ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ

ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - GettyImages 1353137993 - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ
ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - kitchen vibe - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ

ວັນທີ 13 ພະຈິກ 2021, ສຳນັກຂ່າວຊິນຮົວລາຍງານວ່າ: ໂຄສົກຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ຖະແຫລງຂ່າວວ່າ: ຈີນກຳລັງຜະເຊີນຄວາມທ້າທາຍເພີ່ມຂຶ້ນໃນການປ້ອງກັນຜູ້ຕິດເຊື້ອໂຄວິດຈາກຕ່າງປະເທດ ທ່າມກາງຈຳນວນຜູ້ຕິດເຊື້ອທົ່ວໂລກເພີ່ມສູງກວ່າ 250 ລ້ານຄົນໃນປັດຈຸບັນ. ອີກທັງຍັງຜະເຊີນຄວາມສ່ຽງຂອງພະຍາດຕິດເຊື້ອລະບົບທາງເດີນຫາຍໃຈຕ່າງໆ ທີ່ມີປັດໄຈມາຈາກອາກາດໜາວ ເຊິ່ງເພີ່ມຂຶ້ນເປັນສອງເທົ່າພາຍໃຕ້ສະພາບດັ່ງກ່າວ.

ທ່ານ ອູ໋ຫລຽງໂຢ ເຈົ້າໜ້າທີ່ຈາກຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ ລະບຸວ່າ: ປັດຈຸບັນ ສະຖານະການການລະບາດໃນປະເທດຍັງຊົງຕົວໃນພາບລວມ ເຖິງວ່າຜະເຊີນສະຖານະການສັບຊ້ອນຈາກການລະບາດຮອບຫລ້າສຸດ ໂດຍພາກພື້ນລະດັບມົນທົນຫລາຍແຫ່ງທີ່ເຄີຍໄດ້ຮັບຜົນກະທົບຈາກໂຄວິດ ສາມາດຢັບຢັ້ງ ແລະ ຄວບຄຸມການລະບາດຂອງເຊື້ອໄວຣັສໄດ້ຢ່າງມີປະສິດທິພາບ.

ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - Visit Laos Visit SALANA BOUTIQUE HOTEL - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ
ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - Visit Laos Visit SALANA BOUTIQUE HOTEL - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ

ທ່ານ ອູ໋ຫລຽງໂຢ ກ່າວອີກວ່າ: ນະຄອນຕ້າຫລຽນ ມົນທົນຫລຽວໜິງ ທາງຕາເວັນອອກສຽງເໜືອຂອງຈີນ ເຊິ່ງມີລາຍງານການລະບາດຂອງໂຄວິດຮອບຫລ້າສຸດເມື່ອບໍ່ດົນມານີ້ ສາມາດຄວບຄຸມການແຜ່ກະຈາຍຂອງເຊື້ອໄວຣັສພາຍໃນເມືອງໄດ້ແລ້ວເຊັ່ນກັນ ເຖິງວ່າຈະຍັງຈັດຢູ່ໃນໄລຍະວິກິດກໍຕາມ.

ທັງນີ້, ຈີນຈະຍຶດໝັ້ນເປົ້າໝາຍກຳຈັດການລະບາດຂອງໂຄວິດຢ່າງທັນທ່ວງທີ ແລະ ປ້ອງກັນທັງກໍລະນີຜູ້ຕິດເຊື້ອຈາກຕ່າງປະເທດ ແລະ ການກັບມາລະບາດໃນປະເທດ, ພ້ອມຮຽກຮ້ອງໃຫ້ມີການກວດພະຍາດນັບແຕ່ໄລຍະທຳອິດ ຕອບສະໜອງຢ່າງວ່ອງໄວ ກັກກັນພະຍາດຢ່າງຖືກຈຸດ ແລະ ປິ່ນປົວຜູ້ຕິດເຊື້ອຢ່າງມີປະສິດທິພາບ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ສາທາລະນະສຸກຂອງຈີນເປີດເຜີຍວ່າ: ການກັບມາລະບາດຂອງໂຄວິດໃນປະເທດຮອບຫລ້າສຸດກະຈາຍທົ່ວ 21 ມົນທົນແລ້ວ ເມື່ອນັບຮອດວັນທີ 13 ພະຈິກ ໂດຍມີລາຍງານພົບຜູ້ຕິດເຊື້ອໃນທ້ອງຖິ່ນ ຫລື ຜູ້ຕິດເຊື້ອບໍ່ສະແດງອາການເພີ່ມຂຶ້ນໃນໄລຍະບໍ່ເທົ່າໃດວັນຜ່ານມາ.

ອ້າງອີງ:

ສຳນັກຂ່າວຊິນຮົວ

ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - 4 - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ
ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - 3 - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ
ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ - 5 - ຈີນພົບໂຄວິດຮອບໃໝ່ 21 ມົນທົນແລ້ວ ສາເຫດມາຈາກອາກາດໜາວ ເຮັດໃຫ້ຜູ້ຕິດເຊື້ອເພີ່ມເປັນສອງເທົ່າ