ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8%

ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8% - IMG 1992 1024x814 1 - ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8%
ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8% - kitchen vibe - ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8%

ໃນກອງປະຊຸມສະຫລຸບວຽກງານການເງິນທົ່ວປະເທດປະຈຳປີ 2021 ໃນວັນທີ 13 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021 ມີທັງພົ້ນເດັ່ນ ແລະ ສິ່ງທ້າທ້າຍເປັນຕົ້ນ ການຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນເປັນວາລະແຫ່ງຊາດພ້ອມທັງສຸມໃສ່ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງໜ້າເພື່ອຮັບປະ ກັນຊີວິດ ແລະ ສຸຂະພາບຂອງປະຊາຊົນ, ເສດຖະກິດ-ສັງຄົມສືບຕໍ່ພັດທະນາຢ່າງຕໍ່ເນື່ອງ, ອັດຕາການເຕີບໂຕຂອງ GDP ຂະຫຍາຍຕົວໃນລະດັບ 2,8%. ແນວໃດກໍກີຍັງມີບັນຫາຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ເປັນລະບົບຄືອັດຕາແລກປ່ຽນສະກຸນເງິນຕ່າງໆ, ອັດຕາເງິນເຟີ້, ຄ່າຄອງຊີບ, ບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງ-ຈັດຫາວຽກເຮັດງານທຳ, ການຊຸກຍູ້ສົ່ງເສີມການຜະລິດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດນັບແຕ່ວັນທີ 1 ມັງກອນຮອດວັນທີ 10 ທັນວາ 2021, ສາມາດປະຕິບັດລາຍຮັບໄດ້ 24.099 ຕື້ກີບບັນລຸ 87% ຂອງແຜນປີ. ໃນນັ້ນ, ລາຍຮັບພາຍໃນ 21.491 ຕື້ກີບບັນລຸ 85% ຂອງແຜນການປີ ແລະ ລາຍຮັບຈາກການຊ່ວຍເຫລືອປະຕິບັດໄດ້ 2.607 ຕື້ກີບບັນລຸ 108% ຂອງແຜນປີ; ສ່ວນລາຍຮັບໝົດປີຄາດວ່າຈະປະຕິບັດໄດ້ 26.957 ຕື້ກີບ ຫລື ຈະບັນລຸ 98% ຂອງແຜນປີ. ດ້ານລາຍຈ່າຍບໍ່ເກີນແຜນທີ່ສະພາແຫ່ງຊາດຮັບຮອງໂດຍຮັບປະກັນບັນດາລາຍຈ່າຍທີ່ຈໍາເປັນ ແລະ ບຸລິມະ ສິດຂອງລັດຖະບານໃຫ້ສາມາດເຄື່ອນໄຫວໄດ້ເປັນປົກກະຕິ. ສ່ວນການຂາດດຸນຢູ່ບົນພື້ນຖານການຄາດຄະເນລາຍຮັບຈະບໍ່ໄດ້ 2% ຫລື 670 ຕື້ກີບ. ເຖິງຢ່າງໃດກໍຕາມໄລຍະເວລາທີ່ເຫລືອແຕ່ນີ້ເຖິງທ້າຍປີຈະສູ້ຊົນເກັບລາຍຮັບຕື່ມ 2.542 ຕື້ກີບ ຫລື 11% ໂດຍຈະຕ້ອງສຸມໃສ່ປະຕິບັດບາງມາດຕະການຕົ້ນຕໍເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຄາດໝາຍ.

ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8% - Visit Laos Visit SALANA BOUTIQUE HOTEL - ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8%
ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8% - 3 - ປີ 2021 ລາວບັນລຸອັດຕາການເຕີບໂຕ GDP 2,8%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!