ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ

ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ - kitchen vibe - ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ

ໂດຍ: ລູກເມືອງພວນ

ເປັນຜູ້ນຳຫາກມີທັງອຳນາດ ແລະ ມີທັງອິດທິພົນ ນັ້ນຄືຜູ້ນຳໃນລະດັບມາດຕະຖານສູງ ຊຶ່ງຜູ້ນຳປະເພດນີ້ຈະໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດ. ດັ່ງນັ້ນ, ອຳນາດ ແລະ ອິດທິພົນຄືສອງປັດໄຈຮັບປະກັນໃຫ້ຜູ້ນຳມີຜົນສຳເລັດສູງໃນໜ້າທີ່ວຽກງານ. ຖ້າມີແຕ່ອຳນາດຄືຜູ້ນຳ “ອາດຍາສິດ” ບໍ່ສາມາດເຕົ້າໂຮມຄວາມສາມັກຄີໄດ້, ບໍ່ສາມາດຄອງໃຈມະຫາຊົນໄດ້. ການໃຊ້ອຳນາດ ລູກນ້ອງຈະເຊື່ອຟັງ ແລະ ປະຕິບັດຕາມເມື່ອມີໜ້າຂອງນາຍເທົ່ານັ້ນ, ເມື່ອບໍ່ມີໜ້ານາຍ ລູກນ້ອງກໍຈະຈຸ້ມຫົວກັນເວົ້າຂວັນ, ບໍ່ຢູ່ໃນລະບຽບ ຊຶ່ງບໍ່ຕ່າງຫຍັງກັບຄຳວ່າ: “ແມວບໍ່ຢູ່ໜູເຕັ້ນ”.

ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ - Visit Laos Visit SALANA BOUTIQUE HOTEL - ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ
ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ - Visit Laos Visit SALANA BOUTIQUE HOTEL - ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ

ກົງກັນຂ້າມ, ຖ້າຫາກມີແຕ່ອິດທິພົນ ວຽກງານກໍຈະບໍ່ໄປບໍ່ມາ ວົນວຽນຢູ່ແຕ່ບ່ອນເກົ່າ ບໍ່ມີການປ່ຽນແປງໃໝ່ ເພາະບໍ່ມີສິດ-ອຳນາດໃນການຕັດສິນໃຈ ແລະ ຕັດສິນບັນຫາທີ່ເກີດຂຶ້ນ ແຕ່ມີດີຢູ່ທີ່ວ່າ ໄດ້ຮັບຄວາມນິຍົມຊົມຊອບ ແລະ ເຊື່ອຟັງຈາກຜູ້ຢູ່ໃຕ້ບັງຄັບບັນຊາ, ອົງກອນມີຄວາມສາມັກຄີ, ມີຄວາມເປັນເອກະພາບສູງ ຍ້ອນມີບາລະມີ – ອິດທິພົນຂອງຜູ້ບັນຊາຄອບງຳ.

ອຳນາດ ແລະ ອິດທິພົນມີຄວາມແຕກຕ່າງກັນແນວໃດ? ອຳນາດ(power)ມັກຈະໄດ້ມາພ້ອມກັບໜ້າທີ່ຕຳແໜ່ງຫຼາຍກວ່າ ເຊັ່ນຜູ້ນຳແຕ່ລະລະດັບກໍຈະມີອຳນາດຕັດສິນໃຈຕາມພາລະບົດບາດຂອງໃຜລາວ. ສ່ວນອິດທິພົນ(influence)ນັ້ນອາດຈະກ່ຽວພັນຫຼືບໍ່ກ່ຽວພັນກັບຕຳແໜ່ງໜ້າທີ່ກໍໄດ້ ມັນໝາຍເຖີງບາລະມີ ບົດບາດ ທີ່ເຮັດໃຫ້ຄົນເຄົາລົບນັບຖື ຫຼື ຄອງໃຈຄົນ, ຊັກຊວນຄົນໃຫ້ເຫັນດີເຫັນພ້ອມ ແລະ ປະຕິບັດຕາມ.

ສະນັ້ນ ຜູ້ມີອິດທິພົນບາງຄົນບໍ່ແມ່ນເຈົ້ານາຍທີ່ມີສິດອຳນາດທາງການແຕ່ຢ່າງໃດ ແຕ່ຄົນກໍຍອມຮັບນັບຖື ແລະ ເຊື່ອຟັງ ເຊັ່ນເຖົ້າແກ່ອາວຸໂສຢູ່ຕາມທ້ອງຖິ່ນຕ່າງໆ ອາດຈະມີອິດທິພົນຕໍ່ຊາວບ້ານຫຼາຍກວ່ານາຍບ້ານ ແຕ່ບໍ່ມີອຳນາດຕັດສິນບັນຫາຄືກັບນາຍບ້ານ.

ເຮົາຈະເຫັນໄດ້ວ່າໃນຊີວິດຈິງນັ້ນເຈົ້ານາຍບາງຄົນມີອຳນາດລົ້ນເຫຼືອແຕ່ປະຊາຊົນບໍ່ຍອມຮັບນັບຖື, ເມື່ອບໍ່ໄດ້ດັ່ງໃຈກໍໃຊ້ອຳນາດບັງຄັບຂົ່ມຂູ່ໃຫ້ຄົນອື່ນຢ້ານກົວແລ້ວຈຳຕ້ອງປະຕິບັດຕາມ ເຊັ່ນໃຊ້ອຳນາດສະແຫວງຫາຜົນປະໂຫຍດສ່ວນຕົວ (ທີ່ມີລັກສະນະສໍ້ລາດບັງຫຼວງ). ຈະເຫັນໄດ້ວ່າເມື່ອຕົກຕຳແໜ່ງຫຼືບຳນານໄປແລ້ວຄົນຈຳພວກນີ້ຈະບໍ່ມີໃຜຢາກເວົ້ານຳ ແລະ ເມື່ອພົບເຫັນຢູ່ໃສກໍຈະຫາທາງຫຼົບຫຼີກໜ້າ…ບໍ່ມີບົດບາດຫຍັງຫຼົງເຫຼືອເລີຍ.

ກົງກັນຂ້າມ ຜູ້ທີ່ມີທັງອຳນາດ ແລະ ມີທັງອິດທິພົນນັ້ນເຖິງວ່າຈະບຳນານຫຼືຕາຍໄປແລ້ວກໍຕາມ ແຕ່ຄົນທັງຫຼາຍກໍຍັງນັບຖືໜ້າ ນັບຖືຕາຢູ່ ເຊັ່ນ ເຕິ້ງສຽວຜິງ ຂອງຈີນ, ລີກວນຢູ ສິງກະໂປ, ມະຫາຕະມາຄານທີ ອິນເດຍ…(ບໍ່ມີຄົນດ່າລັບຫຼັງ).

ນອກຈາກນີ້, ບັນດານັກການປົກຄອງຍັງແບ່ງຜູ້ນຳອອກເປັນຫຼາຍປະເພດເຊັ່ນ: ຜູ້ນຳແບບອາດຍາສິດ, ຜູ້ນຳແບບເມີນເສີຍ ແລະ ຜູ້ນຳແບບປະຊາທິປະໄຕ. ແຕ່ລະປະເພດຜູ້ນຳດັ່ງກ່າວລ້ວນແຕ່ມີຈຸດດີ ແລະ ຈຸດອ່ອນແຕກຕ່າງກັນໄປ. ອາດຍາສິດກໍມີອັນດີແຕ່ຢ່າເກີນເຖືອດ, ເມີນເສີຍກໍມີອັນດີແຕ່ຢ່າເກີນຂອບເຂດ, ຢ່າປ່ອຍປະໃຫ້ລູກນ້ອງເຮັດຕາມໃຈຕົນເອງທຸກຢ່າງ, ປະຊາທິປະໄຕແມ່ນຮູບແບບທີ່ຜູ້ນຳຫຼາຍຄົນປາຖະໜາແຕ່ປະຊາທິປະໄຕແນວໃດໃຫ້ຖືກຕ້ອງ, ຢ່າເຮັດແບບວ່າອັນໃດກໍຖືກໝົດ ໂດຍຈຳແນກບໍ່ໄດ້ອັນຖືກ ອັນຜິດ.

ການທີ່ໄດ້ມາຕຳແໜ່ງແມ່ນງ່າຍ ແຕ່ການທີ່ໄດ້ມາຜູ້ນຳທີ່ມີອຳນາດ ແລະ ຊົງອິດທິພົນ, ໄດ້ຮັບຄວາມນິຍົມ, ຄອງໃຈຄົນນັ້ນແມ່ນຍາກທີ່ສຸດ ການທີ່ເປັນຜູ້ນຳທີ່ມີອຳນາດ ແລະ ມີທັງອິດທິພົນມີຄວາມສຳຄັນຫຼາຍຕໍ່ຜົນສໍາເລັດຂອງໜ້າທີ່ວຽກງານ.

ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ - 3 - ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ
ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ - 4 - ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ
ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ - 5 - ເປັນຜູ້ນຳຄວນມີທັງອຳນາດ ແລະ ມີທັງອິດທິພົນ