ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ

ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - 564000000352401 - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ
ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - kitchen vibe - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ

ໂດຍ: ມຶກບໍ່ແຫ້ງ

ການອອກນະໂຍບາຍເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າໃນ ສປປລາວ ໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຍິ່ງ ທ່າມກາງລາຄານໍ້າມັນເຊື້ອໄຟກຳລັງເພີ່ມສູງຂຶ້ນ ເຊິ່ງລັດຖະບານເຮົາຄິດວ່າ ລົດໄຟຟ້າ ຈະເປັນຄຳຕອບທີ່ດີ ໃນການປະກອບສ່ວນໃຫ້ອະນາຄົດທີ່ຍືນຍົງ.

ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - Visit Laos Visit SALANA BOUTIQUE HOTEL - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ
ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - Visit Laos Visit SALANA BOUTIQUE HOTEL - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ

ໃນວັນທີ 4 ຕຸລາ 2021 ທີ່ຜ່ານມາ ລັດຖະບານໄດ້ອອກມະຕິ ວ່າດ້ວຍ ການຮັບຮອງ ແລະປະກາດໃຊ້ລົດໄຟຟ້າ ຢູ່ ສປປລາວ ສະບັບເລກທີ 08/ລບ ໂດຍແນໃສ່ການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ, ຫຼຸດຜ່ອນມົນລະພິດຈາກການນຳໃຊ້ພາຫະນະທີ່ນຳໃຊ້ເຊື້ອໄຟ ແລ້ວມານຳໃຊ້ໄຟຟ້າແທນ ທີ່ ສປປລາວ ເຮົາມີທ່າແຮງໃນການຜະລິດ.

ການອອກນະໂຍບາຍດັ່ງກ່າວແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX 2021-2025 ທີ່ຈະເດີນຕາມ ທິດທາງ ສີຂຽວ ຍືນຍົງ, ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ທີ່ຮັບຮອງໃນປີ 2019, ແຜນງານການປະກອບສ່ວນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຂອງ ສປປລາວ (NDC) ທີ່ການນຳໃຊ້ພະລັງງານທົດແທນ, ພະລັງງານສະອາດ ແມ່ນບູລິມະສິດສຳຄັນ.

ການອອກນະໂຍບາຍນີ້ຂອງ ສປປລາວແມ່ນ ຖືກເວລາທີ່ສຸດ. ກອງປະຊຸມລັດພາຄີ ວ່າດ້ວຍການປ່ຽນ ແປງດິນຟ້າອາກາດ ຂອງໂລກຄັ້ງທີ 26 (COP26) ຫາກໍສິ້ນສຸດລົງໃນວັນທີ 12 ພະຈິກ 2021 ທີ່ຜ່ານມາ ໂດຍມີຜູ້ນຳທົ່ວໂລກເຂົ້າຮ່ວມ ເຊິ່ງໃນນັ້ນ ວາລະສຳຄັນທີ່ສຸດຂອງກອງປະຊຸມກໍແມ່ນ ເວົ້າເຖິງການນຳໃຊ້ ພະລັງງານສະອາດ, ຫຼຸດຜ່ອນການນຳໃຊ້ທຶນຮອນຂອງລັດຖະບານໃນການນຳເຂົ້າ, ຊຸກຍູ້ສົ່ງເສີມ ເຊື້ອໄຟຈາກຟອດຊິລ (fossil) ເຊິ່ງອັນນີ້ ກໍໝາຍວ່າ ສປປລາວ ນຳໜ້າຫຼາຍປະເທດ ໃນການປະຕິບັດ ພັນທະຂອງຕົນ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍການລິເລີ່ມ ການເປີດກວ້າງນຳໃຊ້ ລົດໄຟຟ້າຢ່າງຈິງຈັງ.

ລັດຖະບານມີນະໂຍບາຍພິເສດໃນການນຳເຂົ້າ ແລະຊົມໃຊ້ລົດໄຟຟ້າ ໂດຍພາສີນຳເຂົ້າແມ່ນ 0%, ອາກອນຊົມໃຊ້ 3%, ອາກອນມູນຄ່າເພີ່ມ 10%, ເສຍຄ່າທຳນຽມທາງຕໍ່າກວ່າລົດຊົມໃຊ້ນຳມັນເຊື້ອໄຟຕໍ່າກວ່າ 30% ເປັນຕົ້ນ.

ພ້ອມນັ້ນ ທ່ານ ຈັນໂທ ມິລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ກະຊວງພະລງັງານ ແລະບໍ່ແຮ່ ໄດ້ໃຫ້ສຳພາດຜ່ານໜັງສືພີມປະຊາຊົນວ່າ “ການນຳໃຊ້ລົດໄຟຟ້າມີຄ່າສິ້ນເປືອງຕໍ່າກວ່າລົດທີ່ນຳໃຊ້ ນຳມັນເຊື້ອໄຟ ສະເລ່ຍ 6 ເທົ່າ ແລະຄຽງຄູ່ກັນນັ້ນ ລັດຖະບານຍັງຈະປັບຂຶ້ນພາສີນຳເຂົ້າລົດ ທີ່ນຳໃຊ້ນໍ້າມັນເຊື້ອໄຟ ຈາກ 30-40% ມາເປັນ 70%, ອາກອນຊົມໃຊ້ມາເປັນ 5% ແລະອາກອນມູນຄ່າ ເພີ່ມມາເປັນ 20% ເພື່ອເປີດຊ່ອງທາງ ໃຫ້ລົດໄຟຟ້ານຳໃຊ້ຢ່າງກວ້າງຂວາງໃນສປປລາວ.

ລັດຖະບານມີເປົ້າໝາຍຊັດເຈນວ່າ ຮອດປີ 2025 ການນຳໃຊ້ລົດໄຟຟ້າ ຢ່າງໜ້ອຍແມ່ນຕ້ອງໃຫ້ກວມ 1% ແລະຮອດປີ 2030 ແມ່ນໃຫ້ກວມ 30% ຂອງການນຳໃຊ້ພາຫະນະໃນ ສປປລາວ.

ການອອກນະໂຍບາຍການສົ່ງເສີມການນຳໃຊ້ລົດໄຟຟ້າແມ່ນສອດຄ່ອງກັບທ່າອ່ຽງຂອງໂລກ ໂດຍສະເພາະ ແນວທາງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ທີ່ມາຈາກພາຫະນະ ແລະພ້ອມນັ້ນ ພວກເຮົາກໍຮູ້ວ່າ ມະຫາເສດຖີອັນໜຶ່ງຂອງໂລກໃນປັດຈຸບັນ ແມ່ນ ອີລອນ ມັສ (Elon Musk) ຜູ້ທີ່ເປັນເຈົ້າຂອງ ບໍລິສັດຜະລິດລົດໄຟຟ້າໃຫຍ່ທີ່ສຸດໃນໂລກໃນປັດຈຸບັນ ທີ່ມີຊື່ວ່າ ເທສະລາ (Tesla) ທີ່ຂະຫຍາຍກຳລັງການຜະລິດເພີ່ມຂື້ນເລື້ອຍໆນີ້ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ທີ່ເພີ່ມຂຶ້ນ.

ພ້ອມນັ້ນ ຫຼາຍບໍລິສັດຜະລິດລົດ ທີ່ນຳໃຊ້ນໍ້າມັນຈະຢຸດຕິ ການຜະລິດພາຍໃນປີ 2040 ແລ້ວຫັນມາພັດທະນາລົດໄຟຟ້າແທນ ທີ່ຫຼາຍບໍລິສັດຜະລິດຂອງຍີ່ປຸ່ນ ເຊັ່ນ ໂຕໂຢຕາ, ຮອນດາ ແລະ ອື່ນໆ ກໍໄດ້ຫັນມາລົງທຶນໃສ່ລົດໄຟຟ້າຫຼາຍຂື້ນ ເຊັ່ນກັນ.

ເພາະສະນັ້ນ ການອອນະໂຍບາຍການນຳໃຊ້ລົດໄຟຟ້າຂອງລັດຖະບານລາວ ແມ່ນຄືກັນກັບວ່າ ຍິງປືນນັດດຽວໄດ້ ນົກສອງຕົວ, ໄດ້ທັງເສດຖະກິດ ທີ່ເຮັດໃຫ້ປະຢັດຄ່າໃຊ້ຈ່າຍຈາກການນຳເຂົ້ານໍ້າມັນ ແລະທັງປະກອບສ່ວນໃຫ້ ສະພາບແວດລ້ອມດີຂຶ້ນ ມີມົນລະພິດໜ້ອງລົງ ຄຽງຄູ່ກັບການປະຕິບັດພັນທະສາກົນ ວ່າດ້ວຍການປ່ຽນແປງດິນຟ້າອາອາດຕື່ມອີກ. ເຖິງວ່າຍັງມີສິ່ງທ້າຍຫຼາຍປະການໂດຍສະເພາະ ໂຄງຮ່າງ ພື້ນຖານຮອງຮັບການນຳໃຊ້ລົດໄຟຟ້າ ຍັງມີຈຳກັດ ເຊັ່ນ ຈຳນວນສະຖານີສາກ ແລະອື່ນໆ ແຕ່ເຊື່ອໝັ້ນວ່າຈະໄດ້ຮັບ ການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.

ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - 4 - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ
ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - 3 - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ
ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ - 5 - ລົດໄຟຟ້າ ພາຫະນະ ອະນາຄົດທີ່ຍືນຍົງ