ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່

ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ - microphone journalism e1636705444327 - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່
ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ - Untitled design 1 - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່

ໃນວັນທີ 11 ພະຈິກນີ້ , ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ (ສຂທ) ໄດ້ຮ່ວມປະຊຸມທະວິພາຄີ ຜ່ານລະບົບທາງໄກ ເພື່ອທົບທວນຜົນການຈັດຕັ້ງປັດຕິບັດການຮ່ວມມື ພາຍໃຕ້ກອບບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເພີ່ມການສົ່ງເສີມ ແລະ ຂະຫຍາຍການພົວພັນທີ່ດີຕໍ່ກັນ; ພ້ອມຫາລືການສະໜັບສະໜູນໃນການອົບຮົມທາງອອນລາຍ ໃຫ້ນັກຂ່າວ ລາວ ແລະ ປັບປຸງການຮ່ວມມື2ຝ່າຍໃຫ້ຫນັກແຫນ້ນຍິ່ງຂຶ້ນ. ສະມາຄົມ; ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ປະທານ ສຂລ ແລະ ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມ ສຂທ ພ້ອມດ້ວຍຄະນະ.

ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ - 58c24 300x278 - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່

ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ - Visit Laos Visit SALANA BOUTIQUE HOTEL - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່

ນັບແຕ່ປີ 1990 ເປັນຕົ້ນມາ, ສະມາຄົມນັກຂ່າວລາວ-ໄທ ໄດ້ພົວພັນຮ່ວມມືກັນຢ່າງມີປະສິດທິຜົນຕະຫລອດມາ ແລະ ມີການແລກ ປ່ຽນການຢ້ຽມຢາມຖອດຖອນບົດຮຽນ ແລະ ປະສົບການທາງດ້ານວິຊາການ ນຳກັນແນໃສ່ຮ່ວມກັນພັດທະນາສື່ໄປສູ່ແບບໃຫມ່ທີ່ທັນສະໄຫມແລະ ວ່ອງໄວກ່ວາຄື: ໃນປີ 2018 ຜ່ານມາໃນໂອກາດປີທ່ອງທ່ຽວລາວ – ໄທ, ທັງ 2 ສະມາຄົມໄດ້ລິເລີ່ມໂຄງການຢ້ຽມຢາມຮ່ວມກັບນັກຂ່າວອາຊຽນ ເພື່ອມາທ່ອງທ່ຽວ, ຮຽນຮູ້ວັດທະນະທໍາຂອງ ລາວ ແລະ ໄທ ເພື່ອຊ່ວຍກັນໂຄສະນາໃຫ້ແຕ່ລະປະເທດສະມາຊິກອາຊຽນກໍຄືໂລກໄດ້ຮູ້ຈັກ 2 ປະເທດນີ້ ຫລາຍຂຶ້ນ.

ໃນລະດັບທ້ອງຖິ່ນ, ນັບແຕ່ປີ 2015 ເປັນຕົ້ນມາ, ສຂລ ມີການພົວພັນຮ່ວມມືກັບສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນພາລະສຶກສາ ວິທະຍາເຂດແຂວງ ເພັດສະບູນ ເພື່ອແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນ ສາມຝ່າຍໃນແຕ່ລະປີ,ເພື່ອ ການແລກປ່ຽນທາງດ້ານວິຊາການ,ພ້ອມນີ້ສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນພາລະສຶກສາວິທະຍາເຂດແຂວງດັ່ງກ່າວ ຍັງໄດ້ມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວ ປີລະ 10-15 ທຶນ ເພື່ອໄປສຶກສາຮຽນຕໍ່ທີ່ສະຖາບັນແຫ່ງນີ້ໃນຂະແໜງສື່ສານການກີລາ, ລະດັບປະລິນຍາຕີ ເປັນຕົ້ນ.

 

ຂ່າວ:ຣັດສະໝີ ດວງສັດຈະ

ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ - lattana banner 1 - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່
ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ -    AD conten website - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່
ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່ - lattana banner - ສະມາຄົມນັກຂ່າວລາວ-ໄທ ເພີ່ມທະວີການຮ່ວມມືເພື່ອການພັດທະນາຫັນເປັນສື່ແບບໃໝ່
error: Alert: ເນື້ອຫາຂ່າວມີລິຂະສິດ !!