ທຸກຄົນບໍ່ຄວນເມີນເສີຍ ຕົວເລກຜູ້ຕິດເຊື້ອສູງຂຶ້ນນັບພັນ ພົ້ນເດັ່ນແມ່ນຕິດເຊື້ອເປັນຈຸ້ມສະມາຊິກຄອບຄົວ

ທ່ານ ດຣ ນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານໃນວັນທີ 7 ພະຈິກ 2021 ນີ້ວ່າ: ປັດຈຸບັນຕົວເລກລາຍງານການຕິດເຊື້ອເປັນຈຳນວນຫລາຍ, ເຊິ່ງວັນທີ 6 ພະຈິກ ມີເກີນພັນກວ່າຄົນ ແຕ່ສໍາຄັນກວ່ານັ້ນອັດຕາການກວດພົບເຊື້ອສູງກວ່າທຸກວັນໝາຍຄວາມວ່າຈໍານວນກວດນ້ອຍແຕ່ພົບຄົນຕິດເຊື້ອຫລາຍ ຊຶ່ງພົ້ນເດັ່ນ ແມ່ນຢູ່ແຂວງ ວຽງຈັນ, ນະຄອນຫລວງວຽງຈັນ, ແລະ ແຂວງເຊກອງ. ການກວດພົບຫລາຍຄືແນວນີ້ ສາມາດຄາດຄະເນໄດ້ວ່າການແຜ່ເຊື້ອພາຍໃນຊຸມຊົນໃນບັນດາແຂວງເຫລົ່ານີ້ ຍັງຈະສູງຕໍ່ໄປລວມທັງນະຄອນຫລວງວຽງຈັນ. ການຕິດເຊື້ອພົບວ່າມາຈາກໂຮງຈັກໂຮງງານ ທີ່ມີກຸ່ມກໍາມະກອນເຮັດວຽກເປັນກຸ່ມໃຫຍ່ ແລະ ຄ້າຍຄຸມຂັງ. ພິເສດມີການລາຍງານກຸ່ມຄອບຄົວຕິດເຊື້ອທີ່ມີສະມາຊິກເກືອບທັງໝົດໃນຄອບ ຄົວຕິດເຊື້ອນັບມື້ເພີ່ມຂຶ້ນ.
ສະນັ້ນ ຄວາມສ່ຽງໃນຄອບຄົວແມ່ນມີສູງ, ຄະນະສະເພາະກິດອີກຈຶ່ງຂໍ ຮຽກຮ້ອງໃຫ້ທຸກຄອບຄົວຈົ່ງເຂັ້ມງວດປະຕິບັດການປ້ອງກັນຕົນເອງ ແລະ ປ້ອງກັນທຸກຄົນໃນຄອບຄົວໂດຍການທໍາຄວາມສະອາດຂ້າເຊື້ອໃນເຮືອນທຸກວັນ ໂດຍການໃຊ້ນໍ້າຢາຂ້າເຊື້ອເຊັດຖູໃນທຸກຈຸດທີ່ສະມາຊິກຄອບຄົວໄດ້ສໍາຜັດເລື້ອຍໆ. ເດັດຂາດບໍ່ກິນເຂົ້າຮ່ວມກັນ ຖ້າຕ້ອງໄດ້ດູແລເດັກ ຫຼື ຜູ້ສູງອາຍຸ ຜູ້ດູແລຄວນໃສ່ຜ້າປິດ-ປາກດັງທຸກຄັັ້ງ ໂດຍໃສ່ ແລະ ຖີ້ມທໍາລາຍ ຢ່າງຖືກຕ້ອງ.
ໃນໄລຍະເວລາພຽງສອງອາທິດຜ່ານມາ ບ້ານທີ່ຄົ້ນພົບວ່າມີຄົນຕິດເຊື້ອພະຍາດໂຄວິດທີ່ເອີ້ນວ່າບ້ານແດງນັ້ນໄດ້ເພີ່ມຈໍານວນຂຶ້ນ ຈາກ 444 ບ້ານ ໃນວັນທີ 23 ຕຸລາ ມາເປັນ 701 ບ້ານ ໃນວັນທີ 5 ພະຈິກ 2021. ໝາຍຄວາມວ່າ ບ້ານແດງສະສົມເພີ່ມຂຶ້ນເຖິງ 257 ບ້ານ ພາຍໃນເວລາພຽງສອງອາທິດເທົ່ານັ້ນ. ສະແດງວ່າ ການແພ່ເຊື້ອພະຍາດໂຄວິດລາມກວ້າງໄດ້ຢ່າງໄວວາໃນຂອບເຂດທົ່ວປະເທດ. ເມື່ອເຊື້ອກະຈາຍຢູ່ທຸກແຫ່ງແລ້ວ ມາດຕະການປິດແຂວງ ຫລື ປິດເມືອງ ໂດຍສະເພາະຕົວເມືອງໃຫຍ່ ທີ່ເປັນສູນກາງເສດຖະກິດ ການຄ້າ ການສຶກສາ ແມ່ນເຮັດໄດ້ຍາກ ຍົກເວັ້ນເມືອງທີ່ຍັງບໍ່ທັນມີການລະບາດ. ໃນເວລານີ້ ສິ່ງທີ່ປະຕິບັດໄດ້ພຽງເປັນການປິດບ້ານທີ່ກໍາລັງມີການສົ່ງເຊື້ອ ທີ່ເອີ້ນວ່າເປັນບ້ານແດງເທົ່ານັ້ນ. ຕໍ່ສະຖານະການນີ້ ທຸກທ່ານຍັງຈະເມີນເສີຍ ບໍ່ໄດ້ອີກແລ້ວ ແຕ່ຄວນຕື່ນຕົວ ປະຕິບັດການປ້ອງກັນຕົນເອງ ແລະ ປ້ອງກັນຄອບຄົວຕົນເອງຢ່າງຈິງຈັງ ເພື່ອຢຸດການແຜ່ລາມ.