ເຈົ້ານະຄອນຫລວງພະບາງອອກແຈ້ງການຫ້າມເຂົ້າ-ອອກເມືອງຈອມເພັດຊົ່ວຄາວ


ວັນທີ 26 ພະຈິກ 2021 ນີ້ ເຈົ້ານະຄອນຫລວງພະບາງ ອອກແຈ້ງການເລກທີ 97/ຈນ ຫຼບ ເພື່ອເຂັ້ມງວດໃນການປະຕິບັດບັນດາມາດຕະການຂອງຄະນະເພາະກິດວາງອອກ ໂດຍມີເນື້ອໃນດັ່ງນີ້:
1. ຫ້າມພະນັກງານທັງພາກລັດ-ເອກະຊົນ, ຜູ້ປະກອບການທຸລະກິດ, ປະຊາຊົນບັນດາເຜົ່າ, ແມ່ຄ້າຊາວຂາຍ ທີ່ດໍາລົງຊີວິດຢູ່ໃນພື້ນທີ່ນະຄອນຫລວງພະບາງເດີນທາງໄປເຮັດວຽກ ຫຼື ທໍາການຜະລິດ ຢູ່ເມືອງຈອມເພັດ ຢ່າງເດັດຂາດ; ຍົກເວັ້ນ ການນໍາຂັ້ນເມືອງ, ແພດ-ຫມໍ, ທະຫານ-ຕໍາຫຼວດ, ທີ່ໄດ້ຮັບການແຕ່ງຕັ້ງເປັນຄະນະສະເພາະກິດ ເພື່ອໄປປະຕິບັດຫນ້າທີ່ວຽກງານຕ້ານ-ສະກັດກັ້ນພະຍາດໂຄວິດ-19 ໃນເຂດດັ່ງກ່າວ.
2. ຫ້າມພະນັກງານທັງພາກລັດ-ເອກະຊົນ, ທະຫານ-ຕໍາຫຼວດ, ຜູ້ປະກອບການທຸລະກິດ, ປະຊາຊົນບັນດາເຜົ່າ, ແມ່ຄ້າຊາວຂາຍ ທີ່ດໍາລົງຊີວິດຢູ່ເມືອງຈອມເພັດ ເດີນທາງເຂົ້າມາເຮັດວຽກ ຫຼື ທໍາການຄ້າຂາຍ ຢູ່ນະຄອນຫລວງພະບາງຢ່າງເດັດຂາດ.
3. ມອບໃຫ້ຄະນະສະເພາະກິດຂອງນະຄອນປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງ ແລະ ເມືອງຈອມເພັດເພື່ອເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນປະກາດໂຄວິດ-19.
4. ມອບໃຫ້ຫ້ອງການອຸດສາຫະກໍາ-ການຄ້ານະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຕ່ງຕັ້ງຜູ້ປະສານງານ ໃນການແລກປ່ຽນ-ຄ່ຽນຖ່າຍສິນຄ້າຮ່ວມກັນ.
5. ມອບໃຫ້ເຈົ້າຫນ້າທີ່ຕັ້ງຈຸດກວດກາ ຢູ່ທ່າເຮືອຫຼວງ ແລະ ພ້ອມທັງເຄື່ອນໄຫວລາດຕະເວນ ເປັນປົກກະຕິ.
6. ຖ້າບຸກຄົນໃດຫາກມີການລະເມີດແມ່ນຈະໄດ້ປະຕິບັດມາດຕະການປັບໃຫມ ແລະ ລະບຽບກົດໝາຍຢ່າງເຂັ້ມງວດຕາມແຈ້ງການ ສະບັບເລກທີ 90/ຈນຫຼຸບ, ລົງວັນທີ 16 ພະຈິກ 2021.
7. ແຈ້ງການສະບັບນີ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 26 ພະຈິກ ຫາ 11 ທັນວາ 2021. ດັ່ງນັ້ນ, ຈິ່ງຂໍແຈ້ງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.