ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ

ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ - 26116110 - ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ
ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ - kitchen vibe - ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ
ຕາມການລາຍງານຂອງຫ້ອງການສາທາລະນະສຸກເມືອງເມິງ, ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ປັດຈຸບັນເມືອງເມິງ ແມ່ນພວມສືບຕໍ່ເຄື່ອນໄຫວສັກວັກຊີນ ໃຫ້ບັນດາກຸ່ມເປົ້າໝາຍຢູ່ພາຍໃນເມືອງ, ປະຊາຊົນຜູ້ທີ່ອາໄສຢູ່ປາງ (ອາໃສຢູ່ບ່ອນທໍາການຜະລິດ) ໃຫ້ຄົບຕາມກໍານົດດ ແລະ ກຸ່ມເປົ້າໝາຍ ໃນເກນອາຍຸແຕ່ 12-17  ປີ.
ທ່ານ ສົມສັກ ແສງຄໍາປວນ ຫົວໜ້າຫ້ອງການສາທາລະນະສຸກເມືອງເມິງ ໄດ້ໃຫ້ສໍາພາດວ່າ: ຕະຫລອດໄລຍະຜ່ານມາ ເມືອງເມິງ ແມ່ນໄດ້ສຸມໃສ່ສັກວັກຊີນໃຫ້ບັນດາກຸ່ມເປົ້າໝາຍ ຢູ່ພາຍໃນເມືອງຕາມກໍານົດເວລາ ແລະ ຂັ້ນຕອນ ຂອງວິຊາການຂອງແພດໝໍກໍານົດໄວ້, ເຊິ່ງວັກຊີນທີ່ໄດ້ຮັບການຊ່ວຍເຫລືອ ແລະ ນໍາມາສັກໃຫ້ພະນັກງານ ແລະ ປະຊາຊົນ ຢູ່ພາຍໃນເມືອງເມິງປະກອບມີ ຊີໂນຟາມ, ແອັສຕຣາເຊເນກາ ແລະ ຈອນສັນ-ຈອນສັນ; ທຸກກຸ່ມເປົ້າໝາຍ ແມ່ນໄດ້ຮັບວັກຊີນຕາມຈໍານວນ ແລະ ຂັ້ນຕອນ ທີ່ແພດໝໍກໍານົດໄວ້. ປັດຈຸບັນທາງຫ້ອງການສາທາລະນະສຸກເມືອງເມິງ ແມ່ນພວມສຸມໃສ່ເຄື່ອນໄຫວສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ອາຍຸລະຫວ່າງ 12-17 ປີ ຢູ່ພາຍໃນເມືອງ; ເຊິ່ງຂະບວນການສັກຮອບທີ 1 ແມ່ນໄດ້ເລີ່ມແຕ່ວັນທີ 23 ພະຈິກ 2021 ເປັນຕົ້ນມາ ແລະ ຈະໃຫ້ສໍາເລັດກ່ອນ ວັນທີ 8 ທັນວາ 2021 ທີ່ຈະມາເຖິງນີ້.
อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ - 261331085 1329715437482394 588965369947404892 n - ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ
ໃນທົ່ວເມືອງມີເດັກໃນກຸ່ມເປົ້າໝາຍເກນອາຍຸ 12 – 17  ປີ ທັງໝົດ 2.460 ຄົນ ໂດຍໄດ້ເລັ່ງໃສ່ສັກວັກຊີນ ໃຫ້ແກ່ກຸ່ມນັກຮຽນເປັນຫລັກ ເຊິ່ງເປັນກຸ່ມສ່ຽງສ່ວນໃຫຍ່ ເພາະນັກຮຽນສ່ວນຫລາຍມັກຈະໂຮມກັນເປັນກຸ່ມ ຢູ່ໃນສະຖານໂຮງຮຽນ, ບ້ານ ແລະ ສັງຄົມທົ່ວໄປ. ທັ້ງນີ້; ກໍເພື່ອເປັນການສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍ ຢູ່ພາຍໃນເມືອງ ແລະ ໃຫ້ບັນລຸຕາມຄາດໝາຍທີ່ກະຊວງສາທາລະນະສຸກວາງອອກ ໃຫ້ກວມເອົາ 50% ຂອງຈໍານວນປະຊາກອນທົ່ວປະເທດໃນປີ 2021.
ການສັກວັກຊີນ ແມ່ນວິທີດຽວທີ່ຈະສ້າງພູມຄຸ້ມກັນ ໃຫ້ແກ່ຄົນເຮົາ ເພື່ອສາມາດຕ້ານທານກັບເຊື້ອໄວຣັສ ແລະ ເຊື້ອແບກທີເຣຍຕ່າງໆ ທີ່ແຊກຊ້ອນເຂົ້າຮ່າງກາຍຂອງຄົນເຮົາ; ເມື່ອຮ່າງກາຍໄດ້ຮັບວັກຊີນແລ້ວກໍຈະສາມາດປ້ອງກັນເຊື້ອໄວຣັສໄດ້ ແລະ ເຖິງວ່າຮ່າງກາຍຂອງຄົນເຮົາຈະມີເຊື້ອໄວຣັສເຂົ້າໄປ ກໍຈະບໍ່ສະແດງອາການຮຸນແຮງ ເຊິ່ງຕ່າງຈາກຮ່າງກາຍຂອງຄົນ ຜູ້ທີ່ບໍ່ໄດ້ຮັບການສັກຢາວັກຊີນ ແມ່ນມີຄວາມສ່ຽງສູງທີ່ຈະເກີດມີການທີ່ຮຸນແຮງ ກວ່າບຸກຄົນ ທີ່ໄດ້ຮັບການສັກຢາວັກຊິນນັ້ນເອງ.
ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ - 3 - ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ
ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ - 5 - ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ
ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ - 4 - ເມືອງເມິງ ແຂວງບໍ່ແກ້ວ ລົງເຄື່ອນໄຫວສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸ 12 ປີຂຶ້ນໄປຢູ່ພາຍໃນເມືອງ