ແພດ-ໝໍ ຢູ່ສູນ ມສ ເມືອງຈອມເພັດ ເອົາໃຈໃສ່ປິ່ວປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີເພີ່ມອີກ 37 ຄົນ
November 22, 2021 - 12:23 PM


ແຫລ່ງຂ່າວ ເມືອງຈອມເພັດ ແຂວງຫລວງພະບາງ ລາຍງານໃຫ້ຮູ້ວ່າ: ຕອນແລງ ວັນທີ 21 ພະຈິກ 2021, ທ່ານ ຟອງ ໄຊຍະສິດ ຮອງ ຫ້ອງການແນວລາວສ້າງຊາດເມືອງ ພ້ອມດ້ວຍຄະນະສະເພາະກິດ ແລະ ແພດໝໍປະຈຳຢູ່ສູນ ໄດ້ມີພິທີມອບໃບຢັ້ງຢືນໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ອອກສູນປິ່ນປົວໂຮງຮຽນ ມສ ເມືອງຈອມເພັດ 37 ຄົນ, ຍິງ 24 ຄົນ, ພາຍຫລັງໄດ້ກັກກັນຕົນເອງປິ່ນປົວຢູ່ໃນສູນຄົບກຳນົດ 14 ວັນ.
ເມືອງຈອມເພັດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 281 ຄົນ, ປິ່ນປົວດີ 128 ຄົນ ແລະ ພວມສຶບຕໍ່ປີ່ນປົວ 153 ຄົນ.
ໂອກາດນີ້, ທ່ານ ຟອງ ໄຊຍະສິດ ຍ້ອງຍໍຕໍ່ແພດໝໍທີ່ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ພ້ອມທັງສະແດງຄວາມເປັນຫ່ວງ ແລະໄດ້ຮຽກຮ້ອງມາຍັງບັນດາຜູ້ຕິດເຊື້ອທີ່ໄດ້ປິ່ນປົວຫາຍດີ 37 ຄົນທີ່ຈະກັບໄປໃຊ້ຊີວິດຢູ່ໃນຄອບຄົວຂອງຕົນ ໃຫ້ປະຕິບັດບັນດາມາດຕະການ ປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກເປັນຕົ້ນວິທີການປ້ອງກັນຕົນເອງ,ຄອບຄົວ ແລະ ຊຸມຊົນຕ້ອງເອົາໃຈໃສ່ດ້ວຍການລ້າງມືໃສ່ສະບູ ແລະ ນໍ້າສະອາດ, ໃຊ້ເຈວລ້າງມືທີ່ມີທາດເຫຼົ້າ,ຄວນຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ຈະເດີນທາງໄປໃສຕ້ອງໃສ່ຜ້າອັດປາກ-ດັງ,ເອົາໃຈໃສ່ໃຫ້ຮັກສາເບິ່ງແຍງອະນາໄມ, ຮັກສາສຸຂະພາບຂອງຕົນເອງກັບການດູແລຊີວິດໃຫ້ດີ ເພື່ອສະກັດກັ້ນພະຍາດຕ່າງໆທີ່ຈະເກີດຂື້ນຕາມລະດູການ.