ເຈົ້າໜ້າທີ່ສາມາດຍຶດໄມ້ຜິດກົດໝາຍໄດ້ຫລາຍກວ່າ 67.200 ແມັດກ້ອນພາຍຫລັງຄໍາສັ່ງເລກທີ 15/ນຍ.


ຫົວໜ້າກົມການນຳເຂົ້າ-ສົ່ງອອກກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ພາຍຫລັງໄດ້ເອົາໃຈໃສ່ປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການຄຸ້ມຄອງໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນຂອບເຂດທົ່ວປະເທດ, ເຈົ້າໜ້າທີ່ສາມາດຢຶດໄມ້ຜິດກົດໝາຍໄດ້ຫລາຍກວ່າ 67.200 ແມັດກ້ອນ, ໃນນີ້ໄດ້ຈັດປະມູນຂາຍແລ້ວ 46.800 ກວ່າແມັດກ້ອນ, ຕົກເປັນມູນຄ່າທັງໝົດກວ່າ 71 ຕື້ກີບ. ພ້ອມນີ້ຍັງກວດພົບເຫັນໄມ້ເພີ່ມຈໍານວນໜຶ່ງທີ່ຢູ່ໃນຂັ້ນຕອນການກວດກາຂອງຄະນະຮັບຜິດຊອບຂັ້ນແຂວງຄື: ແຂວງຈຳປາສັກມີ 11.100 ກວ່າແມັດກ້ອນ, ໃນນັ້ນໄດ້ສຳເລັດການຂຶ້ນບັນຊີແລ້ວ 6.600 ກວ່າແມັດກ້ອນ, ແຂວງຊຽງຂວາງມີປະເພດໄມ້ທ່ອນຫລາຍກວ່າ 17.570 ແມັດກ້ອນ ແລະ ໄມ້ແປຮູບຫລາຍກວ່າ 10.970 ແມັດກ້ອນ ແລະ ຜົນການກວດກາພົບວ່າເປັນໄມ້ທີ່ບໍ່ຖືກຕ້ອງ, ເຊິ່ງຈະຢຶດເປັນຂອງລັດເພື່ອສືບຕໍ່ປະມູນຂາຍຕໍ່ໄປ. ນອກຈາກນີ້ຢູ່ແຂວງໄຊຍະບູລີກໍພວມກະກຽມການປະມູນຂາຍໄມ້ຫລາຍກວ່າ 1 ພັນແມັດກ້ອນ.
ຂໍ້ມູນດັ່ງກ່າວໄດ້ມີການລາຍງານໃນກອງປະຊຸມປຶກສາຫາລືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າກັບບັນດາແຂວງ ແລະ ພາກທຸລະກິດໃນການປະມູນຂາຍໄມ້ທີ່ຢຶດເປັນຂອງລັດ, ຊຶ່ງຈັດຂຶ້ນຢູ່ແຂວງຄໍາມ່ວນເມື່ອວັນທີ 26 ກໍລະກົດນີ້.
ຄະນະຮັບພິຊອບການປະມູນ ໃຫ້ຮູ້ວ່າ: ປັດຈຸບັນ, ຍັງພົບເຫັນສະພາບການລັກ ລອບຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ບໍ່ຖືກຕ້ອງລະບຽບກົດໝາຍຢູ່ບາງທ້ອງຖິ່ນ, ເຊິ່ງເຈົ້າໜ້າທີ່ກໍໄດ້ມີການຕິດຕາມກວດກາ ແລະ ຢຶດມາເປັນຂອງລັດໄດ້ຈຳນວນຫລາຍ. ສ່ວນສະພາບຕົວຈິງຂອງການປະມູນຂາຍໄມ້ເຫັນວ່າມີບັນຫາຫຍຸ້ງຍາກບາງດ້ານ ເປັນຕົ້ນ: ບາງກໍລະນີມີສັນຍາແລ້ວແຕ່ບໍ່ມາຊຳລະເງິນຄ່າພັນທະ, ບາງບໍລິສັດປະມູນໄດ້ແລ້ວພັດໄປຂາຍຕໍ່ເພື່ອເກງກຳໄລຈຶ່ງເຮັດໃຫ້ແກ່ຍາວເວລາການຊຳລະເງິນຄ່າໄມ້ຕາມສັນຍາ.