10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ

10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ - 255554436 605809834201054 9146675821454640700 n - 10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ
10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ - Untitled design 1 - 10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ
ທ່ານ ຄໍາເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 10 ເດືອນຜ່ານມາ ແມ່ນການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ ປະຈໍາປີ 2021 ຕິດພັນກັບການຈັດຕັ້ງປະຕິບັັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ສາມາດບຸກທະລຸໄດ້, ດ້ວຍການຂຸດຄົ້ນລາຍຮັບ ແລະ ປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານໃຫ້ໄປຕາມທິດທັນສະໄໝ, ເຂົ້າລະບົບເອເລັກໂຕຣນິກທະນາຄານຜ່ານປະຕູດຽວເປັນຕົ້ນ: ການແຈ້ງເສຍພາສີອາກອນ, ເສຍພາສີທີ່ດິນ ແລະ ຄ່າທໍານຽມທາງດ້ວຍລະບົບ Asicoda,Taxris, Lantex, Rordtax ແລະ ການປະຕິບັດລາຍຈ່າຍດ້ວຍລະບົບຕູ້ ATM ຢ່າງເປັນລະບົບ, ເພື່ອແນໃສ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ຕິດພັນກັບການປະຕິບັດນະໂຍບາຍວຽກງານສາມສ້າງຂະແໜງການເງິນ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາດ້ານການເງິນ.
ໃນ 10 ເດືອນຜ່ານມາ, ພະແນກການເງິນແຂວງ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດແຜນງົບປະມານ ຊຶ່ງມີຜົນສໍາເລັດຫລາຍດ້ານ ໂດຍສະເພາະການຂຸດຄົ້ນລາຍຮັບເຂົ້າງົບປະມານ, ການຕອບສະໜອງລາຍຈ່າຍໃຫ້ແກ່ການເຄື່ອນໄຫວຂອງກົງຈັກພັັກ-ລັດເຊັ່ນ: ລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ແລະ ເງິນລົງທືນອື່ນໆ. ວຽກງານຈັດເກັບລາຍຮັບເຂົ້າງົບປະມານ ຮອດວັນທີ 31 ຕຸລາ ນີ້, ມີທັງໝົດ 197.617129.631 ກີບ ເທົ່າກັບ 128,60% ຂອງແຜນດັດສະເລ່ຍ, ຖ້າທຽບໃສ່ແຜນການສູ້ຊົນຂອງແຂວງເທົ່າກັບ 124,56%, ລາຍຮັບສູນກາງປະຕິບັດໄດ້ 80.789.326.583 ກີບ ເທົ່າກັບ 230,36% ຂອງແຜນການປີ, ລາຍຮັບຂອງແຂວງປະຕິບັດໄດ້ 116.827.803.048 ກີບ ເທົ່າກັບ 98,51% ຂອງແຜນດັດສະເລ່ຍ, ເງິນດຸ່ນດ່ຽງຈາກສູນກາງ 167.280.370.000 ກີບ ເທົ່າກັບ 86,17% ຂອງແຜນການດັດແກ້, ລາຍຈ່າຍງົບປະມານ 315.443.298.122 ກີບ ເທົ່າກັບ 91,27% ຂອງແຜນດັດແກ້, ບັນດາລາຍຈ່າຍບຸລິມະສິດສາມາດປະຕິບັດໄດ້ຕາມແຜນການເປັນຕົ້ນ: ລາຍຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆແມ່ນທ່ວງທັນກັບກໍານົດເວລາ.
ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍຍັງມີຫຼາຍປັດໄຈທີ່ເປັນບັນຫາຕັ້ງຂຶ້ນເປັນຕົ້ນ: ການຈັດຕັ້ງປະຕິບັດລາຍຮັບບາງຫ່ວງບໍ່ໄປຕາມແຜນການທີ່ວາງໄວ້ ໂດຍສະເພາະການຈັດເກັບລາຍຮັບດ້ານພາສີອາກອນ, ການຊໍາລະຄ່າທໍານຽມທາງ, ການແຈ້ງເສຍພາສີທີ່ດິນຍັງມີລັກສະນະຊັກຊ້າ ແລະ ບາງຫົວໜ່ວຍກໍຖືກຍົກເວັ້ນຕາມຄໍາສັ່ງແນະນໍາຂອງກະຊວງການເງິນຕໍ່ຜູ້ທີ່ມີລາຍຮັບໜ້ອຍ. ສາເຫດໜຶ່ງກໍແມ່ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຜັນຂະຫຍາຍເຊື່ອມຊຶມບັນດານິຕິກໍາກໍຄື: ມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຕ່າງໆບໍ່ທົ່ວເຖິງກຸ່ມເປົ້າໝາຍ, ຂອດການສະຫຼຸບລາຍງານບໍ່ຕໍ່ເນື່ອງບາງໄລຍະກໍຢຸດສະງັກ ແລະ ບໍໄປຕາມກໍານົດເວລາທີ່ກໍານົດໄວ້.
ທ່ານ ຄໍາເຜີຍ ໂສມຖາວອນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ຄຸ້ມຄອງການຈັດເກັບລາຍຮັບຕາມຖານທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຮັບປະກັນໃຫ້ທຸກຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການໄດ້ມີສ່ວນຮ່ວມປະກອບສ່ວນພັນທະງົບປະມານ ເພື່ອພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ. ອັນສໍາຄັນແມ່ນຖືວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານລັດ-ຖະກອນ ທົ່ວຂະແໜງການເງິນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນໍາເອົາບັນດານິຕິກໍາຕ່າງໆລົງເຜີຍແຜ່ເຊື່ອມຊຶມໃຫ້ບັນດາກຸ່ມເປົ້າໝາຍໄດ້ຢ່າງທົ່ວເຖິງ. ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບນະໂຍບາຍຂອງພັກ-ລັດວາງອອກ ພ້ອມແບ່ງຂັ້ນຄຸ້ມຄອງການຈັດເກັບລາຍຮັບລະຫວ່າງແຂວງ ກັບ ເມືອງ ແລະ ເມືອງ ກັບ ບ້ານ.
10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ - lattana banner 1 - 10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ
10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ - lattana banner - 10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ
10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ -    AD conten website - 10 ເດືອນ ຂອງປິ 2021 ອັດຕະປື ເກັບລາຍຮັບເຂົ້າງົບປະມານ 197 ຕື້ກ່ວາກີບ
error: Alert: ເນື້ອຫາຂ່າວມີລິຂະສິດ !!