄບໂອເທຣາພິວຕິກ ໄດ້ຍື່ນຜົນການທົດລອງ “ໂມລນູພິຣາເວຍ” ຢາປິ່ນປົວໂຄວິດ-19 ທີ່ທັງສອງບໍລິສັດຮ່ວມກັນພັດທະນາ ພົບວ່າສາມາດຫລຸດຄວາມສ່ຽງຈາກການປ່ວຍໜັກ ຫລື ເສຍຊີວິດລົງເຄິ່ງໜຶ່ງໃນຜູ້ຕິດເຊື້ອໂຄວິດທີ່ມີອາການເລັກໜ້ອຍເຖິງປານກາງ ຕໍ່ສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ ໂດຍກຳລັງຢູ່ລະຫວ່າງລໍຖ້າການອະນຸມັດ.

ອ້າງອີງ:

https://www.bloomberg.com/…/pfizer-to-seek-u-s-nod-for…

ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89% - lattana banner - ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%
ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89% - lattana banner 1 - ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%
ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89% -    AD conten website - ໄຟເຊີ ເປີດຜົນທົດລອງຢາປິ່ນປົວໂຄວິດ ຫລຸດຄວາມສ່ຽງເຂົ້າໂຮງໝໍ-ເສຍຊີວິດ 89%
error: Alert: ເນື້ອຫາຂ່າວມີລິຂະສິດ !!