ລາວ ແລະ ສະຫະລັດຫາລືບັນຫາສໍາຄັນຢູ່ວໍຊິງຕັນດີຊີ
ວັນທີ 25 ກໍລະກົດຜ່ານມານີ້, ຄະນະຜູ້ແທນ ສປປ ລາວ ແລະ ສະຫະລັດອາເມລິກາໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດທະວິພາຄີຄັ້ງທີ 8 ທີ່ນະຄອນຫລວງວໍຊິງຕັນດີຊີ, ສະຫະລັດອາເມລິກາ, ຝ່າຍລາວນຳພາໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫະລັດອາເມລິການຳພາໂດຍ ທ່ານ ຊູຊານ ໂທນຕັນ (Susan Thornton ) ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມທັງຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງການຄ້າ, ຫ້ອງການຕາງໜ້າການຄ້າອາເມລິກາ ແລະ ອົງການພັດທະນາສາກົນອາເມລິກາເຂົ້າຮ່ວມນໍາດ້ວຍ.
ໃນກອງປະຊຸມ, ທ່ານ Thornton ໄດ້ມີຄໍາເຫັນເພື່ອເນັ້ນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາຕໍ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້, ອາຊຽນ ແລະ ອາຊີປາຊິຟິກ ເພື່ອສືບຕໍ່ການຮ່ວມມືຢ່າງໃກ້ສິດກັບ ສປປ ລາວ ແລະ ໃນ.
ໂອກາດດັ່ງກາວສອງຝ່າຍໄດ້ທົບທວນຄືນຄວາມຄືບຫນ້າໃນຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກໃນ ສປປ ລາວ ແລະ ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານເກັບກູ້ລະເບີດ ແລະ ຍັງໄດ້ເນັ້ນໃຫ້ເຫັນຜົນສຳເລັດທີ່ຍາດມາໄດ້ຈາກການສຳຫລວດລະເບີດບໍ່ທັນແຕກລະດັບຊາດ ເຊິ່ງຈະກໍານົດ ແລະ ສັງລວມໃຫ້ເຫັນເຖີງເຂດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກລະເບີດທີ່ຕົກຄ້າງ, ທົບທວນຄືນໃນຫລາຍຂອບເຂດຂອງການພັດທະນາ ແລະ ການຮ່ວມມືທາງດ້ານ ສຸຂະພາບ, ໂພສະນາການ ແລະ ການສຶກສາ.
ບັນດາເຈົ້າຫນ້າທີ່ຍັງໄດ້ປຶກສາຫາລືກ່ຽວກັບສິດເສລີພາບທາງດ້ານການສະແດງອອກ, ເສລີພາບທາງດ້ານສາສະໜາ, ສິດທິຂອງຜູ້ອອກແຮງງານ ໂດຍເນັ້ນໃຫ້ເຫັນເຖິງບົດບາດອັນສຳຄັນຂອງ ບັນດາພົນລະເຮືອນໃນສັງຄົມ, ລັດແຫ່ງກົດໝາຍ, ການປົກຄອງທີ່ເຂັ້ມແຂງ ເພື່ອຄວາມຜາສຸກ ແລະ ຄວາມໝັ້ນຄົງໃນຂົງເຂດພາກພື້ນ. ພ້ອມນີ້ສອງຝ່າຍໄດ້ຢັ້ງຢືນອີກເທື່ອໜຶ່ງເຖີງການສະໜັບສະໜູນຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ ເຊິ່ງເປັນການລົງນາມການຮ່ວມມືລະຫວ່າງສະຫະລັດອາເມລິກາ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມໃນການພັດທະນາ ແລະ ການເຊື່ອມໂຍງລະດັບພາກພື້ນ.