ຍີ່ປຸ່ນບໍ່ພົບຜູ້ເສຍຊີວິດຈາກໂຄວິດ ຄັ້ງທຳອິດໃນຮອບ 15 ເດືອນ

ທາງການຍີ່ປຸ່ນລາຍງານສະຖານະການແຜ່ລະບາດຂອງໂຄວິດເມື່ອວັນທີ 7 ພະຈິກ ຢືນຢັນວ່າ: ບໍ່ພົບຜູ້ເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດເປັນຄັ້ງທຳອິດໃນຮອບ 15 ເດືອນ ໂດຍຄັ້ງຫລ້າສຸດຄືວັນທີ 2 ສິງຫາປີຜ່ານມາ.
ລາຍງານດັ່ງກ່າວມີຂຶ້ນທ່າມກາງສະຖານະການໃນປະເທດຍີ່ປຸ່ນທີ່ຄ່ອຍໆກັບສູ່ສະພາບປົກກະຕິ ຫລັງກໍລະນີການລະບາດຫລຸດລົງຢ່າງຕໍ່ເນື່ອງ ໂດຍໃນວັນທີ 7 ພະຈິກ ພົບຜູ້ຕິດເຊື້ອໃໝ່ທົ່ວປະເທດ 162 ຄົນ ເຊິ່ງຢູ່ນະຄອນຫລວງໂຕກຽວ ພົບຜູ້ຕິດເຊື້ອໃໝ່ຫລາຍທີ່ສຸດຈຳນວນ 21 ຄົນ ແລະ ເປັນວັນທີ 11 ແລ້ວທີ່ມີຜູ້ຕິດເຊື້ອເພີ່ມຂຶ້ນຕໍ່າກວ່າ 30 ຄົນ. ຂະນະທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງຍີ່ປຸ່ນ ເຜີຍວ່າ: ຍັງມີຜູ້ຕິດເຊື້ອອາການຮຸນແຮງອີກປະມານ 100 ຄົນ.
ສຳລັບຜູ້ເສຍຊີວິດສະສົມຈາກໂຄວິດໃນຍີ່ປຸ່ນຫລ້າສຸດມີປະມານ 18.000 ຄົນ ເຊິ່ງຕົວເລກຜູ້ເສຍຊີວິດເຄີຍເພີ່ມສູງສຸດເຖິງວັນລະ 200 ກວ່າຄົນ ເມື່ອກາງເດືອນພຶດສະພາຜ່ານມາ ກ່ອນຈະຫລຸດລົງຢ່າງຕໍ່ເນື່ອງນັບແຕ່ເດືອນກັນຍາ ໂດຍຄາດວ່າເປັນຜົນຈາກການເລັ່ງສັກວັກຊີນ ແລະ ມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຢ່າງຈິງຈັງຂອງທາງການ.
ປັດຈຸບັນ ຍີ່ປຸ່ນສັກວັກຊີນໃຫ້ປະຊາຊົນຄົບ 2 ໂດສໄດ້ແລ້ວປະມານ 73% ແລະ ຍັງມີມາດຕະການປ້ອງກັນການແຜ່ລະບາດຂອງໂຄວິດຢູ່ 4 ໄລຍະ ເຊິ່ງລັດຖະບານກຳລັງພິຈາລະນາສະເໜີມາດຕະການໄລຍະທີ 5 ເພື່ອເນັ້ນການບັນເທົາຄວາມເຄັ່ງຕຶງໃນການໃຫ້ບໍລິການທາງການແພດເຊັ່ນ:ການໃຊ້ລະບົບຄອມພິວເຕີຊ່ວຍປ້ອງກັນຈຳນວນຜູ້ຕິດເຊື້ອລົ້ນໂຮງໝໍ ຕະຫລອດຈົນປະເມີນມາດຕະການຕາມການປ່ຽນແປງຂອງສະຖານະການທີ່ເປັນຢູ່ ທັງຄວາມຄືບໜ້າຂອງແຜນສັກວັກຊີນທົ່ວປະເທດ ແລະ ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອທີ່ມີອາການບໍ່ຮຸນແຮງ.
ອ້າງອີງ: