ລາຍລະອຽດຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ໃນ ສປປ ລາວ 5 ຄົນ ໃນວັນທີ 9 ທັນວາ 2021

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ລາຍລະອຽດຜູ້ເສຍຊີວິດ ປະຈໍາວັນທີ 9 ທັນວາ 2021 ນີ້ວ່າ: ປັດຈະບັນຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83,294 ຄົນ, ເສຍຊີວິດສະສົມ 224 ຄົນ (ໃໝ່ 5), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 751 ຄົນ, ກໍາລັງປິ່ນປົວ 12,151 ຄົນ.
- ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 55 ປີ, ບ້ານ ຫ້ວຍຊາຍໃຕ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ
–ພະຍາດປະຈຳຕົວ: ເບົາຫວານ
-ບໍ່ໄດ້ສັກຢາກັນພະຍາດໂຄວິດ 19
-ວັນທີ 3 ທັນວາ 2021: ກວດພົບເຊື້ອ covid-19
-ເບື້ອງຕົ້ນນອນຕິດຕາມປິ່ນປົວຢູ່ບ້ານ ຮອດວັນທີ 07 ທັນວາ 2021 ເວລາ 4 ໂມງເຊົ້າ ໄດ້ເຂົ້າມານອນໂຮງໝໍຍ້ອນມີອາການໄອ, ຫັນໃຈຝືດແຮງ, ນອນພຽງບໍ່ໄດ້ ແລະ ໄດ້ຮັບເຂົ້ານອນຫ້ອງມໍລະສຸມ
-ໄລຍະທີ່ນອນປີ່ນປົວຢູ່ໂຮງຫມໍ ວັນທີ່ 07-08 ທັນວາ 2021, ເປັນເວລາ 2 ມື້
-ມາຮອດເວລາ 10:30 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
2). ເພດຍິງ ອາຍຸ 67 ປີ, ຢູ່ບ້ານ ດົງ, ເມືອງ ທຸລະຄົມ ແຂວງ ວຽງຈັນ (ນັບເປັນຄົນເຈັບນະຄອນຫລວງ)
-ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເບົາຫວານ ແລະ ເກົາ
-ໄດ້ສັກຢາກັນພະຍາດໂຄວິດ 19 ຄົບໂດສ
-ເຂົ້າມາໂຮງໝໍມະໂຫສົດ ເວລາ 12:47 ນາທີ ຂອງວັນທີ 06 ທັນວາ 2021 ແລະ ໄດ້ນໍາສົ່ງມາໂຮງໝໍເຊດຖາທິຣາດວັນທີ 07 ທັນວາ 2021 ເວລາ 14:45 ນາທີ ດ້ວຍອາການໜັກ ແລະ ມາຮອດເວລາ 19:20 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີິວິດ.
3). ເພດຍິງ, ອາຍຸ 51 ປີ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫລວງ
-ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ ມາໄດ້ 5 ປີ ກິນຢາປະຈໍາ
-ໄດ້ສັກຢາກັນພະຍາດໂຄວິດ-19 ຄົບໂດສ
-ວັນທີ 25 ພະຈິກ 2021: ກວດພົບເຊື້ອ covid-19
-ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 25 ພະຈິກ 2021-08 ທັນວາ 2021, ລວມເປັນ 14 ວັນ
-ເວລາ 05:10 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
4). ເພດຊາຍ, ອາຍຸ 46 ປີ, ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫລວງ
-ພະຍາດປະຈຳຕົວ: ພະຍາດຫົວໃຈ
-ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
-ເວລາ 12:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
-ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 27 ພະຈິກ 2021-08 ທັນວາ 2021, ລວມເປັນ 12 ວັນ
-ມາຮອດເວລາ 11:00 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
5) ເພດຊາຍ, ອາຍຸ 86 ປີ, ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.
-ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ເປັນອຳມະພາດມາກ່ອນ
-ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
-ຜົນກວດຢັ້ງຢືນ: ວັນທີ 30 ພະຈິກ 2021
– ເວລາ 19:30 ຂອງວັນທີ 01 ທັນວາ 2021 ມາດ້ວຍອາການງ່ວງຊຶມ, ຖ່າຍເປັນເລືອດສີແດງສົດ, ຫາຍໃຈມີການຈ່ອງດຶງ (ກ່ອນໜ້ານີ້ ໄອມາໄດ້ 7 ວັນ, ໄຂ້, ເມື່ອຍ ແລະ ກິນດື່ມໄດ້ໜ້ອຍ)
-ໄລຍະເວລາປິ່ນປົວຢູ່ໂຮງໝໍດັ່ງກ່າວ: ວັນທີ 30 ພະຈິກ 2021-08 ທັນວາ 2021, ລວມເປັນ 10 ວັນ
-ຮອດເວລາ 13:00 ໂມງ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.