ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ

ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ - FB IMG 1640701988219 - ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ
ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ - kitchen vibe - ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ

ພາຍຫຼັງລັດຖະບານຖະແຫຼງຂ່າວເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວປະເທດລາວເຮົານັບແຕ່ຕົ້ນປີ 2022 ເປັນຕົ້ນໄປ, ແຕ່ໃນໄລຍະຍັງລະບາດຂອງພະຍາດໂຄວິດ-19 ພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໄດ້ກະກຽມຄວາມພ້ອມດ້ານຕ່າງໆທີ່ຕົນເອງຮັບຜິດຊອບໂດຍສະເພາະພາກ ສ່ວນດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ.

ທ່ານ ພັນໂທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະ ພາບລາວ-ໄທແຫ່ງທີ 1 ນວ ໃຫ້ສຳພາດຜ່ານວິທະຍຸແຫ່ງຊາດລາວ ວັນທີ 27 ທັນວາ 2021 ວ່າ: ຕົ້ນປີ 2022 ກຽມເປີດດ່ານເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາປະເທດລາວໂດຍຜ່ານດ່ານສາກົນ 2 ແຫ່ງຄືດ່ານສະໜາມບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1. ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນ ທາງເຂົ້າມາປະເທດເຮົາ ໂດຍຜ່ານດ່ານສາກົນແຫ່ງນີ້ ປັດຈຸບັນ, ພວກເຮົາໄດ້ກຽມຄວາມພ້ອມຮອບດ້ານທັງດ້ານປ້ອງກັນຄວາມສະຫງົບ, ບຸກຄະລາກອນ ແລະ ການບໍລິການ ຕມ ພາສີ ສາທາ ອຸປະກອນປ້ອງກັນໂຄວິດ ມີຈຸດຄັດກອງຢູ່ດ້ານໜ້າດ່ານ ແລະ ອື່ນໆ. ຂະນະດຽວກັນ ກໍພວມປັບປຸງພື້ນຖານໂຄງລ່າງຮອບດ້ານເພື່ອແກ້ໄຂການອັ່ງອໍແອອັດຂອງຜູ້ໂດຍສານ ແລະ ພາຫະນະ ໂດຍສະເພາະຕູ້ແຈ້ງເອກະສານ ໃໝ່ຂອງ ຕມ ພາສີ ແລະ ຂະແໜງການກ່ຽວຂ້ອງ. ສ່ວນລະຫວ່າງດ່ານເຊິ່ງໜ້າ (ເບື້ອງດ່ານໄທ) ພວກເຮົາໄດ້ປະສານງານກັນເປັນປົກກະຕິຕາມຫຼັກການພົວພັນສາກົນຄື:ສົນທິສັນຍາ, ສັນຍາຂ້າມແດນລາວ-ໄທ ບົດບັນທຶກຄວາມເຂົ້າໃຈລາວ-ໄທ ແລະ ອື່ນໆທີ່ກ່ຽວຂ້ອງ.

ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ - Visit Laos Visit SALANA BOUTIQUE HOTEL - ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ

ທ່ານ ພັນໂທ ກິດ່ອນ ກ່າວຕື່ມວ່າ: ສໍາລັບດ່ານເຊິ່ງໜ້າ, ປະເທດເຮົາຈະເປີດຮັບແຕ່ກຸ່ມນັກທ່ອງທ່ຽວເທົ່ານັ້ນ ແລະ ນັກທ່ອງທ່ຽວທີ່ເຂົ້າມານັ້ນຕ້ອງກັກໂຕເພື່ອກວດ 24 ຊົ່ວໂມງຖ້າບໍ່ພົບເຊື້ອກໍສາມາດທ່ອງທ່ຽວຕາມແຜນການໄດ້ ເຊິ່ງໂດຍລວມແລ້ວ, ການເຂົ້າ-ອອກຕ້ອງປະຕິບັດຕາມມາດຕະການຂອງຂະແໜງ ສາທາຢ່າງເຂັ້ມງວດຄືຕ້ອງຜ່ານການຄັດກອງກ່ອນຖ້າກວດບໍ່ພົບພະຍາດ ກໍປ່ອຍໃຫ້ເຂົ້າມາຫາເຈົ້າໜ້າທີ່ ຕມ ເພື່ອກວດເອກະສານຕາມຂັ້ນຕອນເຂົ້າປະເທດເພື່ອຄວາມປອດໄພຈາກພະຍາດໂຄວິດ

ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ - 3 - ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມຮັບນັກທ່ອງທ່ຽວເຂົ້າມາລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!