ສິງກະໂປກຽມຍົກເລີກປິ່ນປົວໂຄວິດຟຣີ ໃຫ້ຜູ້ຕິດເຊື້ອທີ່ບໍ່ຍອມສັກວັກຊີນ
ສິງກະໂປກຽມເກັບຄ່າປິ່ນປົວຜູ້ຕິດເຊື້ອໂຄວິດທີ່ເລືອກບໍ່ເຂົ້າຮັບການສັກວັກຊີນ, ໃນຂະນະທີ່ປະເທດກຳລັງຜະເຊີນຈຳນວນຜູ້ຕິດເຊື້ອກັບມາເພີ່ມສູງຂຶ້ນ.
ປັດຈຸບັນ ລັດຖະບານສິງກະໂປຮັບຜິດຊອບຄ່າປິ່ນປົວທັງໝົດສຳລັບຜູ້ຕິດເຊື້ອໂຄວິດທຸກຄົນທີ່ເປັນຊາວສິງກະໂປ ລວມທັງຜູ້ຢູ່ອາໄສຖາວອນ ແລະ ຜູ້ຖືວີຊາໄລຍະຍາວ ຍົກເວັ້ນແຕ່ບຸກຄົນນັ້ນມີຜົນກວດໂຄວິດເປັນບວກຫລັງກັບຈາກຕ່າງປະເທດບໍ່ດົນ.
ເຖິງຢ່າງໃດກໍຕາມ, ນັບແຕ່ວັນທີ 8 ທັນວາເປັນຕົ້ນໄປ ລັດຖະບານປະກາດວ່າຈະເລີ່ມເກັບຄ່າປິ່ນປົວຜູ້ຕິດເຊື້ອໂຄວິດທີ່ເລືອກບໍ່ສັກວັກຊີນ.
ລັດຖະບານລະບຸວ່າ: ຜູ້ຕິດເຊື້ອໂຄວິດທີ່ບໍ່ໄດ້ຮັບການສັກວັກຊີນຄິດເປັນອັດຕາສ່ວນຂະໜາດໃຫຍ່ຂອງຜູ້ຕິດເຊື້ອໂຄວິດອາການໜັກທີ່ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກທີ່ມີຊັບພະຍາກອນບໍ່ພຽງພໍຕໍ່ການຮອງຮັບຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນ.
ເຖິງຢ່າງໃດກໍດີ, ລັດຖະບານຈະຍັງຈ່າຍຄ່າປິ່ນປົວທີ່ກ່ຽວຂ້ອງກັບໂຄວິດໃຫ້ຜູ້ຕິດເຊື້ອທີ່ບໍ່ມີສິດໄດ້ຮັບວັກຊີນ, ສ່ວນຜູ້ຕິດເຊື້ອທີ່ສັກວັກຊີນແລ້ວແຕ່ຍັງບໍ່ຄົບ ລັດຖະບານຈະອອກຄ່າປິ່ນປົວໃຫ້ຄົນກຸ່ມນີ້ໄປຈົນເຖິງວັນທີ 31 ທັນວາ ເພື່ອໃຫ້ເວລາໃນການຮັບວັກຊີນເຂັມທີ 2.
ສິງກະໂປມີອັດຕາການສັກວັກຊີນສູງທີ່ສຸດໃນໂລກ ໂດຍປະຊາກອນທີ່ມີສິດໄດ້ຮັບວັກຊີນສັກວັກຊີນຄົບໂດສແລ້ວເຖິງ 85%, ແຕ່ສິງກະໂປກຳລັງຜະເຊີນຈຳນວນຜູ້ຕິດເຊື້ອໂຄວິດທີ່ກັບມາເພີ່ມສູງຂຶ້ນ ແລະ ເຕືອນໃນເດືອນຜ່ານມາວ່າ: ລະບົບສາທາລະນະສຸກຂອງປະເທດອາດບໍ່ສາມາດຮອງຮັບຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນໄດ້ ເຊິ່ງຄຳເຕືອນດັ່ງກ່າວມີຂຶ້ນໜຶ່ງວັນຫລັງຈາກສິງກະໂປຂະຫຍາຍການເດີນທາງໂດຍບໍ່ຕ້ອງກັກຕົວ ເຊິ່ງເປັນສ່ວນໜຶ່ງຂອງການປ່ຽນແປງແນວທາງໃນການຈັດການກັບພະຍາດລະບາດ.
ນາຍົກລັດຖະມົນຕີ ລີຊຽນລຸງ ກ່າວກ່ອນໜ້ານີ້ວ່າ: ສິງກະໂປ ເຊິ່ງເປັນສູນກາງທຸລະກິດລະດັບໂລກ ບໍ່ສາມາດປິດປະເທດຢ່າງບໍ່ມີກຳນົດໄດ້ ແລະ ສິງກະໂປໄດ້ປ່ຽນຈາກການໃຊ້ນະໂຍບາຍຄວາມອົດທົນຕໍ່ໂຄວິດເປັນສູນ (Zero-toterance) ດ້ວຍການລັອກດາວ ແລະ ປິດຊາຍແດນ ມາເປັນການໃຊ້ຊີວິດຢູ່ຮ່ວມກັບໂຄວິດ.
ເຖິງຢ່າງໃດກໍຕາມ, ຈຳນວນຜູ້ຕິດເຊື້ອທີ່ເພີ່ມສູງຂຶ້ນພາຍຫລັງການຜ່ອນຄາຍຂໍ້ຈຳກັດບາງປະການ ເຮັດໃຫ້ສິງກະໂປຕ້ອງລະງັບການເປີດປະເທດໃນທ້າຍເດືອນຕຸລາຜ່ານມາ ແລະ ປະກາດຂະຫຍາຍການໃຊ້ມາດຕະການທາງສັງຄົມອອກໄປອີກປະມານໜຶ່ງເດືອນ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ ແລະ ບັນເທົາແຮງກົດດັນຕໍ່ລະບົບສາທາລະນະສຸກ.
ທັງນີ້, ໃນວັນທີ 8 ພະຈິກຜ່ານມາ, ກະຊວງສາທາລະນະສຸກສິງກະໂປ ລາຍງານຈຳນວນຜູ້ຕິດເຊື້ອໃໝ່ 2.470 ຄົນ, ເສຍຊີວິດ 14 ຄົນ ແລະ ມີຜູ້ຕິດເຊື້ອຂັ້ນວິກິດ 67 ຄົນ.
ອ້າງອີງ: