ລາວເພີ່ມແຂກທ່ອງທ່ຽວອີກ 14 ປະເທດເຂົ້າລາວຕາມໂຄງການ “ເຂດທ່ອງທ່ຽວສີຂຽວ”
January 3, 2022 - 11:54 AM

ກົມກົງສູນ, ກະຊວງການຕ່າງປະເທດ ລາວ ຫາກໍ່ເພີ່ມເຕີມ ລາຍຊື່ 14 ປະເທດທີ່ຈະເຂົ້າລາວຕາມໂຄງການ “ເຂດທ່ອງທ່ຽວຂຽວ”. ລວມມີ: ບຣູໄນ, ອິນໂດເນເຊຍ, ຟີລິບປິນ, ນອກແວ, ສະວິດ, ແຟງລັງ, ອິດສະລາແອັນ, ອຽກລັງ, ຮຸງກາຣີ, ອົດຕາລິດ, ນິວຊີແລນ, ໂປໂລຍ, ແດນມາກ, ແບນຊິກ.
ກ່ອນໜ້ານັ້ນ, ລາວໄດ້ປະກາດ 17 ປະເທດ ທີ່ສາມາດເຂົ້າລາວໄດ້ຕາມໂຄງການ ເລີ່ມແຕ່ຕົ້ນປີ 2022
ຕາມແຜນການເປີດປະຕູ 3 ໄລຍະຂອງ ລາວ ແລ້ວ, ແຂກທ່ອງທ່ຽວຈະມີສິດເດີນທາງໄປມາໃນ 2 ເຂດ ແມ່ນເຂດການທ່ອງທ່ຽວຂຽວ ແລະ ເສັ້ນທາງການທ່ອງທ່ຽວຂຽວ. (Green Travel Trails).
ລາຍລະອຽດເພີ່ມເຕີມກ່ຽວກັບເປີດປະເທດ ຄິກລິ້ງດ້ານລຸ່ມ