ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ

ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ - 254910812 1761324547404651 6407884112748736154 n - ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ
ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ - Untitled design 1 - ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ

ວັນທີ 9 ພະຈິກ 2021 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ສະຫນີຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເພື່ອຄົ້ນຄວ້າພິຈາລະນາ ການປັບປຸງຫລາຍເນື້ອໃນຂອງກົດໝາຍວ່າດ້ວຍງົບປະມານ ເຊິ່ງເປັນການປັບປຸງຄືນຄັ້ງທີ 3, ຫລັງຈາກໃຊ້ມາດົນກວ່າ 6 ປີ ພາຍຫລັງພົບວ່າມີຫລາຍຈຸດ ບໍ່ສອດຄ່ອງກັບເງື່ອນໄຂການພັດທະນາເສດຖະກິດ- ສັງຄົມ ໃນໄລຍະໃໝ່.

ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ຍົກໃຫ້ເຫັນຄວາມຈໍາເປັນໃນການປັບປຸງກົດໝາຍດັ່ງກ່າວວ່າ: ກົດໝາຍວ່າດ້ວຍງົບປະມານແຫ່ງ ລັດສະບັບທໍາອິດຖືກຮັບຮອງປະ ກາດໃຊ້ໃນປີ 1994, ໃນປີ 2006 ໄດ້ຖືກປັບ ປຸງຄັ້ງທໍາອິດ ແລະ ປີ 2015 ໄດ້ປັບປຸງເປັນຄັ້ງທີ 2 ເຊິ່ງຜ່ານມາກົດໝາຍດັ່ງກ່າວ ເປັນເຄື່ອງມືສໍາຄັນໃນການຄຸ້ມ ຄອງວຽກງານ ການເງິນ-ງົບປະມານແຫ່ງລັດໃຫ້ມີຄວາມເປັນເອກະພາບ, ສາມາດຕອບສະໜອງແຫລ່ງທຶນເຂົ້າໃນການ ພັດໃນແຕ່ ລະຂົງເຂດຕາມທິດທາງນະໂຍບາຍຂອງລັດຖະບານ ແລະ ປະກອບສ່ວນເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ. ແນວໃດກໍຕາມ ອິງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ມີຢູ່ ລວມທັງການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບປັດຈຸບັນ ຍັງມີບາງເນື້ອໃນຂອງບາງມາດຕາ ທີ່ເຫັນວ່າບໍ່ສອດຄ່ອງ, ຈະແຈ້ງ ເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ.

ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ

ສໍາລັບ ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍງົບປະມານແຫ່ງລັດ ປະກອບມີ 22 ມາດຕາ ທີ່ກ່ຽວຂ້ອງກັບ 7 ບັນຫາ. ໃນນີ້, ມີບັນຫາທີ່ຕິດພັນກັບ ມະຕິ 24 ຂອງສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງລວມສູນ ງົບປະມານແຫ່ງລັດ, ບັນຫາໂຄງປະກອບລາຍຮັບງົບປະມານແຫ່ງລັດ, ຜົນການກວດສອບຂອງອົງການກວດສອບແຫ່ງລັດ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງຫົວໜ່ວຍວິຊາການ, ຫົວໜ່ວຍກອງທຶນຂອງລັດ ແລະ ການນໍາໃຊ້ແຫລ່ງເງິນດຸ່ນດ່ຽງງົບປະມານ ແຫ່ງລັດ ເພື່ອຊໍາລະຕົ້ນທຶນເງິນກູ້ຢືມ ແລະ ພັນທະບັດ, ການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບງົບປະມານແຫ່ງລັດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ການຈັດສັນງົງປະມານແຫ່ງລັດ, ການສ້າງແຜນງົບປະມານແຫ່ງລັດ, ຄວາມຮັບຜິດຊອບຂອງຜູ້ສັ່ງການ ແລະ ວຽກງານບັນຊີ ຂອງຄັງເງິນແຫ່ງຊາດ ດັ່ງນີ້ເປັນຕົ້ນ.

ທ່ານລັດຖະມົນຕີກະຊວງການເງິນ ກ່າວວ່າ: ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອິງໜັກແໜ້ນໃນການຄຸ້ມຄອງວຽກງົບປະມານແຫ່ງລັດ, ການປະຕິບັດງົບປະມານແຫ່ງລັດ ໃຫ້ເຂົ້າສູ່ລະບົບ ແລະ ລວມສູນກວ່າເກົ່າ. ກົດໝາຍມີຄວາມສອດຄ່ອງກັບນິຕິກໍາ ແລະ ຄວາມຮັບຜິດຊອບຂອງກະຊວງການເງິນ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາຫົວໜ່ວຍງົບປະມານ ການປະຕິບັດມີຄວາມເປັນເອກະພາບໄປໃນລວງດຽວ ແລະ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍງົບປະມານ ເຂົ້າສູ່ລະບຽບກົດໝາຍຢ່າງຖືກຕ້ອງ, ເປັນລະບົບ ແລະ ລວມສູນກວ່າເກົ່າ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ກອງທຶນຂອງລັດ, ຫົວໜ່ວຍບໍລິຫານວິຊາການ ມີຄວາມຈະແຈ້ງຂຶ້ນ, ຫລີກລ້ຽງການຮັກສາລາຍຮັບງົບປະມານຢູ່ນອກລະບົບງົບປະມານ.

 

 

ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ -    AD conten website - ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ
ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ - lattana banner - ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ
ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ - lattana banner 1 - ກະຊວງການເງິນ ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮ່າງກົດໝາຍງົບປະມານ ສະບັບປັບປຸງ
error: Alert: ເນື້ອຫາຂ່າວມີລິຂະສິດ !!