ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ

ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ - 255527549 605810897534281 3485760101139935721 n - ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ
ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ - kitchen vibe - ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ

ກະຊວງຍຸຕິທຳ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ ເພື່ອໃຫ້ສອດຄ່ອງກັບລັດ ຖະທຳມະນູນ ແລະ ສອດຄ່ອງກັບສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ໃນການສ້າງນິຕິກຳ ລວມທັງການແກ້ບັນບັນຫາອື່ນໆ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບປີ 2012 ທີ່ນຳໃຊ້ໃນປັດຈຸບັນ.

ໃນຕອນບ່າຍວັນທີ 11 ພະຈິກ 2021 ນີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ ( ສະບັບປັບປຸງ ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບປີ 2012 ແມ່ນສະບັບທີ່ນໍາໃຊ້ປັດຈຸບັນ ຊຶ່ງໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ມີບາງບັນຫາທີ່ຈະຕ້ອງປັບປຸງໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງ ເປັນຕົ້ນແມ່ນໃຫ້ສອດຄ່ອງກັບລັດຖະທໍາມະນູນ ແຫ່ງ ສປປ ລາວ (ປັບປຸງ ປີ 2015) ຊຶ່ງໃນນັ້ນ ອົງການທີ່ມີສິດສະເໜີສ້າງຮ່າງກົດໝາຍ ໄດ້ເພີ່ມເຂົ້າຕື່ມຈາກ 6 ພາກສ່ວນ ມາເປັນ 7 ພາກສ່ວນ ຄື ໄດ້ເພີ່ມ “ອົງການກວດສອບແຫ່ງລັດ”, ດ້ວຍເຫດນີ້ ຈຶ່ງຕ້ອງໄດ້ກໍານົດອົງການດັ່ງກ່າວ ເຂົ້າໃນກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ຊຶ່ງອີງຕາມສິດ ແລະ ໜ້າທີ່ ໃນໄລຍະຜ່ານມາ ສະພາປະຊາຊົນຂັ້ນແຂວງກໍໄດ້ອອກນິຕິກໍາຈໍານວນໜຶ່ງຂອງຕົນ, ຈຶ່ງຕ້ອງໄດ້ກໍານົດປະເພດນິຕິກໍາຂອງສະພາປະຊາຊົນ ໃສ່ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ ເຊັ່ນ: ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ຮ່າງກົດໝາຍວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ) ປະກອບມີ 9 ພາກ, 16 ໝວດ, 128 ມາດຕາ ຖ້າທຽບໃສ່ກົດໝາຍສະບັບປັດຈຸບັນ ທີ່ມີ 7 ພາກ, 12 ໝວດ, 32 ມາດຕາ ແມ່ນໄດ້ເພີ່ມເຂົ້າຕື່ມ 2 ພາກ, 5 ໝວດ, 43 ມາດຕາ ແລະ ໄດ້ປັບປຸງ 44 ມາດຕາ.

ທ່ານລັດຖະມົນຕີກະຊວງຍຸຕິທຳ ຍັງກ່າວວ່າ: ພາຍຫລັັງກົດໝາຍວ່າດ້ວຍການສ້າງນິຕິກໍາ ສະບັບປັບປຸງນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ, ຈະເຮັດໃຫ້ຄະນະຮັບຜິດຊອບສ້າງຮ່າງນິຕິກໍາ ຂອງບັນດາກະຊວງ, ອົງການຂອງລັດ ມີການຄົ້ນຄວ້າຂໍ້ມູນລະອຽດ ແລະ ຮອບຄອບຫລາຍຂຶ້ນ ຊຶ່ງສາມາດຄາດຄະເນເຖິງຜົນກະທົບ, ຮູ້ໄດ້ເຖິງບັນຫາ, ເປົ້າໝາຍ ແລະ ວິທີທາງໃນການແກ້ໄຂບັນຫາທີ່ດີທີ່ສຸດເມື່ອມີການສ້າງນະໂຍບາຍ ໃນການສະເໜີສ້າງກົດໝາຍ ແລະ ການປະເມີນຜົນກະທົບຂອງນະໂຍບາຍໃນການສະເໜີສ້າງກົດໝາຍ ກ່ອນຈະບັນຈຸກົດໝາຍໃດໜຶ່ງເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ ລວມທັງນິຕິກໍາໃຕ້ກົດໝາຍ; ຊ່ວຍໃຫ້ຮູ້ໄດ້ເຖິງເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງ ຫລື ປັບປຸງນິຕິກໍາທີ່ຈະສະເໜີເຂົ້າໃນແຜນການສ້າງ ຫລື ປັບປຸງນິຕິກໍາໃດໜຶ່ງ ໂດຍຜ່ານການສ້າງນະໂຍບາຍໃນການສະເໜີສ້າງນິຕິກໍາ ແລະ ການປະເມີນຜົນກະທົບ ຂອງນະໂຍບາຍໃນການສະເໜີສ້າງນິຕິກໍານັ້ນໆ.

 

ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ - 3 - ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ
ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ - 5 - ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ
ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ - 4 - ກະຊວງຍຸຕິທຳ ສະເໜີປັບປຸງກົດໝາຍວ່າດ້ວຍການສ້າງນິຕິກຳ