ລັດຖະບານອິນເດຍຫລຸດເກັບພາສີນ້ຳມັນ ຫລຸດພາລະປະຊາຊົນ-ຊ່ວຍກະສິກອນ ຈາກລາຄານ້ຳມັນເພີ່ມສູງຂຶ້ນ

ລັດຖະບານອິນເດຍຫລຸດການເກັບພາສີນ້ຳມັນ ເຊັ່ນດຽວກັບທ້ອງຖິ່ນຫລາຍລັດຂານຮັບນະໂຍບາຍປະກາດຫລຸດເກັບພາສີທ້ອງຖິ່ນລົງອີກ ຫວັງຊ່ວຍປະຊາຊົນຫລັງລາຄານ້ຳມັນເພີ່ມສູງຂຶ້ນ ໂດຍສະເພາະກະສິກອນທີ່ກຳລັງເຂົ້າສູ່ລະດູເກັບກ່ຽວ.
ວັນທີ 5 ພະຈິກ 2021, ເວັບໄຊ The Indian Express ສື່ພາສາອັງກິດໃນອິນເດຍ ລາຍງານວ່າ: ລັດຖະບານອິນເດຍມີມະຕິໃຫ້ຫລຸດການເກັບພາສີນ້ຳມັນເປັນຄັ້ງທຳອິດໃນຮອບ 3 ປີ ຫລັງລາຄານ້ຳມັນໃນຕະຫລາດເພີ່ມສູງຂຶ້ນ ໂດຍລັດຖະບານຈະຫລຸດການເກັບພາສີນ້ຳມັນແອັດຊັງ 5 ຣູປີຕໍ່ລິດ ແລະ ຫລຸດການເກັບພາສີນ້ຳມັນກາຊວນ 10 ຣູປີຕໍ່ລິດ.
ການປັບຫລຸດເກັບພາສີດັ່ງກ່າວ ເຮັດໃຫ້ລາຄານ້ຳມັນຂອງອິນເດຍຫລຸດລົງທັນທີ ໂດຍນ້ຳມັນແອັດຊັງໃນນະຄອນຫລວງນິວເດລີມີລາຄາ 110 ຣູປີຕໍ່ລິດ, ຂະນະທີ່ນ້ຳມັນກາຊວນ 98,4 ຣູປີຕໍ່ລິດ.
ນອກຈາກການປັບຫລຸດການເກັບພາສີຂອງລັດຖະບານແລ້ວ ຍັງມີລັດຖະບານທ້ອງຖິ່ນອີກຢ່າງໜ້ອຍ 10 ລັດ ທີ່ເບິ່ງແຍງໂດຍພັກ BJP ຫລື ໃກ້ຊິດກັບທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ທີ່ຂານຮັບນະໂຍບາຍດັ່ງກ່າວ ແລະ ປະກາດຫລຸດການເກັບພາສີນ້ຳມັນທ້ອງຖິ່ນເຊັ່ນກັນ ເຮັດໃຫ້ລາຄານ້ຳມັນໃນບາງເມືອງຖືກລົງໄປອີກ 7 ຣູປີຕໍ່ລິດ.
ຖະແຫລງການລັດຖະບານອິນເດຍລະບຸວ່າ: ການຫລຸດອັດຕາການເກັບພາສີນ້ຳມັນຈະຊ່ວຍຂະແໜງການບໍລິໂພກ ແລະ ເຮັດໃຫ້ອັດຕາເງິນເຟີ້ຍັງຢູ່ໃນລະດັບຕໍ່າ ແລະ ສຳຄັນຍັງເປັນການຊ່ວຍເຫລືອປະຊາຊົນທີ່ມີລາຍໄດ້ໜ້ອຍ ຫລື ປານກາງ ໄປຈົນເຖິງຂະແໜງການຜະລິດ ແລະ ກະສິກອນທີ່ກຳລັງເຂົ້າສູ່ໄລຍະເກັບກ່ຽວ.
ກ່ອນໜ້ານີ້, ລັດຖະບານອິນເດຍເຄີຍປັບຫລຸດການເກັບພາສີນ້ຳມັນມາແລ້ວໃນເດືອນທັນວາ 2018 ເຊິ່ງໃນຕອນນັ້ນລາຄານ້ຳມັນໃນຕະຫລາດໂລກເພີ່ມສູງຂຶ້ນ ເຮັດໃຫ້ລາຄານ້ຳມັນໃນອິນເດຍເພີ່ມສູງຂຶ້ນ, ແຕ່ໃນຕອນນັ້ນລາຄານ້ຳມັນຍັງບໍ່ສູງເທົ່າທຸກວັນນີ້. ເຖິງຢ່າງໃດກໍຕາມ, ໃນປີຜ່ານມາ ເຊິ່ງເປັນໄລຍະການລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ກັບມາເພີ່ມການຈັດເກັບພາສີນ້ຳມັນອີກ ເນື່ອງຈາກເກັບພາສີໄດ້ໜ້ອຍລົງ ຜົນມາຈາກມາດຕະການເຂັ້ມງວດການລະບາດ.
ອ້າງອີງ: