ແພດໝໍ ແຂວງເຊກອງມີຄວາມພະຍາຍາມ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີເພີ່ມອີກ 5 ຄົນ
November 9, 2021 - 2:12 PM

ພິທີຈັດສົ່ງຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ-19ຕື່ມອີກ 5 ຄົນ ໄດ້ມີຂຶ້ນ ໃນເຊົ້າວັນທີ 9 ພະຈິກ 2021 ທີ່ສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໂຮງໝໍແຂວງເຊກອງ ພາຍຫລັງແພດຫມໍທ້ອງຖິ່ນໄດ້ສຸມທຸກຄວາມພະຍາຍາມເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອ ຫຼື ຜູ້ປ່ວຍໂຄວິດ-19 ດ້ວຍຄວາມເສຍສະຫຼະ ແລະຖືກຕ້ອງຕາມຫຼັກວິຊາການ ອັນເຮັດໃຫ້ພວກກ່ຽວຫາຍດີເປັນປົກກະຕິ ແລະກັບຄືນສູ່ບ້ານ-ເຮືອນ-ຄອບຄົວຂອງຕົນໄດ້.
ໃນພິທີອຳນວຍການໂຮງຫມໍໄດ້ມີຄຳເຫັນ ຮຽກຮ້ອງໃຫ້ຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ພາຍຫຼັງກັບເມືອບ້ານ-ເຮືອນແລ້ວ ກໍຕ້ອງໄດ້ຈໍາກັດບໍລິເວນຕົນເອງຕື່ມອີກ 7 ວັນ ເພື່ອຕິດຕາມອາການ, ຫາກບໍ່ມີອາການຫຍັງກໍສາມາດໃຊ້ຊີວິດປົກກະຕິຢູ່ໃນສັງຄົມໄດ້,ແຕ່ກໍຕ້ອງເອົາໃຈໃສ່ປະຕິບັດມາດຕະການຕ່າງໆທາງການແພດຢ່າງເຂັ້ມງວດ ແລະເປັນເຈົ້າການຮ່ວມມືສະກັດກັ້ນ, ປ້ອງກັນ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໝົດໄປ.