ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ

ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ - 62012545836 - ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ
ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ - kitchen vibe - ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ

ໃນກອງປະຊຸມສະຫຼຸບຖອດຖອນບົດຮຽນການພັດທະນາ ແລະຄຸ້ມຄອງເຂດເສດຖະກິດພິເສດແຕ່ 2016-2020 ທີ່ຈັດຂຶ້ນໃນວັນທີ 8 ທັນວານີ້ຢູ່ກະຊວງແຜນການ ແລະ ການລົງທຶນ ໂດຍມີພາກສ່ວນກ່ຽວຂ້ອງທັງສູນກາງ ແລະທ້ອງຖິ່ນເຂົ້າຮ່ວມຜ່ານລະບົບທາງໄກ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນປະເທດເຮົາໄດ້ອະນຸມັດສ້າງເຂດເສດຖະກິດພິເສດ ຢູ່ 7 ແຂວງ ແລະ ມີ 19 ສັນຍາພັດທະນາໂຄງການໃນເຂດເສດຖະກິດດັ່ງກ່າວ ແລະ ໄດ້ນໍາໃຊ້ເນື້ອທີ່ດິນຕົວຈິງ15 ພັນກວ່າເຮັກຕາ, ໃນນັ້ນມີບໍລິສັດຕ່າງປະເທດເຂົ້າມາລົງທຶນແລ້ວ 740 ບໍລິສັດ,ດ້ວຍທຶນຈົດທະບຽນທັງຫມົດ 12 ຕື້ໂດລາສະຫະລັດ, ຖືວ່າເປັນຜົນສຳເລັດໃນເບື້ອງຕົ້ນຄື: ການພັດທະນາພື້ນຖານໂຄງລ່າງ, ການສ້າງເຂດຕົວເມືອງໃໝ່ໃນຊົນນະບົດ, ການສ້າງເຂດອຸດສາຫະກຳ, ການຖ່າຍທອດເຕັກໂນໂລຊີ, ການຍົກລະດັບສີມືແຮງງານ, ການສ້າງວຽກເຮັດງານທໍາ, ການສ້າງລະບົບບໍລິການ logistic ຢ່າງເປັນລະບົບຄົບຊຸດເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ອັນເປັນຖານລາຍຮັບໃໝ່ຂອງປະທດ, ພ້ອມກັນນັ້ນປະຊາຊົນ ແລະ ບັນດາ ທຸລະກິດຂະໜາດນ້ອຍ-ກາງ (SME) ທີ່ຢູ່ອ້ອມຂ້າງໂຄງການໄດ້ມີສ່ວນຮ່ວມ ແລະມີຜົນປະໂຫຍດຈາກການພັດທະນາທັງທາງກົງ ແລະທາງອ້ອມເປັນຈຳນວນບໍ່ຫນ້ອຍ ໂດຍສະເພາະທຸລະກິດການບໍລິການ ແລະອື່ນໆ.

ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ - Visit Laos Visit SALANA BOUTIQUE HOTEL - ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ

ໄລຍະ 5 ປີຜ່ານມາ, ບັນດາເຂດເສດຖະກິດພິເສດນີ້ ໄດ້ມີຜົນງານພົ້ນເດັ່ນຫລາຍດ້ານຕໍາການພັດທະນາ ເຊັ່ນ: ເຂດສະຫວັນ-ເຊໂນ (ຈຸດ C), ເຂດກວມລວມໄຊເຊດຖາ, ເຂດການຄ້າວຽງຈັນ-ໂນນທອງ, ເຂດບໍ່ເຕັນແດນງາມ, ເຂດສາມຫຼ່ຽມຄໍາ, ເຂດບຶງທາດຫຼວງ ແລະ ເຂດປາກເຊ-ຍີ່ປຸ່ນ.  ສຳລັບປີ 2021 ນີ້ມີບໍລິສັດເຂົ້າມາລົງທຶນ 45 ບໍລິສັດ, ສາມາດມອບພັນທະເຂົ້າງົບປະມານຂອງລັດໄດ້ 47 ຕື້ກວ່າກີບ, ບັນລຸມູນຄ່າສົ່ງອອກສິນຄ້າໄດ້ຫລາຍກ່ວາ 376 ລ້ານໂດລາ.

ທ່ານຮອງນາຍົກເວົ້າວ່າ: ແຕ່ຄຽງຄູ່ກັນນັ້ນ, ການພັດທະນາ ແລະຄຸ້ມຄອງເຂດເສດຖະກິດພິເສດ ດັ່ງກ່າວກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂເຊັ່ນ: ບາງເຂດຍັງບໍ່ທັນມີຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດສັນຍາ ແລະແຜນແມ່ບົດທີ່ກຳນົດໄວ້ ຍ້ອນງົບປະມານ ແລະການເຂົ້າເຖິງແຫຼ່ງທຶນຂອງຜູ້ພັດທະນາຍັງຈຳກັດ, ການບໍລິການຜ່ານປະຕູດຽວ ເພື່ອອຳນວຍຄວາມສະ ດວກ ໃຫ້ແກ່ການລົງທຶນຢູ່ໃນເຂດຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ການແກ້ໄຂບັນຫາທີ່ດິນຂອງປະຊາຊົນທີ່ຖືກຜົນກະທົບຈາກການພັດທະນາໂຄງການຍັງຊັກຊ້າ ແລະແກ່ຍາວ, ການປະ ຕິບັດພັນທະເຂົ້າງົບປະມານຂອງລັດຍັງບໍ່ທັນໄດ້ຫຼາຍ, ການສະໜອງແຮງງານລາວເຂົ້າເຮັດວຽກໃນເຂດຍັງຈຳກັດທັງປະລິມານ ແລະ ຄຸນນະພາບ ລວມທັງການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ ແລະມີຜົນປະໂຫຍດຈາກການພັດທະນາໂຄງການຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ - 4 - ມີກວ່າ 740 ບໍລິສັດ ລົງທຶນຢູ່ເຂດເສດຖະກິດພິເສດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!