ເນມາ ບັນລຸເງື່ອນໄຂສ່ນໂຕຕົກລົງເຊັນສັນຍາກັບ ປາຣິສ ແຊັງແຊັກແມັງ 5 ປີ
July 30, 2017 - 12:47 PM
ເມໂທຣ ສື່ດັງຂອງປະເທດ ອັງກິດ ລາຍງານວ່າ ເນມາ ກອງ ໜ້າຊາວ ບຣາຊິລ ຂອງ ບາເຊ ໂລນາ ທີມດັງຂອງ ລາລີກາ ສະເປນ ຍ້າຍໄປຮ່ວມທີມ ປາຣິສ ແຊັງແຊັກແມັງ ຍອດທີມຈາກ ຝຣັ່ງ ຮຽບຮ້ອຍແລ້ວ.
ເປັນທີ່ເຂົ້າໃຈວ່າອະນາຄົດຂອງ ເນມາ ບໍ່ເປັນທີ່ແນ່ນອນໃນ ໄລຍະເວລາຜ່ານມາ ຫຼັງມີຂ່າວ ວ່າລາວເອງບໍ່ຢາກຕົກຢູ່ພາຍໃຕ້ ເງົາຂອງ ລິໂອເນລ ເມສຊີ ຊຸບເປີ ສະຕາຊາວ ອາເຈນຕິນາ ໂດຍ ປາຣິສ ແຊັງແຊັກແມັງ ເປັນໂຕ ເຕັງທີ່ຈະຄວ້າ ເນມາ ໄປຮ່ວມທີມ ຫຼັງພ້ອມຈ່າຍເງິນຕາມຄ່າຈີກສັນຍາທີ່ລະບຸໄວ້ໃນສັນຍາຂອງນັກ ເຕະ.
ຫຼ້າສຸດ ເມໂທຣ ສື່ຊື່ດັງຂອງ ປະເທດອັງກິດ ລະບຸວ່າ ເນມາ ຕົກລົງຍ້າຍໄປຮ່ວມທີມ ປາຣິສ ແຊັງແຊັກແມັງ ເປັນທີ່ຮຽບຮ້ອຍ ແລ້ວ ດ້ວຍຄ່າໂຕ 197 ລ້ານ ປອນ ໂດຍໄດ້ຮັບສັນຍາ 5 ປີ ພ້ອມຮັບຄ່າຈ້າງ 27 ລ້ານປອນ ຕໍ່ໄປີ ໂດຍສື່ດັ່ງກ່າວຍັງບອກ ອີກ ວ່າການຊື້ຂາຍທຸກຢ່າງຈະລຸ ລ່ວງພາຍໃນອາທິດໜ້າ.