ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ

ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ -           1 - ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ
ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ - kitchen vibe - ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ

ມະຫາວິທະຍາໄລຮົງກົງເຜີຍແຜ່ການວິໄຈຫລ້າສຸດທີ່ສ້າງຄວາມກັງວົນຕໍ່ການແຜ່ລະບາດຂອງໂຄວິດສາຍພັນໂອມິຄຣອນ ຫລັງພົບຄວາມເປັນໄປໄດ້ທີ່ເຊື້ອອາດສາມາດແຜ່ກະຈາຍທາງອາກາດໄດ້ ໂດຍພົບກໍລະນີຂອງ 2 ນັກເດີນທາງຈາກຕ່າງປະເທດທີ່ສັກວັກຊີນຄົບໂດສແລ້ວ ຕິດເຊື້ອໃນໂຮງແຮມທີ່ກັກຕົວທັງທີ່ບໍ່ໄດ້ອອກຈາກຫ້ອງ ເຊິ່ງຄາດວ່າເຊື້ອອາດແຜ່ກະຈາຍຜ່ານບໍລິເວນທາງຍ່າງ.

ການວິໄຈດັ່ງກ່າວ ເຊິ່ງຖືກເຜີຍແຜ່ໃນວັນທີ 3 ທັນວາຜ່ານມາ ລະບຸວ່າ: 2 ນັກເດີນທາງ ຄົນໜຶ່ງມາຈາກການາດາ ແລະ ອີກຄົນມາຈາກອາຟຣິກາໃຕ້ ເຊິ່ງທັງສອງຜ່ານການສັກວັກຊີນ Pfizer ຄົບ 2 ໂດສແລ້ວ ແລະ ມີຜົນກວດເຊື້ອແບບ PCR ເປັນລົບ ກ່ອນເດີນທາງໄປເຖິງຮົງກົງເມື່ອວັນທີ 10 ພະຈິກ ແລະ ໄດ້ເຂົ້າພັກໃນໂຮງແຮມກັກຕົວດຽວກັນ ໂດຍຢູ່ຫ້ອງກົງກັນຂ້າມກັນ.

ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ - Visit Laos Visit SALANA BOUTIQUE HOTEL - ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ

ຂໍ້ມູນການວິໄຈລະບຸວ່າ: ນັກເດີນທາງຈາກອາຟຣິກາໃຕ້ ເຊິ່ງຄາດວ່າຕິດເຊື້ອໂຄວິດໂອມິຄຣອນຕັ້ງແຕ່ກ່ອນເດີນທາງ ເລີ່ມມີອາການ ແລະ ມີຜົນກວດເຊື້ອເປັນບວກໃນວັນທີ 13 ພະຈິກ ກ່ອນນັກເດີນທາງຈາກການາດາຈະເລີ່ມເກີດອາການ ແລະ ມີຜົນກວດເຊື້ອເປັນບວກໃນອີກ 4 ວັນຕໍ່ມາ.

ເຊິ່ງຈາກການກວດສອບພາບຈາກກ້ອງວົງຈອນປິດໃນໂຮງແຮມທີ່ກັກຕົວ ພົບວ່ານັກເດີນທາງທັງສອງບໍ່ໄດ້ອອກຈາກຫ້ອງພັກ ແລະ ບໍ່ມີການຕິດຕໍ່ກັບໃຜ. ຂະນະທີ່ທີມວິໄຈຊີ້ວ່າ: ຄວາມເປັນໄປໄດ້ຫລາຍທີ່ສຸດ ຄືມີການແຜ່ກະຈາຍຂອງເຊື້ອໄວຣັສຜ່ານທາງອາກາດໃນທາງຍ່າງ ໂດຍ 2 ນັກເດີນທາງອາດໄດ້ຮັບເຊື້ອລະຫວ່າງທີ່ເປີດປະຕູເພື່ອຈັບອາຫານທີ່ຈັດສົ່ງໄວ້ ເຊິ່ງເປັນຊ່ວງເວລາດຽວກັນຂອງທຸກວັນ.

ເຊິ່ງກໍລະນີທີ່ປາກົດສົ່ງຜົນໃຫ້ຜູ້ຊ່ຽວຊານ ແລະ ໜ່ວຍງານສາທາລະນະສຸກຮົງກົງກັງວົນວ່າ: ໂຄວິດໂອມິຄຣອນອາດສາມາດແຜ່ກະຈາຍຜ່ານທາງອາກາດໄດ້.

“ການກວດພົບການແຜ່ເຊື້ອໂຄວິດສາຍພັນໂອມິຄຣອນລະຫວ່າງ 2 ບຸກຄົນທີ່ໄດ້ຮັບການສັກວັກຊີນຄົບໂດສແລ້ວຜ່ານທາງຍ່າງໃນໂຮງແຮມທີ່ກັກຕົວ ໄດ້ເນັ້ນເຖິງຄວາມກັງວົນທີ່ເປັນໄປໄດ້ວ່າ: ໂອມິຄຣອນອາດແຜ່ເຊື້ອໄດ້ງ່າຍຂຶ້ນ, ກະທັ້ງໃນກຸ່ມຜູ້ທີ່ສັກວັກຊີນແລ້ວ” ທີມວິໄຈລະບຸ. ພ້ອມເນັ້ນເຖິງຄວາມຈຳເປັນທີ່ຕ້ອງມີການສືບສວນເພີ່ມຕື່ມໂດຍດ່ວນ ແລະ ອາດຕ້ອງມີການເພີ່ມມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ເຊື້ອໃນລະຫວ່າງທີ່ລໍຖ້າຂໍ້ມູນເພີ່ມຕື່ມ.

ອ້າງອີງ:

https://www.dailymail.co.uk/…/Double-vaxxed-traveller…

https://www.bloomberg.com/…/omicron-s-spread-across…

ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ - 4 - ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ
ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ - 3 - ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ
ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ - 5 - ຮົງກົງພົບ 2 ນັກເດີນທາງສັກວັກຊີນແລ້ວ ຕິດໂຄວິດໂອມິຄຣອນໃນໂຮງແຮມທີ່ກັກຕົວ ທັງທີ່ບໍ່ອອກຈາກຫ້ອງ ຢ້ານເຊື້ອແຜ່ກະຈາຍທາງອາກາດ