ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ - PRD 8954 scaled - ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ - kitchen vibe - ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ

ວັນທີ 23 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ລັດຖະບານ ໄດ້ຈັດກອງປະຊຸມ ເປີດ ກວ້າງຄັ້ງທີ II ປີ 2021 ໂດຍການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າແນວລາວສ້າງຊາດ, ອົງການຈັດຕັ້ງຂອງພັກ, ອົງການຈັດມະຫາຊົນ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມ ແລະ ຕິດຕາມຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບຜົນ ການຈັດຕັ້ງປະຕິບັດແຜນງານຂອງລັດຖະບານ ຊຸດທີ IX ໃນປີ 2021, ຜ່ານຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ຮັບຟັງການສະຫຼຸບລາຍ ງານຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ການຜັນຂະຫຍາຍວຽກງານ 3 ສ້າງ ບົນຈິດໃຈສ້າງ ການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກກຳນົດໄວ້.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ

ກອງປະຊຸມທີ່ຈະດໍາເນີນເປັນເວລາ 2 ວັນ ຄື ວັນທີ 23-24ທັນວາ 2021 ຈະໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື 3 ວາລະສໍາຄັນ ຄື:

1)ຜ່ານຮ່າງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານປະຈຳປີ 2021 ແລະ ທິດທາງປີ 2020; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າ; ການຫຼຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ.

2)ຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022ເພື່ອເປັນການຜັນຂະຫຍາຍມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX;

3)ສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະ ຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດທາງແຜນການຕໍ່ໜ້າ.
ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນ ສະພາບການພະຍາດໂຄວິດ-19 ຢູ່ປະເທດເຮົາ ຍັງສືບຕໍ່ແພ່ລະບາດຢູ່ໃນຊຸມຊົນເປັນວົງກວ້າງ, ດັ່ງນັ້ນ ຈຶ່ງໄດ້ຈັດຂຶ້ນທັງ ໃນຮູບແບບເຊິ່ງໜ້າກັນສຳລັບສະມາຊິກລັດຖະບານ ແລະ ຜ່ານລະບົບກອງປະຊຸມທາງໄກ ສຳລັບຫົວໜ້າອົງການພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

ລັດຖະບານ ຊຸດທີ IX ພາຍຫຼັງໄດ້ຮັບໜ້າທີ່ຢ່າງເປັນທາງການໃນເດືອນເມສາ ປີ 2021 ກໍໄດ້ພະຍາຍາມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນ ງົບປະມານ ແຫ່ງລັດ ປີ 2021 ທີ່ລັດຖະບານ ຊຸດທີ VIII ໄດ້ສົ່ງຕໍ່ໃຫ້ໂດຍໄດ້ຖືເອົາການກະກຽມ ແລະ ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍ ບັນ ຫາຢາເສບຕິດ ເປັນວຽກງານບູລິມະສິດຮີບດ່ວນ ເພື່ອແນໃສ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາເສດຖະກິດ-ສັງ ຄົມ ຂອງປະເທດເຮົາ ໃຫ້ມີການຫັນປ່ຽນໃໝ່ ຊຶ່ງໄດ້ດໍາເນີນໄປໃນເງື່ອນໄຂສະພາບການສາກົນ, ພາກພື້ນ ແລະ ພາຍ ໃນປະເທດ ທີ່ມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍຫຼາຍປະການ ໂດຍສະເພາະ ແມ່ນ ສົງຄາມການຄ້າ ແລະ ເຕັກໂນໂລຊີ ຂອງບາງປະເທດ, ການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນໄພຄຸກຄາມ ຕໍ່ສັງຄົມມະນຸດ.

ຄຽງຄູ່ກັບການຜະເຊີນກັບສິ່ງທ້າທາຍດັ່ງກ່າວ ໃນປີ 2021, ລັດຖະບານໄດ້ພະຍາຍາມປະຄັບ ປະ ຄອງການແກ້ໄຂບັນຫາເສດຖະກິດ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດ ທັງໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນ ຕົວກ້າວຕໍ່ໄປ ໃນປີ 2022 ເຊັ່ນ: ການເປີດເສັ້ນທາງລົດໄຟລາວ-ຈີນ, ການເປີດນຳໃຊ້ໂຄງການທ່າບົກ-ທ່ານາແລ້ງ ໃນ ຕົ້ນເດືອນນີ້ ຊຶ່ງໄດ້ສ້າງກາລະໂອກາດ ແລະ ທ່າແຮງສໍາຄັນ ທີ່ຈະຊ່ວຍຂັບເຄື່ອນເສດຖະກິດຂອງປະເທດໃຫ້ຟື້ນຕົວຄືນ ໂດຍສະເພາະໃນຂະແໜງບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ປີ 2020 ເປັນ ຕົ້ນມາ. ສຳລັບການແພ່ລະບາດຂອງພະຍາດໂຄວິດໃນຊຸມຊົນໄລຍະທ້າຍປີ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ຄະນະຮັບຜິດ ຊອບສະເພາະກິດໂຄວິດ-19 ແຕ່ລະຂັ້ນ ລວມທັງປະຊາຊົນລາວຈໍານວນບໍ່ໜ້ອຍໄດ້ຮັບຮູ້, ເຂົ້າໃຈ ແລະ ມີທັດສະນະ ໃໝ່ທີ່ຖືກຕ້ອງກວ່າເກົ່າ ກ່ຽວກັບການຢູ່ຮ່ວມກັບພະຍາດໂຄວິດ-19. ນອກນັ້ນ, ອັດຕາການສັກວັກຊີນ ຢູ່ພາຍໃນປະ ເທດ ບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກໍານົດໄວ້ ກໍເປັນເງື່ອນໄຂເບື້ອງຕົ້ນທີ່ດີ ໃນການສຶກສາຄວາມເປັນໄປໄດ້ ໃນ ການເປີດປະເທດຕົ້ນປີ 2022 ເພື່ອຮອງຮັບການທ່ອງທ່ຽວ ແລະ ຟື້ນຟູເສດຖະກິດຂອງປະເທດ ໃຫ້ກັບສູ່ສະພາບປົກ ກະຕິ ໄປຄຽງຄູ່ກັບການຮັກສາສຸຂະພາບຂອງປະຊາຊົນລາວ.

ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານກໍຄືບັນດາທ່ານທີ່ເຂົ້າຮ່ວມປະຊຸມ ພ້ອມ ກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ - 4 - ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ - 5 - ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ - 3 - ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2021 ສາຫາລື 3 ວາລະສໍາຄັນ