ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ

ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - bfc8a6f0 3a35 42c6 97ca b5e3d09e55cd - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ
ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - kitchen vibe - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ

ຄັງເງິນ ປະຈໍາແຂວງເຊກອງ, ມີສາຍຕັ້ງຂຶ້ນກັບກະຊວງການເງິນ, ສາຍຂວາງຂຶ້ນກັບອໍານາດການປົກຄອງທ້ອງຖິ່ນ, ເຮັດໜ້າທີ່ຈັດຕັ້ງຜັນຂະຫຍາຍ, ໂຄສະນາ, ເຜີຍແຜ່ກົດໝາຍ, ນິຕິກໍລຸ່ມກົດໝາຍກ່ຽວກັບວຽກງານຄັງເງິນ, ເປັນບ່ອນລວມສູນທາງດ້ານງົບປະມານທັງລາຍຮັບ-ລາຍຈ່າຍງົບປະມານ ແລະ ເຮັດໜ້າທີ່ຄຸ້ມຄອງຕິດຕາມ ແລະ ກວດກາສັງລວມບັນຊີທັງບັນຊີເງິນຝາກຂອງຫົວໜ່ວຍງົບປະມານ.

ທ່ານ ກໍລະກັນ ສົມບູນທິບ ຫົວໜ້າຄັງເງິນ ປະຈໍາແຂວງເຊກອງ ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຄັງເງິນປະຈໍາເເຂວງເຊກອງ, ໂດຍລວມການຈັດຕັ້ງປະຕິບັດວຽກງານຄັງເງິນປະຈໍາເເຂວງໄດ້ອີງໃສ່ລະບຽບ, ກົດໝາຍ, ນິຕິກໍາເປັນບ່ອນອີງໃນການຈັດຕັ້ງປະຕິບັດໂດຍສະເພາະແມ່ນປະຕິບັດຕາມຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງຄັງເງິນແຫ່ງຊາດ ຕາມພາລະບົດບາດ,ໜ້າທີ່, ຂອບເຂດສິດເປັນປົກກະຕິ ແລະ ຕໍ່ເນື່ອງໂດຍພື້ນຖານ.

ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - Visit Laos Visit SALANA BOUTIQUE HOTEL - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ
ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - Visit Laos Visit SALANA BOUTIQUE HOTEL - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ

ຄຽງຄູ່ກັນນີ້, ຄັງເງິນປະຈໍາແຂວງ ໄດ້ຖືສໍາຄັນວຽກງານຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ-ຄັງເງິນເປັນ ຕົ້ນ: ການເບີກຈ່າຍໂດຍອີງໃສ່ບັນດານິຕິກໍາ ແລະ ລະບຽບການຕ່າງໆທີ່ຕິດພັນກັບຂົງເຂດຄັງເງິນທີ່ໄດ້ວາງອອກ, ປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 557/ນຍ, ລົງວັນທີ 30/12/2016 ແລະ ບົດແນະນໍາເລກທີ 3143/ຄງ, ລົງວັນທີ 4 ຕຸລາ 2018 ໂດຍຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໝູນ, ເງິນນະໂຍບາຍຕ່າງໆເປັນບຸລິມະສິດ, ພ້ອມດຽວກັນນີ້ວຽກງານຫັນເປັນທັນສະໄໝໃນລະບົບຄັງເງິນປະຈໍາແຂວງໄດ້ນໍາໃຊ້ລະບົບທັນສະໄໝ RTIS ຄຽງຄູ່ກັບລະບົບ GFIS ເຂົ້າໃນການບັນທຶກລາຍຮັບ ແລະ ລະບົບລາຍຈ່າຍໄດ້ບັນທຶກເຂົ້າໃນລະບົບທັນສະໄໝ GFIS ລວມທັງບັນດາເມືອງ.

ທ່ານ ກໍລະກັນ ສົມບູນທິບ ຫົວໜ້າຄັງເງິນ ປະຈໍາແຂວງເຊກອງ ເນັ້ນຕື່ມວ່າ: ສຳລັບທິດທາງແຜນການປີ 2022 ຄັງເງິນປະຈໍາແຂວງເຊກອງ, ຈະໄດ້ສືບຕໍ່ສຶກສາການເມືອງ-ແນວຄິດໃຫ້ອ້າຍນ້ອງພະນັກງານໃຫ້ມີຄວາມຊື່ ສັດ, ມີຈັນຍາບັນ ແລະ ຮັກອາຊີບຂອງຕົນເອງ, ປະຕິບັດວິໄນການເງິນຢ່າງເຂັ້ມງວດ, ປະຕິບັດໜ້າທີ່ວຽກງານວຽກງານວິຊາສະເພາະເປັນຫຼັກ, ສືບຕໍ່ຜັນຂະຫຍາຍເຜີຍແຜ່ບັນດານິຕິກໍາຕ່າງໆທີ່ຕິດພັນກັບວຽກງານຄັງເງິນ ໃຫ້ພະນັກ ງານຄັງເງິນຂັ້ນແຂວງ, ບັນດາເມືອງ, ເອົາໃຈໃສ່ຢ່າງແຂງແຮງໂດຍມີແບບແຜນ, ວິທີເຮັດວຽກ, ແບ່ງຂັ້ນຄວາມຮັບ ຜິດຊອບເພື່ອໃຫ້ຮັບຮູ້ກ່ຽວກັບລະບອບ, ລະບຽບການຕ່າງໆໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການ ແລະ ຕິດພັນກັບວາລະແຫ່ງຊາດ, ສືບຕໍ່ແຜນດຳເນີນງານ, ແຜນພັດທະນາຄັງເງິນແຫ່ງຊາດກໍຄືແຜນດໍາເນີນງານຂອງຄັງເງິນປະຈໍາແຂວງເຊກອງທີ່ໄດ້ກໍານົດໄວ້ໃນໄລຍະ 5 ປີ.

ສືບຕໍ່ລົງຊຸກຍູ້ວຽກງານຊາສະເພາະຢູ່ບັນດາຄັ້ງເງິນເມືອງ ແລະ ຈັດຝຶກອົບຮົມກ່ຽວກັບວຽກງານດັ່ງກ່າວໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງໂດຍສະເພາະການຫັນການບັນທຶກບັນຊີເຂົ້າໃສ່ລະບົບທັນສະໄໝກໍຄືລະບົບ RTIS, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງຄັງເງິນແຂວງ ແລະ 04 ຕົວເມືອງໃຫ້ໄປຕາມພາລະບົດບາດໃໝ່,ປະສານສົມທົບກັບສູນກາງໃນການຈັດຕັ້ງປະຕິບັດວຽກງານ ແລະ ຂໍທິດຊີ້ນໍາເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານໃນທຸກດ້ານມີຄວາມເປັນເອກະພາບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເພື່ອໃຫ້ຖືກຕ້ອງນັບທັງການສະຫຼຸບລາຍງານ, ການບັນທຶກບັນຊີ, ການນໍາໃຊ້ລະບົບທີ່ທັນສະໄໝ, ຫັນການນໍາໃຊ້ການເບີກຈ່າຍເງິນ ເດືອນຜ່ານລະບົບທະນາຄານ ແລະ ອື່ນໆ.

ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - 5 - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ
ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - 4 - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ
ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ - 3 - ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ