ຖ້າຮຽນແບບຜິດໆ ພາສາອັງກິດຈະກິດສົມຊື່
ບໍ່ແນ່ໃຈວ່າຫລາຍຄົນໄດ້ອ່ານບົດຄວາມເລື່ອງອົງການຕ່າງປະເທດຕີລາຄາຄວາມສາມາດໃນການໃຊ້ພາສາອັງກິດຢູ່ 72 ປະເທດໃນທົ່ວໂລກແລ້ວ ຫລື ບໍ່ ? ຖ້າຍັງໃຫ້ຊອກອ່ານໄດ້ໃນ “ຜູ້ແທນປະຊາຊົນ”, ໜັງສືພິມລາຍສອງຄັ້ງຕໍ່ອາທິດຂອງສະພາແຫ່ງຊາດ ສະບັບວັນທີ 13-15/02/2017 ໃນບົດໃສ່ຊື່ວ່າ “ດັດສະນີຄວາມສາມາດດ້ານພາສາອັງກິດ: ລາວຈະຟ້າວແລ່ນ ຫລື ຈະຢືນກັ້ງໂກບ” ຂຽນ
ໂດຍ ຕ້ອມ ໄຊສົງຄາມ. ອ່ານບົດນີ້ແລ້ວ ໝາກຫົວໃຈຂອງຈານແຫຍ່ຫລົ່ນລົງໄປຢູ່ສົ້ນນ່ອງຈົນ ຫາຍໃຈເກືອບບໍ່ທົ່ວທ້ອງ ເພາະໃນຈຳນວນ 72 ປະເທດທີ່ເຂົາສຳຫລວດນັ້ນ ລາວເຮົາຕິດອັນດັບທີ 3 ດ້ານຄວາມສາມາດໃນການໃຊ້ພາສາອັງກິດ. ຢ່າ…ຢ່າ ຟ້າວດີໃຈ ເພາະມັນເປັນທີ 3 ທີ່ນັບຈາກຫາງແຖວ, ຖ້ານັບຈາກຫົວແຖວແມ່ນຢູ່ໃນອັນດັບທີ 70 ທີ່ວ່າຕົກໃຈແຮງກໍເພາະວ່າ ກ່ອນໜ້ານີ້ຫລາຍປີ ຈານແຫຍ່ໄດ້ຟັງຄຳເຫັນອອກຈາກປາກປະທານ ລັດຖະສະພາປະເທດມາເລເຊຍ ທີ່ລ່ວງລັບໄປແລ້ວ ຊື່ທ່ານ ໂມຮາ ມັດຊາຣີ ບິນຮາຈິ ອິດສະມາອິນ ທີ່ບອກວ່າ “ປະເທດລາວບໍ່ຄວນເປັນຫ່ວງເລື່ອງຄວາມສາມາດດ້ານພາສາອັງກິດ, ຂໍໃຫ້ເອົາອິນໂດເນເຊຍເປັນຕົວຢ່າງ, ເມື່ອເຂົ້າອາຊຽນທຳອິດ, ອິນໂດເນເຊຍມີບັນຫາພາສາອັງກິດ ເພາະປະເທດນີ້ເຄີຍເປັນຫົວເມືອງຂຶ້ນຂອງປະເທດໂຮນລັງ, ບໍ່ມີພື້ນ ຖານພາສາອັງກິດຄືປະເທດສ່ວນໃຫຍ່ໃນອາຊຽນ ແຕ່ອິນໂດເນເຊຍໃຊ້ເວລາພຽງ 10 ປີກໍແລ່ນທັນປະເທດສະມາຊິກອື່ນໆ. ທ່ານວ່າ “ປະເທດລາວເຂົ້າອາຊຽນໃນຍຸກດີຈີຕອນ, ຊ່ອງທາງເພື່ອຮຽນພາສາອັງກິດບໍ່ອຶດໃຫ້ເລືອກ” ແຕ່ດຽວນີ້ລາວເຮົາເປັນສະມາຊິກອາຊຽນໄດ້ 20 ປີເຂົ້າມາແລ້ວ (1997-2017) ແຕ່ໝູ່ພັດຕີລາຄາວ່າຍັງແຂວນທ້າຍແຖວດ້ານຄວາມຮູ້ພາສາອັງກິດ. ເຫດໃດຈຶ່ງເປັນຈັ່ງຊີ້ ?. ຕ້ອມ ໄຊສົງຄາມ ເຈົ້າຂອງບົດຂຽນບໍ່ບອກເຫດຜົນພຽງແຕ່ຍົກໃຫ້ເຫັນຄວາມສາມາດຂອງປະເທດອ້ອມແອ້ມວ່າເຮັດແນວໃດເຂົາ ຈຶ່ງໄວປານຈະຫລວດ ທັງໆທີ່ເຂົ້າອາຊຽນໃນໄລຍະໄລ່ເລ່ຍກັນ ເຊັ່ນຫວຽດນາມຕິດລຳດັບ 31 ແຊງໜ້າໄທ (ລຳດັບ 56) ແບບຂາດລຳ ທັງໆທີ່ໄທກິ້ງ ເກືອກລີເລືອກັບພາສາອັງກິດມາຫລາຍເຊັ່ນຄົນແລ້ວ. ຢູ່ໃນໂລກປັດຈຸບັນຄົນທີ່ເວົ້າພາສາອັງກິດນັ້ນມີຈຳນວນ 1,5 ຕື້ຄົນ, ໃນນັ້ນຈຳນວນທີ່ມີພາສາອັງກິດເປັນພາສາແມ່ມີບໍ່ເຖິງ 400 ລ້ານ ສ່ວນເຫລືອ ແມ່ນພວກທີ່ເວົ້າພາສາອັງກິດເປັນພາສາທີສອງ, ລາວເຮົາກໍນອນຢູ່ກຸ່ມປະເທດນີ້ລະ. ໃນ 72 ປະເທດທີ່ເວົ້າພາສາອັງກິດເປັນພາສາທີສອງ ເຊິ່ງຖືກສຳຫລວດຂຶ້ນໃນປີ 2016 ຜ່ານມາ ຊີ້ໃຫ້ເຫັນລຳດັບຄວາມສາມາດທີ່ແຕກຕ່າງກັນ. ບັນດາປະເທດທີ່ຄອງອັນດັບຫົວແຖວໄດ້ແກ່ກຸ່ມປະເທດໃນເອີຣົບເໜືອ. ສ່ວນໃນອາຊຽນພວກເຮົາ, ສິງກະໂປອອກໜ້າໄດ້ເປັນທີ 6 ຂອງໂລກ ດ້ວຍຄະແນນ 63,72 (ສ່ວນ 100), ມາເລເຊຍເປັນທີ 12, ຟີ ລິບປິນທີ 13, ຫວຽດນາມທີ 31, ອິນໂດເນເຊຍທີ 32, ໄທທີ 56, ກຳປູເຈຍທີ 69, ລາວເຮົາ ເປັນທີ 70 ໄດ້ຄະແນນພຽງ 38,45 ແຕ້ມ ! ຫລຸດລາວເປັນທີ 71 ແລະ 72 ນັ້ນໄດ້ແກ່ປະເທດລີບີ ແລະ ອີຣັກ. ໃນການຕີລາຄາຄັ້ງນີ້, ສາກົນໄດ້ພາກັນຕົບມືຜືຜ້າ ຊົມເຊີຍຫວຽດນາມເປັນຢ່າງ ໃຫຍ່ທີ່ສາມາດກ້າວກະໂດດຄອງອັນດັບດີໆ. ຈານແຫຍ່ວ່າດີແລ້ວທີ່ສາກົນເຂົາໄດ້ຕີລາຄາເພື່ອພວກເຮົາຈະໄດ້ເບິ່ງຕົນເອງຢ່າງສັດຈະວິພາກ, ເບິ່ງເພື່ອຕັດສິນໃຈວ່າເຮົາຈະສືບຕໍ່ຄານອີລາກອີເລືອຢູ່ ຫລື ບໍ່ ? ໃນຂະນະທີ່ປະເທດອື່ນເຂົາພາກັນແລ່ນ. ຈານແຫຍ່ວ່າລາວເຮົາມີເງື່ອນໄຂດີທີ່ສຸດສຳລັບບືນຕົວດ້ານພາສາອັງກິດ,ໃນນະໂຍບາຍລະດັບຊາດ ເຮົາກໍມີບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດເປັນແປ້ນຢັນໄວ້ແລ້ວ ແລະ ຫວ່າງບໍ່ດົນມານີ້, ກົດໝາຍວ່າ ດ້ວຍການສຶກສາກໍໄດ້ກຳນົດພາສາອັງກິດເຂົ້າຫລັກສູດພາກບັງຄັບນັບແຕ່ຫ້ອງປະຖົມ 3, ເປົ້າໝາຍການຊ່ວຍເຫລືອຂອງບັນດາປະເທດອາຊຽນເກົ່າຕໍ່ລາວທີ່ເປັນສະມາຊິກໃໝ່ກໍແມ່ນເລື່ອງພັດທະນາຊັບພະຍາກອນມະນຸດເປັນກົກປານນີ້ແລ້ວຊິເອົາສໍ່າໃດອີກ ? ບັນຫາວ່າພວກເຮົາຊິ “ເຢີກ” ແທ້ ຫລື “ເຢີກ !” ແບບໄຟໄໝ້ເຟືອງ ? ຄືຮຽນພາສາອັງກິດແບບເຫີ່ກັນ, ບໍ່ລົງເລິກ, ບໍ່ຈັດເປົ້າໝາຍ, ຮຽນໂດຍບໍ່ຄຳນຶງເຖິງເງື່ອນໄຂໃນການນຳໃຊ້ຕົວຈິງ, ມີບາງຄັ້ງການສົ່ງກັນໄປບຳລຸງພາສາອັງກິດກໍຖືເປັນການ ປະຕິບັດນະໂຍບາຍ, ຜູ້ໄປຮຽນເອງກໍບໍ່ຂະຫຍັນ, ໄດ້ໜ້ອຍດຽວ “ພໍຖາມກິນເຂົ້າກິນນ້ຳ” ໄດ້ກໍພໍໃຈແລ້ວ. ຖ້າຍັງເກາະຕິດຢູ່ກັບທັດສະນະແບບນີ້ການຮຽນພາສາອັງກິດຂອງຄົນລາວເຮົາກໍມີແຕ່ຈະ “ກິດເຂົ້າ-ກິດເຂົ້າ” ສົມຊື່ ວ່າພາສາອັງກິດແທ້ໆລະ !.
ໂດຍ : ວິເສດ ສະແຫວງສຶກສາ