ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ

ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ - 85478f4f 7678 4d5a 9591 c0fc8653c4aa - ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ
ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ - kitchen vibe - ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ

ວັນທີ 29 ພະຈິກ 2021 ນີ້, ທີ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ), ໄດ້ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ, ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ, ພ້ອມຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນ ລລບສ.

ໂດຍການເປັນປະທານຂອງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ, ມີສະຫາຍ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ສະຫາຍ ສົມຈິດ ຄໍາມຸງຄຸນ ກໍາມະການຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການກະຊວງ, ຄະນະຊີ້ນໍາລວມວຽກງານສະຫຼຸບຕີລາຄາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນ ລລບສ ເຂົ້າຮ່ວມ.

ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ - Visit Laos Visit SALANA BOUTIQUE HOTEL - ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ

ໂອກາດດັ່ງກ່າວ, ສະຫາຍ ອຸໄທ ອິນທິລາດ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກກະຊວງການເງິນ ສະບັບເລກທີ 154/ຄປຈ.ກງ, ລົງວັນທີ 23 ພະຈິກ 2021 ວ່າດ້ວຍການບົ່ງຕົວ-ແຕ່ງຕັ້ງເລຂາໜ່ວຍພັກຮາກຖານລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ອີງຕາມຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ສະບັບເລກທີ 5360/ກງ, ລົງວັນທີ 26 ຕຸລາ 2021 ຄະນະປະຈໍາພັກກະຊວງເຫັນດີບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ເປັນເລຂາໜ່ວຍພັກຮາກຖານລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ເພື່ອຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດວຽກງານໃນໜ່ວຍພັກຮາກຖານ ລລບສ.

ພ້ອມກັນນັ້ນ, ໃນວາລະດັ່ງກ່າວຍັງໄດ້ມີການຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ສະມາຊິກພັກ ພາຍໃນ ລລບສ ຊຶ່ງກ່ອນທີ່ຈະຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ສະມາຊິກພັກ, ພ້ອມໝູ່ຄະນະປະກອບຄໍາຄິດເຫັນໃສ່ບົດສໍາຫຼວດບຸກຄົນ, ໃຫ້ຄະແນນ ແລະ ຈັດປະເພດ (ແບບເປີດເຜີຍ ແລະ ປິດລັບ) ໃນນັ້ນ, ສະຫາຍ ສົມຈິດ ຄໍາມຸງຄຸນ ກໍາມະການ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການ,ຄະນະຊີ້ນໍາລວມວຽກງານສະຫຼຸບຕີລາຄາ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໄດ້ແນະນໍາວິທີການ, ການຈັດຕັ້ງປະຕິບັດການປະເມີນ ແລະ ຍ້ອງຍໍ, ວິທີການສ້າງແຜນ, ຈັດຕັ້ງປະຕິບັດແຜນ, ຫຼັກການສະຫຼຸບຕີລາຄາ, ວິທີດໍາເນີນຕີລາຄາຄຸນນະພາບສະມາຊິກພັກ ແລະ ໜ່ວຍພັກ, ການໃຫ້ຄະແນນ ແລະ ຈັດປະເພດສະມາຊິກພັກ-ໜ່ວຍພັກ ເພື່ອເປັນແບບແຜນ-ວິທີການ ໃນການປະເມີນສະມາຊິກພັກ ແລະ ໜ່ວຍພັກ ຂອງໜ່ວຍພັກຮາກຖານ ລລບສ.

ເພື່ອກະກຽມຂຽນຮ່າງບົດສໍາຫຼວດຂອງສະມາຊິກພັກ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ, ຮ່າງ ສັງລວມຄະແນນຈັດປະເພດສະມາຊິກພັກ ແລະ ໜ່ວຍພັກ ໂດຍການໃຫ້ແຕ່ລະໜ່ວຍພັກສະຫຼຸບຕີລາຄາຄືນ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ເພື່ອເປັນບ່ອນອີງໃນການສະຫຼຸບຕີລາຄາໃຫ້ຖືກຕ້ອງຕາມລະບຽບການ ແລະ ສັງລວມຜົນການສະຫຼຸບຕີລາຄາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ໃນປີ 2021 ໃຫ້ສໍາເລັດ ເພື່ອລາຍງານຄະນະພັກຂັ້ນເທິງຮັບຮອງ.

ທັງນີ້, ກໍ່ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນອັນຕະລາຍຕໍ່ພັກເຮົາແນໃສ່ເຊີດຊູບົດບາດຄວາມສາມາດນໍາພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸສາມາດເປັນແກນນໍາທີ່ເຂັ້ມແຂງ ໃນລະບົບການເມືອງຢູ່ຮາກຖານ, ຮັບປະກັນເຮັດໃຫ້ການ ນໍາພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ພັກເຮົາມີຄວາມຈໍາເປັນຕ້ອງກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດທີ່ວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ - 5 - ປະກາດບົ່ງຕົວ-ແຕ່ງຕັ້ງສະຫາຍ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລລບສ ເປັນເລຂາໜ່ວຍພັກຮາກຖານ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!