ໂປໂລຍ ມອບວັກຊິນ AstraZeneca ໃຫ້ ສປປ ລາວ 138.600 ໂດສ
ຕອນແລງວັນທີ 16 ທັນວາ 2021 ທີ່ກະຊວງສາທາລະສະສຸກ ໂດຍທ່ານ ເວັງຊອງເວຍ ອຸປະທູດຂອງສະຫະພາບເອີຣົບປະຈໍາລາວ ໄດ້ກ່າວມອບວັກຊິນ AstraZeneca ຈາກປະເທດໂປໂລຍ 138.600 ໂດສ ໃຫ້ແກ່ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໂດຍມີຜູ້ຕາງໜ້າຈາກກະ ຊວງການຕ່າງປະເທດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ສະແດງຄວາມຂອບໃຈຕໍ່ລັດຖະ ບານໂປໂລຍ ທີ່ປະກອບສ່ວນອັນສໍາຄັນນີ້ ຊຶ່ງຈະຊ່ວຍໃຫ້ ສປປ ລາວ ບັນລຸແຜນການສັກວັກຊິນໃຫ້ປະ ຊາຊົນຕາມຄາດໝາຍທີ່ວາງໄວ້ໂດຍສະເພາະໃນໄລຍະທີ່ລາວພວມເລັ່ງສັກເຂັມກະຕຸ້ນ ຫລື ເຂັມສາມເພື່ອສ້າງພູມຄຸ້ມກັນໃຫ້ປະຊາຊົນ ແລະ ຊ່ວຍຫລຸດຜ່ອນຜູ້ຕິດເຊື້ອໂຄວິດ-19 ຫລັງພົບວ່າຜູ້ຕິດເຊື້ອໄດ້່ເພີ່ມຂຶ້ນຢ່າງວ່ອງໄວໃນຫລາຍເດືອນຜ່ານມາ. ຂະນະດຽວກັນກໍເພື່ອກຽມຄວາມພ້ອມເປີດປະເທດຄືນໃໝ່.
ການໄດ້ຮັບວັກຊິນຈາກປະເທດໂປໂລຍ ແມ່ນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງສະຫະ ພາບເອີຣົບ ໂດຍສະເພາະການຊ່ວຍເຫລືອ ສປປ ລາວ ທີ່ມີມາຢ່າງຕໍ່ເນື່ອງໃນການຕ້ານການລະບາດຂອງພະຍາດໂຄວິດ-19. ປັດຈຸບັນ, ສະຫະພາບເອີຣົບ, ປະເທດສະມາຊິກ ແລະ ສະຖາບັນການເງິນ ພວມຮ່ວມມືກັນລະດົມທຶນ ແລະ ວິຊາການເພື່ອແກ້ໄຂຜົນກະທົບທາງລົບຈາກພະຍາດໂຄວິດ-19 ໃນທົ່ວໂລກ ເນື່ອງຈາກຈະບໍ່ມີໃຜປອດໄພຈາກພະຍາດໂຄວິດ-19 ຈົນກວ່າທຸກຄົນຈະປອດໄພ.