ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ 

ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ  - iStock 68083489 - ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ 
ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ  - kitchen vibe - ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ 
ຂປລ. ໂດຍ: ສ. ສີພັນຄຳ
ເຍົາວະຊົນ-ຊາວໜຸ່ມ ອາດຈະບໍ່ສາມາດບອກໄດ້ວ່າພວກເຂົາມີອາການຊຶມເສົ້າ ຫລື ມີຄວາມຮູ້ສຶກໂສກເສົ້າ ແຕ່ອາການຊຶມເສົ້າຂອງໄວລຸ້ນອາດຈະສະແດງອອກໃນອາການອື່ນໆເຊັ່ນ: ຮູ້ສຶກບໍ່ດີ, ໂສກເສົ້າ, ໃຈຮ້າຍ, ຜິດຫວັງ, ຮູ້ສຶກເມື່ອຍ ບໍ່ມີຄວາມເຂັ້ມແຂງ, ບໍ່ສົນໃຈ ຫລື ບໍ່ພໍໃຈໃນສິ່ງທີ່ເຮັດ (ເຖິງແມ່ນວ່າມັນເປັນບາງສິ່ງບາງຢ່າງທີ່ລາວເຄີຍມັກ), ຮູ້ສຶກບໍ່ດີຕໍ່ຕົນເອງ, ນອນບໍ່ຫລັບ ຫລື ນອນຫລາຍເກີນໄປຈົດຈໍ່ຢູ່ກັບສິ່ງໃດໜຶ່ງໄດ້ຍາກເຊັ່ນ: ການອ່ານໜັງສື, ເບື່ອອາຫານ ຫລື ກິນອາຫານຫລາຍກ່ວາປົກກະຕິ, ເວົ້າ ແລະ ປະຕິບັດຊ້າໆ ຫລື ກະວົນກະວາຍຫົນຫວຍ.
สถานีคิดเลขที่ 12 : ซึมเศร้า โดย ชุมฉันท์ ชำนิประศาสน์ ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ  -  E0 B8 A0 E0 B8 9B  E0 B8 8B E0 B8 B6 E0 B8 A1 E0 B9 80 E0 B8 A8 E0 B8 A3 E0 B9 89 E0 B8 B2 - ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ 
ການແພດຕ່າງປະເທດ ໄດ້ຍົກຕົວຢ່າງຄົນເຈັບທີ່ເປັນພະຍາດຊຶມເສົ້າ ອາຍຸ 15 ປີ ພົບວ່າ: ໃນໄລຍະໂຄວິດ-19 ລະບາດ ເຮັດໃຫ້ຫລາຍກິດຈະກຳກາງແຈ້ງທີ່ເຍົາວະຊົນ-ຊາວໜຸ່ມບໍ່ໄດ້ເຂົ້າຮ່ວມ, ບໍ່ໄດ້ໄປໂຮງຮຽນ ພົບປະໝູ່ຄູ່ ເຂົາເຈົ້າຈຶ່ງຈັບຈໍ່ຢູ່ກັບໜ້າຈໍໂທລະສັບ, ໂນດບຸກ ຫລື ຄອມພິວເຕີ, ຫລິ້ນເກມໝົດມື້ ບໍ່ສົນໃຈການຮ່ຳຮຽນ, ມັກຜິດຖຽງກັບພໍ່ແມ່ເລື່ອງຫລິ້ນເກມ. ເມື່ອສອບຖາມປະຫວັດຜູ້ກ່ຽວລະອຽດ ໃຫ້ຮູ້ວ່າ: ຄົນເຈັບຮູ້ສຶກເບື່ອ, ບໍ່ຢາກເຮັດຫຍັງ ນອກຈາກນັ່ງຫລິ້ນເກມ ແຕ່ບາງເທື່ອຫລິ້ນເກມກໍເບື່ອ ແຕ່ກໍຍັງດີກວ່າບໍ່ມີຫຍັງເຮັດ, ໃນໄລຍະ 1 ເດືອນ, ຄົນເຈັບນອນບໍ່ຫລັບ ເບື່ອອາຫານ ບາງເທື່ອກໍຮູ້ສຶກຫງຸດຫງິດງ່າຍ, ບໍ່ສົນໃຈການຮຽນ ບໍ່ຢາກເຮັດວຽກບ້ານສົ່ງຄູ-ອາຈານ ບໍ່ມີສະມາທິໃນການຮຽນ ແລະ ເຄີຍມີຄວາມຮູ້ສຶກຢາກນອນຫລັບ ແລ້ວບໍ່ຕ້ອງຕື່ນຂຶ້ນມາອີກ. ຢ່າງໃດກໍຕາມ, ຫລັງຈາກຄົນເຈັບໄດ້ຮັບການບົ່ງມະຕິວ່າເປັນພະຍາດຊຶມເສົ້າກໍໄດ້ຮັບການປິ່ນປົວດ້ວຍຢາ ແລະ ບຳບັດສຸຂະພາບຈິດເປັນເວລາ 1 ເດືອນ ອາການຈຶ່ງດີຂຶ້ນ.
ອາການຊຶມເສົ້າ: ບໍ່ໄດ້ເກີດຈາກສາເຫດໃດໜຶ່ງ ແຕ່ມັກເກີດມາຈາກຫລາຍປັດໄຈ ດັ່ງນີ້:
ກຳມະພັນ: ຜ່ານການຄົ້ນຄວ້າໃຫ້ຮູ້ວ່າເດັກນ້ອຍທີ່ພໍ່ແມ່ມີອາການຊຶມເສົ້າ ຈະມີອັດຕາການຊຶມເສົ້າສູງກວ່າເດັກນ້ອຍໂດຍທົ່ວໄປ.
ສານເຄມີສະໝອງ: ຈາກການສຶກສາ ເຫັນວ່າ ອາການຊຶມເສົ້າແມ່ນການປ່ຽນແປງທີ່ຜິດປົກກະຕິຂອງສານເຄມີໃນສະໝອງທີ່ສົ່ງຜົນກະທົບຕໍ່ການຄວບຄຸມອາລົມ, ຮ່າງກາຍແລະຈິດໃຈ, ປັດຈຸບັນ ຢາທີ່ໃຊ້ປິ່ນປົວພະຍາດຊຶມເສົ້າມີບົດບາດໂດຍກົງໃນການປັບສານເຄມີເຫລົ່ານີ້ໃຫ້ຢູ່ໃນຄວາມສົມດຸນ.
ປັດໄຈສິ່ງແວດລ້ອມພາຍນອກ ຫລື ບັນຫາທາງຈິດສັງຄົມ: ການລ້ຽງດູໂດຍ ພໍ່ແມ່ມັກໃຊ້ຄວາມຮຸນແຮງໃນຄອບຄົວ, ລ້ຽງລູກໂດຍມັກຕຳນິ ໃຊ້ຄວາມຮຸນແຮງທາງຄຳເວົ້າວາຈາ ແລະ ໃຊ້ກຳລັງຕໍ່ຮ່າງກາຍເດັກ ລວມທັງການລ່ວງລະເມີດທາງດ້ານຈິດໃຈລູກ. ນອກຈາກນີ້ ກໍເຄີຍພົບພໍ້ເຫດການທີ່ເຈັບປວດເຊັ່ນ: ສູນເສຍບຸກຄົນສໍາຄັນ ຫລື ການປະຮ້າງແລ້ວ ປະຖິ້ມລູກ, ເດັກນ້ອຍຖືກຂົ່ມເຫັງຢູ່ໃນໂຮງຮຽນ ຫລື ຖືກໄລ່ອອກຈາກກຸ່ມສັງຄົມ ແລະ ອື່ນໆ.
ທັດສະນະຕໍ່ຕົນເອງ ແລະ ການແກ້ໄຂບັນຫາທໍາມະຊາດ: ພົບວ່າເດັກນ້ອຍທີ່ມີຄວາມນັບຖືຕົນເອງຕໍ່າ ແລະເດັກນ້ອຍທີ່ມີຄວາມວິຕົກກັງວົນສູງ ຈະມີອັດຕາການເປັນຊຶມເສົ້າສູງກວ່າເດັກນ້ອຍໂດຍທົ່ວໄປ. ລັກສະນະການແກ້ໄຂບັນຫາ ໂດຍນໍາໃຊ້ວິທີການໜີ ຕຳນິຕົນເອງຊ້ຳໆ ແລະການເບິ່ງໂລກໃນແງ່ລົບ ກໍມີທ່າອ່ຽງທີ່ຈະເພີ່ມຄວາມສ່ຽງໃນການເປັນຊຶມເສົ້າ.
ປັດໄຈພະຍາດທາງດ້ານຮ່າງກາຍອື່ນໆ: ພະຍາດທາງດ້ານຮ່າງກາຍ ຫລື ຢາບາງຊະນິດທີ່ປິ່ນປົວ ສົ່ງຜົນກະທົບຕໍ່ຮໍໂມນ ແລະສານເຄມີໃນສະໝອງສາມາດເຮັດໃຫ້ເປັນຊຶມເສົ້າ.
ນອກຈາກນັ້ນ, ເດັກນ້ອຍທີ່ມີພະຍາດຊໍາເຮື້ອ ບໍ່ສາມາດດໍາລົງຊີວິດໄດ້ຕາມປົກກະຕິ ກໍມີໂອກາດເປັນພະຍາດຊຶມເສົ້າໄດ້ງ່າຍ.
ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ  - 5 - ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສັງເກດພຶດຕິກຳລູກໃຫ້ດີ 
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!