ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ

ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ - aHR0cHM6Ly9zLmlzYW5vb2suY29tL3NwLzAvdWQvMjY1LzEzMjc1ODIvYmJidi5qcGc - ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ
ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ - kitchen vibe - ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ

ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ - aHR0cHM6Ly9zLmlzYW5vb2suY29tL3NwLzAvdWQvMjY1LzEzMjc1ODIvYmJidi5qcGc 300x180 - ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ

ເຈີເກັນ ຄລອບ ຜູ້ຈັດການທີມຂອງ ລີເວີພູລ ທີມຮອງຜູ້ນຳໃນການແຂ່ງຂັນ ພຣີເມຍລີກ ອັງກິດ ກ່າວເຖິງສະຖານະການເລື່ອງສັນຍາສະບັບໃຫມ່ຂອງ ໂມຮາເຫມັດ ຊາລາ ເຊິ່ງຍັງບໍ່ໄດ້ຂໍ້ຍຸດຕິໃນຕອນນີ້ວ່າ ເລື່ອງນີ້ມີລາຍລະອຽດທີ່ຕ້ອງລົມກັນຫລາຍຢ່າງ ແລະ ທຸກຢ່າງຕ້ອງໃຊ້ເວລາຈຶ່ງຈະຫາຂໍ້ສະຫລຸບໄດ້ ຕາມລາຍງານຈາກ ລີເວີພູລເອັກໂຄ.

ສັນຍາສະບັບປັດຈຸບັນຂອງດາວຍິງທີມຊາດອີຢິບ ພວມຈະຫມົດລົງໃນປີ 2023 ເຊິ່ງມີຂ່າວເລື່ອງການເຈລະຈາຂະຫາຍສັນຍາສະບັບໃຫມ່ກັນມາຕະຫລອດຕັ້ງແຕ່ລະດູການຜ່ານມາ ແຕ່ຈົນເຖິງຕອນນີ້ຍັງບໍ່ມີທີທ່າວ່າຈະໄດ້ຂໍ້ສະຫລຸບທີ່ຈະແຈ້ງ ເຊິ່ງຜູ້ຈັດການທີມຊາວເຢຍລະມັນກ່າວເຖິງເລື່ອງນີ້ໃນລະຫວ່າງການຖະແຫລງຂ່າວກ່ອນເກມທີ່ຈະອອກໄປຢາມຢາມ ເອຊີ ມິລານ ໃນການແຂ່ງຂັນ ຢູຟາ ແຊ໊ມປຽນລີກ ວັນອັງຄານວ່າ : ພວກເຮົາພວມເຈລະຈາເຖິງການຂະຫຍາຍສັນຍາກັບນັກເຕະຢູ່ ເຊິ່ງມັນບໍ່ແມ່ນເລື່ອງທີ່ຈະສາມາດລົມກັນໄດ້ຢ່າງເອກະພາບກັນໄດ້ງ່າຍໆ ມັນເປັນເລື່ອງທຳມະດາຫລາຍ ທີ່ຈິງແລ້ວບໍ່ມີຫຍັງທີ່ຕ້ອງເວົ້າເຖິງລາວອີກແລ້ວ ລາວເວົ້າກ່ຽວກັບເລື່ອງນີ້ ແລະ ຂ້ອຍກໍເວົ້າໄດ້ພຽງ 2-3 ເລື່ອງ ເພາະທີ່ເຫລືອນັ້ນບໍ່ສາມາດເປີດເຜີຍຕໍ່ສາທາລະນະໄດ້.

ແຕ່ຂ້ອຍບໍ່ແນ່ໃຈວ່າ ລາວໃຫ້ສຳພາດເປັນພາສາອັງກິດຫລືບໍໍ ຫລືວ່າມີການແປຜິດໆອອກມາ ເຊິ່ງນັ້ນຄືປະເດັນທີ່ເກີດຂຶ້ນຄັ້ງໃນໄລຍະບໍ່ເທົ່າໃດມື້ນີ້ ດັ່ງນັ້ນ ຫລາຍສິ່ງສາມາດເກີດຂຶ້ນໄດ້ເມື່ອມີບາງຄົນຕ້ອງການໃຫ້ເປັນແບບນັ້ນ ແຕ່ ຊາລາ ແລະ ຂ້ອຍກໍໂອເຄ ຂ້ອຍຄິດວ່າສິ່ງທີ່ເຮົາຕ້ອງການນັ້ນຈະແຈ້ງ ແລະ ຂອງແບບນີ້ ມັນຕ້ອງໃຊ້ເວລາ ມັນກໍເທົ່ານັ້ນ.

ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ - 5 - ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ
ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ - 3 - ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ
ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ - 4 - ຄລອບ ເຜີຍສະຖານະການຫລ້າສຸດສັນຍາໃຫມ່ ຊາລາ