ເມືອງວຽງທອງ ທໍາລາຍສວນກັນຊາ 9,9 ເຮັກຕາທີ່ລັກລອບປູກຢູ່ເຂດບ້ານອຸດົມ
November 24, 2021 - 3:23 PM


ໃນວັນທີ 24 ພະຈິກ ນີ້, ແຫລ່ງຂ່າວ ເມືອງວຽງທອງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 23 ພະຈິກ 2021 ຜ່ານມາ, ເຈົ້າໜ້າທີ ປກຊ-ປກສ ເມືອງ ສົບທົບກັບ ຊາວໝຸ່ມເມືອງ, ພາກສ່ວນກ່ຽວຂ້ອງຂອງເມືອງ ແລະ ປກສ ກຸ່ມນາຊວງ, ອໍານາດການປົກຄອງບ້ານອຸດົມໄຊ ລົງກວດກາ ພື້ນທີ່ ທີ່ມີການລັກລອບປູກກັນຊາຢູ່ເຂດບ້ານອຸດົມ ເມືອງວຽງທອງ ແຂວງບໍລິຄຳໄຊ ພົບເຫັນສວນປູກກັນຊາ ຈໍານວນ 17 ສວນຢູ່ໃນ 3 ຈຸດ, ເນື້ອທີ 9,9 ເຮັກຕາ, ມີ 10.180 ຂຸມ, ປະເມີນນໍ້າໜັກປະມານ 54.195 ກິໂລກຣາມ, ແລະ ໄດ້ກັກຕົວເຈົ້າຂອງສວນໄດ້ 1 ຄົນ, ແລະ ອີກ 16 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງ, ເຊິ່ງປັດຈຸບັນເຈົ້າໜ້າທີ່ກຳລັງສືບ-ສວນ ແລະ ຕິດຕາມກວດກາຄືນ ເພື່ອນໍາເອົາຕົວເຈົ້າຂອງສວນ 16 ສວນ ມາດໍາເນີນຄະດີຕາມລະບຽບກົດໝາຍ.
ສວນກັນຊາທີ່ພົບເຫັນໃນດັ່ງຄັ້ງນີ້ແມ່ນເຈົ້າໜ້າທີ່ໄດ້ພ້ອມກັນການຕັດ ແລະ ຈູດທຳລາຍຖີ້ມໝົດແລ້ວ.
