ໂອຕຣິດສັ່ງຫ້າມ ໃຜບໍ່ສັກວັກຊີນ ຫ້າມອອກຈາກເຮືອນ ຫລັງຜູ້ຕິດເຊື້ອເພີ່ມສູງຂຶ້ນ


ສຳນັກຂ່າວເອເອັຟພີລາຍງານຄຳຖະແຫລງຂອງນາຍົກລັດຖະມົນຕີ ອາເລັກຊານເດີ ຊາລເລນເບິກ ຂອງໂອຕຣິດ ເຊິ່ງລະບຸວ່າ: ນັບແຕ່ວັນທີ 15 ພະຈິກເປັນຕົ້ນໄປ ໂອຕຣິດຈະເປັນປະເທດທຳອິດຂອງເອີຣົບທີ່ໃຊ້ມາດຕະການລັອກດາວສຳລັບປະຊາຊົນທີ່ຍັງບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຫລື ຍັງໄດ້ຮັບບໍ່ຄົບໂດສ ເຊິ່ງຄາດວ່າຈະສົ່ງຜົນຕໍ່ປະຊາຊົນປະມານ 2 ລ້ານຄົນໃນປະເທດ.
ທັງນີ້, ປະມານ 65% ຂອງປະຊາກອນທັງໝົດເກືອບ 9 ລ້ານຄົນໃນໂອຕຣິດໄດ້ຮັບວັກຊີນຄົບໂດສແລ້ວ ເຊິ່ງຕໍ່າກວ່າຄ່າສະເລ່ຍຂອງປະເທດໃນສະຫະພາບເອີຣົບ ເຊິ່ງມີ 67%. ຂະນະທີ່ອັດຕາຜູ້ຕິດເຊື້ອໃນໂອຕຣິດເພີ່ມຂຶ້ນຢ່າງຕໍ່ເນື່ອງຈົນເຖິງຫລັກໝື່ນຄົນໃນອາທິດຜ່ານມາ ເຊິ່ງເປັນສະຖິຕິສູງທີ່ສຸດນັບແຕ່ເກີດການແຜ່ລະບາດຂອງໂຄວິດ-19 ໃນໂອຕຣິດ.
ພາຍໃຕ້ມາດຕະການດັ່ງກ່າວຈະສົ່ງຜົນໃຫ້ຊາວໂອຕຣິດທີ່ມີອາຍຸຫລາຍກວ່າ 12 ປີທີ່ຍັງບໍ່ໄດ້ຮັບວັກຊີນຄົບໂດສ ຫລື ບໍ່ມີຫລັກຖານວ່າຫາກໍຫາຍຈາກໂຄວິດ-19 ບໍ່ໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນ ຍົກເວັ້ນແຕ່ຈະມີເຫດຈຳເປັນເຊັ່ນ: ຊື້ເຄື່ອງໃຊ້ທີ່ຈຳເປັນ ຫລື ເຂົ້າຮັບການປິ່ນປົວ.
ໂດຍເຈົ້າໜ້າທີ່ຈະສຸ່ມກວດຫລັກຖານການສັກວັກຊີນຂອງປະຊາຊົນຕາມສະຖານທີ່ສາທາລະນະ ເຊິ່ງຖ້າຜູ້ໃດຝ່າຝືນມາດຕະການຫລ້າສຸດນີ້ອາດມີໂທດປັບໄໝເຖິງ 1.450 ເອີໂຣ. ເບື້ອງຕົ້ນມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ເປັນເວລາຢ່າງໜ້ອຍ 10 ວັນ. ເຖິງຢ່າງໃດກໍຕາມ, ຊາວໂອຕຣິດສ່ວນໜຶ່ງອອກມາປະທ້ວງເນື່ອງຈາກບໍ່ເຫັນພ້ອມຕໍ່ມາດຕະການດັ່ງກ່າວ.
ຂະນະທີ່ປະເທດອື່ນໆໃນເອີຣົບຕ່າງຕິດຕາມສະຖານະການຢ່າງໃກ້ຊິດ ເນື່ອງຈາກກັງວົນວ່າຈະເກີດການແຜ່ລະບາດຮອບໃໝ່ໃນຊ່ວງລະດູໜາວ ແລະ ຫລາຍປະເທດກໍຜະເຊີນກັບການແຜ່ລະບາດຮອບໃໝ່ອີກ.