3 ວິຕາມິນທີ່ຈຳເປັນເພື່ອຕໍ່ສູ້ກັບໂຄວິດ-19
December 10, 2021 - 5:00 PM


ແຕ່ໃດໆມາວິຕາມິນກໍປຽບດັ່ງເກາະປ້ອງກັນຮ່າງກາຍຈາກເຊື້ອພະຍາດມາໂດຍຕະຫລອດ, ວິຕາມິນບາງຊະນິດ ເຊັ່ນ : ວິຕາມິນ D ຖືກເອົາມາໃຊ້ໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈຫລາຍພະຍາດ ເພາະຂໍ້ດີຂອງວິຕາມິນທີ່ເປັນສິ່ງທີ່ຮ່າງກາຍຕ້ອງການຢູ່ແລ້ວ ບໍ່ຕ້ອງລໍຖ້າໃຫ້ປ່ວຍຈຶ່ງກິນ ເພາະສາມາດກິນເພື່ອປ້ອງກັນໄດ້ ແລະ ສາມາດກິນໄດ້ຢ່າງຕໍ່ເນື່ອງ. ດັ່ງນັ້ນ, ວິທີທີ່ງ່າຍ ແລະ ວ່ອງໄວທີ່ສຸດເພື່ອການເບິ່ງແຍງສຸຂະພາບດ້ານບວກກໍໜີບໍ່ພົ້ນການເສີມວິຕາມິນກັບຮ່າງກາຍ ໂດຍສະເພາະໃນໄລຍະການແຜ່ລະບາດຂອງໂຄວິດ – 19 ນີ້ ເຊິ່ງກໍມີ 3 ວິຕາມິນທີ່ຈຳເປັນເພື່ອຕໍ່ສູ້ກັບໂຄວິດ – 19 ດັ່ງນີ້ :
- ວິຕາມິນເດ 3 (Vitamin D3) : ເປັນຊະນິດວິຕາມິນທີ່ສາມາດເພີ່ມປະລິມານວິຕາມິນເດໃນເລືອດໄດ້ແທ້ ຊ່ວຍເພີ່ມພູມຕ້ານທານ, ຫລຸດການຕິດເຊື້ອ ແລະ ຫລຸດການຍ້ອນກັບມາຂອງພະຍາດ ເຊິ່ງມີວຽກງານວິໄຈວ່າ ຜູ້ທີ່ມີວິຕາມິນເດໃນເລືອດໜ້ອຍເກີນໄປ ມີໂອກາດຕິດເຊື້ອໂຄວິດ – 19 ແລະ ເຂົ້າໂຮງໝໍຫລາຍກ່ວາຄົນທົ່ວໄປເຖິງ 2 ເທົ່າ ໂດຍຕາມສະຖິຕິແລ້ວ ປະຊາກອນເກືອບເຄິ່ງໜຶ່ງມີວິຕາມິນເດໃນເລືອດໜ້ອຍກ່ວາເກນ ວິຕາມິນເດ 3 ຈຶ່ງເປັນໂຕເລືອກທຳອິດທີ່ຂາດບໍ່ໄດ້ໃນການປ້ອງກັນຕົນເອງຈາກໂຄວິດ – 19.
- ວິຕາມິນເບ 6 (Vitamin B6) : ເປັນວິຕາມິນທີ່ຊ່ວຍຂັດຂວາງ Cytokine Storm ໃຫ້ສະຫງົບລົງ ຫລື ກໍຄືຊ່ວຍໃຫ້ສະໜາມຮົບລະຫ່ວາງພູມຕ້ານທານ ແລະ ເຊື້ອພະຍາດ ດັ່ງ ປອດ ບໍ່ເສຍຫາຍຫລາຍເກີນໄປ ແລະ ຍັງມີສ່ວນຊ່ວຍປ້ອງກັນການຍ້ອນກັບມາຂອງ Cytokine Storm ນຳອີກ.
- ວິຕາມິນເບ 12 (Vitamin B12) : ເປັນວິຕາມິນທີ່ຮ່າງກາຍຈະຂາດເມື່ອຕິດເຊື້ອໄວຣັສ ຫລື ກໍຄືຫາກຕິດເຊື້ອໂຄວິດ – 19 ເມື່ອໃດ ຈະສົ່ງຜົນໃຫ້ວິຕາມິນເບ 12 ໃນຮ່າງກາຍຫລຸດລົງ ເຊິ່ງຈະເຮັດໃຫ້ແບັກທີເຣຍຊະນິດດີໃນຮ່າງກາຍທີ່ກິນວິຕາມິນເບ 12 ເປັນອາຫານຕາຍຕາມໄປນຳ ເຊັ່ນ : ແບັກທີເຣຍໃນລຳໄສ້ທີ່ຊ່ວຍສ້າງຄວາມດຸ່ນດ່ຽງໃຫ້ລະບົບທາງເດີນອາຫານ ເມື່ອຕາຍລົງໄປກໍຈະເຮັດໃຫ້ລະບົບທາງເດີນອາຫານບໍ່ດຸ່ນດ່ຽງ, ເກີດອາການເຈັບທ້ອງ, ຍື່ງທ້ອງ, ຖອກທ້ອງຕາມມາ ຈຶ່ງຈຳເປັນຕ້ອງເສີມວິຕາມິນເບ 12 ໃຫ້ຮ່າງກາຍ ເພື່ອປ້ອງກັນຄວາມເຈັບປ່ວຍຫາກຕິດເຊື້ອ.