ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ

ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - HAPPY NEW YEAR 2022 2 e1639190689210 - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ
ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - kitchen vibe - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ

ປີ 2021 ເປັນທີ່ທົ່ວໂລກ ກໍຄື ປະເທດເຮົາຢູ່ສະພາບຫຍຸ້ງຍາກດ້ານເສດຖະກິດລວມເຖິງການ ເຄື່ອນໄຫວທາງສັງຄົມ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19. ສະເພາະປະເທດເຮົາມີຫລາຍເຫດການສຳຄັນເກີດຂຶ້ນ ເປັນຕົ້ນ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI, ການສະ ເຫລີມສະຫລອງຄົບຮອບ 46 ປີ ແຫ່ງການສະຖາປານາ ສປປ ລາວ, ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 101 ປີ, ການເປີດນຳໃຊ້ທາງລົດໄຟລາວ-ຈີນ ແລະ ວັນສໍາຄັນອື່ນໆ, ແຕ່ຈາກສະພາບເງື່ອນໄຂບໍ່ອໍານວຍການສະເຫລີມສະຫລອງວັນສຳຄັນຕ່າງໆ ຈຶ່ງມີລັກສະນະກະທັດຮັດ ແຕ່ເຕັມໄປດ້ວຍເນື້ອໃນຄວາມໝາຍຄວາມສຳຄັນ ຊຶ່ງເນື່ອງຈາກ ພາກ-ລັດ ເຮັດໄດ້ຄວາມສຳຄັນໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19.

ໃນໂອກາດສົ່ງທ້າຍປີເກົ່າ ຄສ 2021 ແລະ ຕ້ອນຮັບປີໃໝ່ ຄສ 2022 ມີຫລາຍອັນທີ່ພວກເຮົາຕ້ອງຮີບຮ້ອນປະຕິບັດທ່າມກາງສະພາບຄວາມຫຍຸ້ງຍາກບາງດ້ານທີ່ກະທົບການເຄື່ອນໄຫວ, ເວົ້າສະເພາະ ເລື່ອງພະຍາດຮ້າຍແຮງທີ່ຕ້ອງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ຢ່າງເຂັ້ມງວດ ນັ້ນຄື ໂຄວິດ-19. ການກວດພົບພະຍາດນີ້ລະບາດແຮງຂຶ້ນເປັນລໍາດັບ ແລະ ຍັງຈະມີການລະບາດໃນຫລາຍປະເທດ ໝາຍວ່າທຸກປະເທດຍັງມີຄວາມສ່ຽງ ລວມທັງປະເທດເຮົາ ທີ່ຈໍາເປັນຕ້ອງຮ່ວມແຮງຮ່ວມໃຈກັນປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ຕາມມາດຕະການທີ່ລັດຖະ ບານວາງອອກໃຫ້ເຂັ້ມງວດເພື່ອຫລີກເວັ້ນບໍ່ໃຫ້ລະບາດຫລາຍກວ່າທີ່ເປັນຢູ່.

ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - Visit Laos Visit SALANA BOUTIQUE HOTEL - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ
ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - Visit Laos Visit SALANA BOUTIQUE HOTEL - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ

ໄລຍະຜ່ານມາ, ການຈັດສະຫລອງບຸນປີໃໝ່ສາກົນ ມີຫລາຍກິດຈະກຳໃຫ້ມວນຊົນເຂົ້າຮ່ວມ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ, ກະຕຸ້ນເສດຖະກິດ ຕິດພັນກັບການພັດທະນາໃຫ້ເງິນໝູນວຽນເປັນລະບົບ ເພາະມີການຈ່າຍ-ການຮັບ ສະຫລັບກັນໄວ. ເຖິງຢ່າງໃດໃນການສະຫລອງ ຄສ ໃໝ່ໃກ້ຈະມາເຖິງ, ໃນທ່າມກາງສະພາບຄວາມຫຍຸ້ງຍາກທາງເສດຖະກິດ ຍ້ອນພະຍາດໂຄວິດ-19 ລະບາດ, ພວກເຮົາບໍ່ຄວນປະໝາດ ຫລື ຂາດສະຕິ, ຕ້ອງພ້ອມໃຈກັນປະຕິບັດມາດຕະການປ້ອງກັນພະຍາດທີ່ລັດວາງອອກໃຫ້ເຂັ້ມງວດ. ການວາງແຜນຈັດກິດຈະກໍາທາງທໍາ-ທາງໂລກທີ່ມີຄົນຈໍານວນຫລາຍແອອັດກັນ ດີແທ້ກໍຄວນຫລີກເວັ້ນໃຫ້ຖືຄວາມປອດໄພມາກ່ອນ. ດີແທ້ການສະເຫລີມສະຫລອງຄວນຖືສໍາຄັນການຮັດແໜ້ນຄວາມສາມັກຄີພາຍໃນຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດສະຫາຍ. ສ່ວນຢູ່ສຳນັກງານອົງການຕ່າງໆຖືໂອກາດນີ້ສະຫລຸບຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ເພື່ອວາງແຜນໃນຕໍ່ໜ້າໃຫ້ດີກວ່າເກົ່າ ແລະ ຕ້ອງຖືສໍາຄັນການປ້ອງກັນພະຍາດໂດຍບໍ່ປະໝາດ ຂາດສະຕິ ໃນການຊຸມແຊວ ຫລື ຈັດມ່ວນຊື່ນ ຫລື ອື່ນໆແລ້ວ ກໍຂໍໃຫ້ຄໍານຶງເຖິງການປະຢັດ. ຄຽງຄູ່ກັບການປ້ອງກັນພະຍາດ, ປະຢັດ ໃນການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ພວກເຮົາຕ້ອງໄດ້ຄໍານຶງເຖິງຄວາມສະຫງົບປອດໄພ, ຖ້າຈໍາເປັນຕ້ອງອອກເຮືອນໄປສະຫລອງຢູ່ບ່ອນອື່ນ ຂໍໃຫ້ແບ່ງ ມີຜູ້ໄປ ຜູ້ຢູ່ ເຝົ້າເຮືອນຊານສະຖານທີ່, ປ້ອງກັນຄົນບໍ່ດີ ທີ່ຫວັງລັກງັດແງະ ໃນຍາມພວກເຮົາຂາດສະຕິ ເຜີຕົວ ທັງຕ້ອງລະວັງຟືນໄຟໃນເຮືອນຊານ ແລະ ສຳນັກງານອົງການໃຫ້ດີ.

ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - 3 - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ
ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - 4 - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ
ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ - 5 - ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄຮ້ພະຍາດໂລຄາ